ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ມອດໄຟ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນທ່ຽງ ຂອງວັນທີ 22 ເມ ສານີ້ ໄດ້ເກີດເຫດໄຟໄໝ້ເຮືອນພັກ ຂອງພະນັກງານໂຮງແຮມແດນສະຫວັນ ຢູ່ບ້ານອາກາດ ເມືອງສີໂຄດຕະບອງ ນະ ຄອນ ຫຼວງວຽງຈັນ ໂຊກດີເຫດການດັ່ງກ່າວບໍ່ເຮັດໃຫ້ມີຜູ້ໃດໄດ້ຮັບບາດເຈັບ, ພຽງ ແຕ່ເຮັດໃຫ້ເຮືອນພັກ 3 ຊັ້ນ ເສຍ ຫາຍຈຳນວນ ໜຶ່ງ, ຊຶ່ງເຈົ້າໜ້າທີ່ໄດ້ລະດົມລົດ ນ້ຳ ແລະ ໃຊ້ເວລາປະມານ 50 ນາທີ ຈຶ່ງສາມາດ ຄວບຄຸມໄຟໄວ້ໄດ້, ຊຶ່ງສາເຫດ ທາງເຈົ້າໜ້າ ທີ່ພວມເລັ່ງສືບສວນ-ສອບສວນ.
ເຈົ້າໜ້າທີ່ມອດໄຟ ໃຫ້ຮູ້ ວ່າ: ປັດຈຸບັນສະພາບອາກາດຮ້ອນອົບເອົ້າເຮັດໃຫ້ເກີດສະພາບອັກຄີໄພໄດ້ງ່າຍຫາກບໍ່ເອົາ
ໃຈໃສ່ປ້ອງກັນຊຶ່ງນັບແຕ່ຕົ້ນປີມານີ້ ຢູ່ນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນຫຼາຍກວ່າ
20 ຄັ້ງເຮັດໃຫ້ມີເຮືອນປະຊາຊົນ ເສຍຫາຍຫຼາຍກວ່າ 10 ຫຼັງ, ໂດຍສາເຫດສ່ວນໃຫຍ່ທີ່ພາໃຫ້ ເກີດອັກຄີໄພແມ່ນຍ້ອນໄຟຟ້າລັດວົງຈອນ,
ການໃຕ້ທູບທຽນ ບູນຊາ ແລະ ການຂາດສະຕິໃນການນຳໃຊ້ຟືນໄຟ.
No comments:
Post a Comment