Ad

Ad

23 April 2014

ລະວັງພະຍາດຖອກທ້ອງລະບາດ



         ວັນທີ 22 ເມສານີ້ພະແນກສາທາລະນະສຸກນະຄອນຫຼວງວຽງຈັນໄດ້ອອກ ມາເຕືອນ ໃຫ້ປະຊາຊົນຈົ່ງມີສະຕິ ແລະ ເພີ່ມຄວາມລະວັງພະຍາດຖອກທ້ອງ ໃຫ້ ຫຼາຍຂຶ້ນ, ເນື່ອງຈາກໄລຍະນີ້ອາກາດຮ້ອນອົບເອົ້າຫຼາຍອາດເຮັດໃຫ້ພະຍາດຖອກ ທ້ອງເກີດຂຶ້ນງ່າຍ, ໂດຍສະເພາະແມ່ນຍ້ອນອາຫານການກິນທີ່ບໍ່ສະອາດ, ປັດຈຸບັນ ໂຮງໝໍຕ່າງໆ ໃນນະຄອນຫຼວງວຽງ ຈັນໄດ້ມີຄົນເປັນພະຍາດຖອກທ້ອງເຂົ້າມາ ປິ່ນປົວແລ້ວມື້ໜຶ່ງບໍ່ຕ່ຳກວ່າ 15-20 ຄົນ, ໃນນີ້ມີທັງເດັກນ້ອຍ ແລະ ຜູ້ໃຫຍ່.
   ສາທາໃຫ້ຮູ້ອີກວ່າ:ປັດຈຸບັນ ນອກຈາກມີການລະບາດຂອງພະ ຍາດຖອກ ທ້ອງແລ້ວ, ຍັງມີໄຂ້ເລືອດອອກ, ພະຍາດທ້ອງ ຂີ້ຮາກເກີດຂຶ້ນມາອີກເປັນບາງ ໄລຍະ, ແຕ່ເພື່ອສະກັດກັ້ນບໍ່ໃຫ້ ພະຍາດດັ່ງ ກ່າວແຜ່ລະບາດ ອອກສູ່ວົງກ້ວາງ, ຈຶ່ງເຕືອນໃຫ້ ປະຊົນຈົ່ງມີສະຕິໃນການຮັກສາສຸຂະພາບຂອງຕົນ ແລະ  ຄອບຄົວດ້ວຍ ການປະຕິບັດຕາມຫຼັກ ການອະນາໄມ 3 ສະອາດ ຢ່າງເຂັ້ມງວດ, ໂດຍສະເພາະແມ່ນ ການກິນ, ດື່ມໃຫ້ສະອາດ, ບໍ່ຄວນ ກິນອາຫານສຸກໆດິບໆ, ຕ້ອງມີການເກັບມ້ຽນອາຫານ ການກິນໃຫ້ດີເພື່ອບໍ່ໃຫ້ແມງວັນມາຕອມ ແລະ ສິ່ງສຳຄັນແມ່ນ ຕ້ອງລ້າງມືທຸກຄັ້ງກ່ອນຫຼືຫຼັງ ກິນອາຫານ, ໝັ່ນທຳຄວາມ ສະ ອາດຮ່າງກາຍ, ເຄື່ອງນຸ່ງຫົມ ແລະ ທີ່ຢູ່ອາໄສເປັນປະຈຳ.

No comments:

Post a Comment