Ad

Ad

23 April 2014

ພິດສຸລາຂ້າຊີວິດ



           ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 22 ເມສານີ້ ໄດ້ມີປະຊາຊົນແຈ້ງ ວ່າ: ໄດ້ພົບເຫັນຊາຍ ຄົນໜຶ່ງຕົກໜອງນ້ຳເສຍຊີວິດຢູ່ເຂດບ້ານບໍ່ນາງົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຮີບ ຮ້ອນລົງສະຖານທີ່ເກີດ ເຫດ ແລະ ຮູ້ວ່າ: ຜູ້ເສຍຊີວິດ ຊື່ ທ້າວ ໝູ ພົນເສນາ ອາຍຸ 56 ປີ ປະຊາຊົນຢູ່ບ້ານດັ່ງກ່າວ. ຜ່ານການ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພົບວ່າ: ຜູ້ເສຍຊີວິດແມ່ນ ເປັນຄົນມັກດື່ມເຫຼົ້າເປັນປະຈຳ ຍາດພີ່ນ້ອງເຕືອນແຕ່ຜູ້ກ່ຽວກໍບໍ່ຟັງ, ຊຶ່ງກ່ອນຈະ ເສຍຊີວິດໃນວັນທີ 21 ເມສານີ້ ຜູ້ກ່ຽວໄດ້ໄປກິນເຫຼົ້າເມົາຈົນໄປບໍ່ເປັນກ່ອນທີ່ໝູ່ຈະພາມານອນຢູ່ຖຽງນາ, ພໍມື້ຕໍ່ມາກໍມີປະ ຊາຊົນ ໄປພົບເຫັນຜູ້ກ່ຽວນອນເສຍຊີວິດຢູ່ໜອງນ້ຳ.
          ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 21 ເມສານີ້ ກໍໄດ້ມີເຫດການ ຊາວຕ່າງປະເທດແຂວນ ຄໍຕາຍ ຢູ່ບ້ານພັກແຫ່ງໜຶ່ງເຂດບ້ານມີໄຊ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ຊຶ່ງຜ່ານການ ເກັບກຳຂໍ້ມູນສາເຫດທີ່ພາ ໃຫ້ຜູ້ກ່ຽວແຂວນຄໍຍ້ອນມາຈາກບັນ ຫາຄອບຄົວ ແລະ ດື່ມສິ່ງມຶນ ເມົາຢູ່ສະຖານທີ່ເກີດເຫດໄດ້ພົບແກ້ວເຫຼົ້າ 1 ກວດ ຢູ່ໃນຫ້ອງພັກຂອງຜູ້ກ່ຽວ.

No comments:

Post a Comment