Ad

Ad

24 April 2014

ສະພາ​ການ​ຄ້າ​ຊີ້ຍັງ​ມີ​ຫລາຍ​ບັນຫາ​ທ້າ​ທາຍ​ຕໍ່​ການ​ສົ່ງ​ເສີມ​ທຸລະ​ກິດ​ຢູ່​ປະ​ເທດ​ເຮົາ



     ພາຍຫລັງ​ສະພາ​ການ​ຄ້າ ແລະ ອຸ​ດສາ​ຫະກຳ​ແຫ່ງ​ຊາດ​ລາວ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ປີ 1989 ​​ໄດ້​ຊ່ວຍ​ກະຕຸກ​ຊຸກຍູ້ ແລະ ສົ່ງ​ເສີມ​ໃຫ້​ຂະ​ແໜງ​ການ​ຄ້າ ​ແລະ ອຸດສາຫະກຳ​ຂອງ​ຊາດ​ມີ​ໜໍ່​ແໜງ​ເຕີບ​ໃຫຍ່​ຂະຫຍາຍຕົວ, ຫລາຍ​ຜະລິດ​ຕະພັນ​ຂອງ​ລາວ​ໄດ້​ຖືກ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ແລະ ນັກ​ລົງທຶນ​ຕ່າງປະ​ເທດ​ກໍ​ເຂົ້າມາ​ລົງທຶນ​ໃນ​ລາວ​ເພີ່ມ​ຂຶ້ນ ທຸກ​ປີ. ​​ແຕ່ແນວ​ໃດ​ກໍ​ຕາມ, ​ເມື່ອ​ທຽບ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ໄລຍະ​ໃໝ່​ຍຸກ​ແຫ່ງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນ​ເຫັນ​ວ່າ​ຍັງ​ມີ​ຫລາຍ​ບັນ ຫາ​ທ້າ​ທາຍ​ຕໍ່​ການ​ສົ່ງ​ເສີມ​ທຸລະ​ກິດ​ຢູ່​ປະ​ເທດ​ເຮົາ ​ໂດຍ​ສະ​ເພາະ​ໃນ​ບົດ​ຄຳ​ເຫັນ​ຂອງ​ປະທານ​ສະພາ​ການ​ຄ້າ ​ແລະ ອຸດສາຫະ ກຳ​ແຫ່ງ​ຊາດ ຢູ່​ກອງ​ປະຊຸມ​ພົບ​ປະລະ​ຫວ່າງນາຍົກລັດຖະມົນຕີ ກັບ​ສະພາ​ການ​ຄ້າ ​ແລະ ອຸດສາ ຫະກຳ​ແຫ່ງ​ຊາດ ​ເມື່ອ​ວັນ​ທີ 21 ເມສາ​ນີ້ວ່າ: ນັບ​ແຕ່​ມີການ​ຫັນປ່ຽນ​ຈາກ​ການ​ຜະລິດ​​ແບບ​ເອກະ​​ເທດ​ເປັນ​ການ​ຜະລິດ​ແບບ​ທັນ​ສະ​ໄໝ​ໃນ​ບາງ​ແຂວງ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກຍ້ອນ​ສະພາບ​ເສດຖະກິດ​ຢູ່​ທ້ອງ​ຖິ່ນ ​ແລະ ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຜູ້​ປະກອບ​ການ​ມີ​ຈຳກັດ ​ໂດຍ​ສະ​ເພາະ​ການ​ຜະລິດ​ສິນຄ້າ​ກະສິກຳ​ໃນ​ບັນດາ​ແຂວງ​ພາກ​ເໜືອ​ແມ່ນ​ຕິດ​ພັນ​ກັບ​ການ​ຄ້າ​ຊາຍ​ແດນ​ເປັນ​ສ່ວນ​ຫລາຍ ​ແລະ ມີ​ການ​ເຄື່ອນ​ໄຫວ​ທີ່​ຫຍຸ້ງຍາກ​ເຊັ່ນ: ຕ້ອງ​ມີ​ໂກ​ຕ້າ​ນຳ​ເຂົ້າສິນຄ້າ​ກະສິກຳ​ຈາກ​ປະ​ເທດ​ເພື່ອນ​ບ້ານ ​ແລະ ການ​ເກືອດ​ຫ້າມ​ການ​ນຳ​ເຂົ້າ ສິນຄ້າ​ບາງ​ຊະນິດ. ນອກຈາກ​ນັ້ນ ບາງ​ທ້ອງ​ຖິ່ນ​ອະນຸຍາດ​ໃຫ້​ພໍ່ຄ້າ​ຕ່າງປະ​ເທດ​ເຂົ້າມາ​ເກັບຊື້ຜົນ​
ຜະລິດ​ກະສິກຳ ​ແລະ ​ເຄື່ອງ​ປ່າ​ຂອງ​ດົງ​ໃນ​ຂົງ​ເຂດ​ດັ່ງກ່າວ. ສະພາບ​ແວດ​ລ້ອມ​ຂອງ​ການ​ດຳ​ເນີນ​ທຸ ລະ​ກິດ​ໃນ ສປປ ລາວ ​ແມ່ນ​ຍັງ​ຕ່ຳຖ້າ​ທຽບ​ໃສ່​ບັນດາ​ປະ​ເທດ​ອ້ອມ​ຂ້າງ ​ແລະ ​ໃນ​ໂລກ. ປີ 2014 ປະ​ເທດ​ເຮົາ​ແມ່ນ​ຈັດ​ຢູ່​ໃນ​ອັນ​ດັບ​ 159 ຈາກ​ອັນ​ດັບ 184 ຂອງ​ໂລກ ​ຂອງ​ທະນາ ຄານ​ໂລກ ​ແລະ ການ​ແກ້​ໄຂ​ບັນຫາ​ຜ່ານ​ເວທີ​ທຸລະ​ກິດ​ລາວ​ຍັງ​ບໍ່​ທັນ​ຖືກ​ນຳ​ໃຊ້​ເທົ່າ​ທີ່​ຄວນ ​ໂດຍ​ສະ​ເພາະ​ຍັງ​ມີ​ຫລາຍ​ກະຊວງ​ທີ່​ກ່ຽວຂ້ອງ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​. ການ​ສົ່ງ​ເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ກາງ (SME). ສຄອ ​ແຫ່ງ​ຊາດ​ລາວ 80% ​ແມ່ນ SMEs ປັດຈຸ ບັນ​ນີ້​ແມ່ນ​ຍັງ​ຜະລິດ​ແບບ​ເອກະ​ເທດ ​ແລະ ​ກະ​ແຈກ​ກະຈາຍ, ​ເຖິງ​ວ່າ​ນິຕິ​ກຳ​​ມີ​​ແລ້ວ​​ແຕ່ຍັງ​ບໍ່​ເອື້ອອຳ ນວຍ​ໃຫ້​ແກ່​ການ​ເຕົາ​ໂຮມ​ຫົວໜ່ວຍ​ທຸລະ​ກິດ​ໃຫ້​ສາມາດ​ຮອງ​ຮັບ​ຂະ​ບວນການ​ຜະລິດ​ຂອງ​ຊາດ, ຖ້າ​ປະຕິບັດ​ໃນ​ຮູບ​ແບບ​ເກົ່າ​ນີ້ຈະ​ເຮັດ​ໃຫ້ການ​ຜະ ລິດ​ສິນຄ້າ​ໃນ ສປປ ລາວ ຫລຸດ​ໜ້ອຍ​ຖອຍ​ລົງ ​ແລະ ບໍ່​ສາມາດ​ແຂ່ງຂັນ​ໃນ​ລະດັບ​ພາກພື້ນ ​ແລະ ສາ ກົນ​ໄດ້. ນອກຈາກ​ນີ້ ກົດ ໝາຍ​ແຮງ​ງານ​ ​ເຖິງ​ວ່າ​ຈະ​ມີ​ການ​ປັບປຸງ, ​ແຕ່​ຍັງ​ມີ​ຫລາຍ​ມາດຕາ​ຍັງ​ບໍ່​ຈະ​ແຈ້ງ ​ແລະ ບໍ່​ສົ່ງ​ເສີມ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ໂດຍ​ສະ​ເພາະ​ວິ​ສາ​ຫະ ກິດ​ທີ່​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ​ໃນ ສປປ ລາວ, ມີ​ບາງ​ມາດຕາ​ບໍ່​ແທດ​ເໝາະ​ກັບ​ກົດໝາຍ​ສະ ຫວັດດີ​ກາ​ນສັງຄົມ. ອີກ​ດ້ານ​ໜຶ່ງ ກົດໝາຍ​ແຮງ​ງານ​ສະບັບ​ປັບປຸງ​ໃໝ່​ມີ​ບາງ​ມາດຕາ​ຍັງ​ບໍ່​ທັນ​ແທດ​ເໝາະ​ກັບ​ກົດໝາຍ​ແຮງງານ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ເຊິ່ງ​ເຮັດ​ໃຫ້​ທຸລະ​ກິດ​ຂອງ​ລາວ​ຮ່ວມ​ທຶນ​ກັບ​ຕ່າງປະ​ເທດ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຊື່ອມ​ໂຍງ​ກັນ. ຕົວຢ່າງ: ຄ່າ​ທົດ​ແທນ​ແຮງ​ງານ​ທີ່​ອອກ​ຈາກ​ວຽກ​ແມ່ນ​ມີ​ມູນ​ຄ່າ​ສູງ​ກວ່າ​ໝູ່​ໃນ​ປະ​ເທດ​ອາ​ຊຽນ; ການ​ຂາດ​ເຂີນ​ແຮງ​ງານ ແລະ ສີມື​ແຮງ​ງານ​ກໍ​ເປັນ​ອຸປະ ສັກ​ຕໍ່​ການ​ຂະຫຍາຍ​ອຸດສາຫະ ກຳ​ປຸງ​ແຕ່ງ​​ທີ່​ຕ້ອງການ​ແຮງ​ງານ​ຫລາຍ ​ເຮັດ​ໃຫ້​ບໍລິສັດ​ຕ່າງ ປະ​ເທດ​ຫລາຍ​ບໍລິສັດ​ໂຈະ​ການ​ມາ​ລົງທຶນ​ຢູ່ ສປປ ລາວ; ການ​ຜະລິດ​ສິນຄ້າ​ຢູ່​ລາວ​ຍັງ​ມີ​ບັນຫາ​ການ​ຂົນ​ສົ່ງ​ທີ່​ມີ​ລາຄາ​ແພງ ​ເຮັດ​ໃຫ້​ຕົ້ນທຶນ​ການ​ຜະລິດ​ສິນຄ້າ​ສູງ ​ແລະ ບໍ່​ສາມາດ​ແຂ່ງຂັນ​ກັບ​ສິນຄ້າ​ປະ​ເພດ​ດຽວ​ກັນ​ທີ່​ຜະລິດ​ໃນ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດ​ອື່ນໆ​ໃນ​ໂລກ​ໄດ້. ປັດຈຸບັນ ທຸລະ​ກິດ​ບາງ​ຂະ​ແໜງ​ການ​ໄດ້​ມີ​ການ​ຂະຫຍາຍຕົວ ​ແລະ ມີ​ປະ ສິດທິ​ຜົນ​ໃນ​ລະດັບ​ສາກົນ ​ໂດຍ​ສະ​ເພາະ​ຂະ​ແໜງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ອຸດສາຫະກຳ​ແປ​ຮູບ​ເຊັ່ນ: ອຸດສາຫະກຳ​ຕັດຫຍິບ, ຊິ້ນສ່ວນ​ປະກອບ, ​ເຄື່ອງ​ເອ​ເລັກ​ໂຕຣນິກ, ປຸ​ງ​ແຕ່ງອາຫານ ​ແລະ ​ເຄື່ອງ​ດື່ມ. ​ແຕ່​ກໍ​ເຫັນ​ວ່າ​ບັນດາ​ຜູ້​ປະກອບ​ການ​ເຈົ້າຂອງ​ເປັນ​ຄົນ​ລາວ​ທີ່​ມີ​ມາດຖານ​ເງື່ອນ​ໄຂ​ດ້ານ​ເຕັກນິກ ​ແລະ ວິຊາ​ການ​ຄື​ກັບ​ຕ່າງປະ​ເທດ​ຍັງ​ມີ​ສ່ວນ​ໜ້ອຍ​ຫລາຍ​ທີ່​ຈະ​ໄດ້​ຮັບ​ໂຄງການ​ເຫລົ່ານັ້ນ ​ແລະ ການຈັດ​ສັນ​ງົບ ປະມານ​ໃນ​ການ​ພັດທະນາ​ຊັບພະ ຍາກອນ​ມະນຸດ​ໃຫ້​ຄຽງ​ຄູ່​ກັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ທຸລະ​ກິດ​ທຽບ​​ໃສ່ 10 ປະ​ເທດ​ໃນ​ອາ​ຊຽນ ລາວ​ແມ່ນ​ຢູ່​ອັນ​ດັບ​ເກືອບ​ສຸດ​ທ້າຍ ​ແລະ ທຽບ​ໃສ່​ການ​ສຳ​ຫລວດ​ຂອງ​ສາກົນ​ໃນ 184 ປະ​ເທດ, ສປປ ລາວ ​ແມ່ນ​ຢູ່​ໃນ​ອັນ​ດັບ 180. ຖ້າ​ພວກ​ເຮົາ​ບໍ່​ຮີບ​ຮ້ອນ​ແກ້​ໄຂ​ຈະ​ກາຍ​ເປັນ​ບັນ ຫາ​ແກ່​ການ​ພັດທະນາ​ເສດຖະ ກິດ-ສັງຄົມ​ຂອງ​ປະ​ເທດ​ພວກ​ເຮົາ​ໃນ​ອະນາຄົດ.

No comments:

Post a Comment