Ad

Ad

24 April 2014

ຫລາຍ​ເຂດ​ໃນ​ນະຄອນຫລວງ​ຂາດ​ນ້ຳປະປາ



     ຄື​ດັ່ງ​ຮູ້​ນຳ​ກັນ​ວ່າ: ຫລາຍ​ວັນ​ມານີ້ສະພາບ​ອາກາດ​​ຮ້ອນ​ອົບ​ເອົ້າຜິດ​ປົກກະຕິ ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຊົມ​ໃຊ້​ນ້ຳປະປາ​ຂອງ​ປະຊາຊົນ​ເພີ່ມ​ຂຶ້ນຫລາຍ​ເທົ່າ​ຕົວສົ່ງ​ຜົນ​ໃຫ້​ຫລາຍ​ເຂດ​ຂາດນ້ຳປະປາ​ເຊັ່ນ: ​ເຂດ​ໂຮງໝໍ 150 ຕຽງ, ຈອມ​ມະນີ, ສີວິ​ໄລ, ຄຳ​ຮຸ່ງ, ສາຍ​ນ້ຳ​ເງິນ, ຫວຍ​ຫົງ ​ແລະ ​ເຂດ​ອື່ນໆ ສົ່ງ​ຜົນກະທົບ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ເປັນ​ຢ່າງ​ໜັກ ​ເຊິ່ງຕໍ່​ບັນຫາ​ນີ້ ​ລັດ​ວິ​ສາ​ຫະກິດ​ນ້ຳປະປາ​ຊີ້​ແຈງ​ວ່າ: ​ໃນ​ຕົວ​ຈິງ​ແລ້ວ​ການ​ສະໜອງ​ນ້ຳປະປາ​ຂອງ​ນະຄອນຫລວງ​ວຽງ​ຈັນ​ປະຕິບັດ​ໄດ້​ພຽງ 180.000 ແມັດ​ກ້ອນ​ຕໍ່​ມື້ ​ເທົ່າ​ກັບ​ປະມານ 50% ຂອງ​ຄວາມ​ຕ້ອງການ​ເທົ່າ​ນັ້ນ ​​ເມື່ອ​ເປັນ​ແນວ​ນັ້ນຈຶ່ງ​ເຮັດ​ໃຫ້​ບາງ​ເຂດ ​ໂດຍ​ສະ​ເພາະ​​ເຂດ​ໂນນສູງ​ນ້ຳບໍ່​ສາມາດ​ໄປ​ຮອດ​ໄປ​ເຖິງ ​ແລະ ຂາດ​ນ້ຳ​ໃຊ້ ​ແລະ ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ໜ່ວຍ​ງານ​ສະ​ເພາະ​ກິດ​ນ້ຳປະປາ​ໄດ້​ລົງ​ກວດກາລະບົບ​ທໍ່ ​ເພື່ອ​ຫາ​ວິທີ​ສົ່ງ​ນ້ຳ ​ຫລື ​ແບ່ງປັນ​ນ້ຳຈາກ​ເຂດ​ອື່ນ​ມາ​ຊ່ວຍ ​ແລະ ​ໄດ້​ກຽມ​ຕິດຕັ້ງຈັກສູບນ້ຳຂຶ້ນ​ໄປ​ຫາ​ເຂດ​ດັ່ງກ່າວ ​ເພື່ອ​ແກ້​ໄຂ​ສະ​ເພາະ​ໜ້າ​ຈົນ​ກວ່າ​ການ​ກໍ່ສ້າງ​ໂຮງງານ​ຜະລິດ​ນ້ຳປະປາ​ດົງ​ໝາກຄາຍ​ຈະ​ສຳ​ເລັດ​ໃນ​ປີ 2015 ​ແລະ ພ້ອມ​ດຽວ​ກັນນີ້ ກໍ​ຮຽກຮ້ອງ​ມາ​ຍັງ​ຜູ້​ຊົມ​ໃຊ້​ຈົ່ງ​ຊ່ວຍ​ກັນ​ປະຢັດ, ບໍ່​ຟຸມ​ເຟືອຍ ​ແລະ ບໍ່​ນຳ​ໃຊ້​ນ້ຳປະປາ​ໄປ​ເຮັດ​ແນວ​ອື່ນຖ້າ​ພົບ​ເຫັນ​ທໍ່​ນ້ຳຮົ່ວ​ໄຫລ​ໃຫ້​ແຈ້ງ​ໄປ​ຫາ​ບໍລິສັດ​ນ້ຳປະປາ​ດ່ວນເພື່ອ​ແກ້​ໄຂ​ໃຫ້​ທັນ​ການ.

No comments:

Post a Comment