Ad

Ad

23 April 2014

ສັດຕະວະແພດສຸມໃສ່ສັກຢາກັນພະຍາດສັດ



        ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການສັກຢາກັນພະຍາດ ສັດລ້ຽງຂອງປະຊາຊົນບັນລຸຕາມແຜນ ການທີ່ກຳນົດໄວ້ໃນປີນີ້ໃຫ້ໄດ້ 2 ລ້ານ ກວ່າ ໂຕນັ້ນ, ຊຶ່ງຜ່ານຈາກການ ປະຕິບັດວຽກງານດັ່ງກ່າວໃນ ໄລຍະ 1 ເດືອນເຂົາເຈົ້າ ສາມາດສັກຢາກັນພະຍາດໃຫ້ສັດໄດ້ 211.419 ໂຕ, ໃນນີ້ງົວ 17.093 ໂຕ, ຄວາຍ 18.613 ໂຕ, ໝູ 15.020 ໂຕ, ແບ້ 1.410 ໂຕ້, ສັດປີກ 158.550 ໂຕ ແລະ ສາ ມາດປິ່ນປົວ ສັດບາດເຈັບໄດ້ 2.039 ໂຕ, ເຖິງຢ່າງໃດກໍດີຕໍ່ກັບ ການເອົາໃຈໃສ່ ຕິດຕາມກວດກາ ແລະ ຄວບຄຸມພະຍາດຂອງສັດເພື່ອສະກັ້ນກັນການລະບາດຂອງພະຍາດໄຂ້ຫວັດສັດປີກ H5N1 ຢູ້ບ້ານ ນາຕໍໃຫຍ່ ເມືອງ ແລະ ແຂວງໄຊຍະບູລີໄດ້ສຳເລັດ  ແລະ ເຮັດໃຫ້ຫຼາຍທ້ອງຖິ່ນບໍ່ມີການລະບາດຂອງພະຍາດສັດ.

No comments:

Post a Comment