Ad

Ad

24 April 2014

ເຈົ້າໜ້າ​ທີ່ ປກສ ​ແຂວງ​ອຸດົມ​ໄຊ ຍຶດ​ໄມ້​ຂະ​ຍຸງ​ຫລາຍ​ພັນ​ກິ​ໂລ



     ປກສ ​ແຂວງ​ອຸດົມ​ໄຊ ​ໃຫ້​ຮູ້​ວ່າ: ​ເມື່ອ​ຕົ້ນ​ເດືອນ​ເມສາ​ນີ້, ​ເຈົ້າໜ້າ​ທີ່​ຂອງຕົນ​ໄດ້​ກັກ​ລົດ​ບັນທຸກ 12 ລໍ້​ຄັນ​ໜຶ່ງ ໝາຍ​ເລກ​ທະບຽນ ບຂ 0766 ກຳ​ແພງ​ນະຄອນ ຢູ່​ເຂດ​ເສັ້ນ ທາງ​ເທສະ​ບານ​ແຂວງ, ພາຍຫລັງ​ໄດ້​ຮັບ​ແຈ້ງວ່າ​ລົດ​ຄັນ​ດັ່ງກ່າວ​ມີ​ການ​ລັກ ລອບ​ຂົນ​ໄມ້​ຂະ​ຍຸງ​ເປັນ​ຈຳ ນວນ​ຫລາຍ ​ເຊິ່ງພາຍຫລັງ​ກວດ ຄົ້ນລົດ​ພົບ​ໄມ້​ຂະ​ຍຸງ​ມີ​ບໍລິ​ມາດ​ຫລາຍ​ກວ່າ 8 ພັນ​ກິ​ໂລກຣາມ ຖືກ​ຊຸກ​ເຊື່ອງ​ໄວ້​ຢູ່​ພື້ນລົດ ​ໂດຍ​ມີ​ຊີມັງ​ເປັນ​ຈຳນວນ​ຫລາຍ​ເຕັງ​ທັບ​ໄວ້ ​ເພື່ອ​ຫລົບຫລີກສາຍຕາ​ຂອງ​ເຈົ້າໜ້າ​ທີ່ ຈຶ່ງ​ໄດ້​ກັກ​ຕົວ​ຜູ້​ຂັບ​ລົດ​ຄັນ​ດັ່ງກ່າວ ຄື​ທ້າວ ວັນ​ທອງ ແສງ​ມະນີ ອາຍຸ 34 ປີ ອາຊີບ​ຄ້າ ຂາຍ​ ຢູ່​ບ້ານ​ດອນ​ເງິນ ​ເມືອງ​ງອຍ ​ແຂວງ​ຫລວງ​ພະ​ບາງ ມາ​ດຳ​ເນີນ​ການ​ສອບ​ສວນ ​ແລະ ຮັບ​ສາລະພາບ​ວ່າ: ​ໄມ້​ທັງ​ໝົດ​ແມ່ນ​ເປັນ​ຂອງ​ນາຍທຶນ​ກຸ່ມ​ໜຶ່ງ​ທີ່​ຈ້າງ​ຕົນ​ເອງ​ຂົນ​ໄປ​ສົ່ງ​ແຕ່​ແຂວງ​ຫລວງ​ພະ​ບາງ​ໄປ​ຫາ​ແຂວງ​ຫລວງ​ນ້ຳທາ​ໃນ​ລາຄາ 5 ​ແສນ​ກີບ​ຕໍ່​ 1 ພັນ​ກິ​ໂລ, ​ແຕ່​ພໍ​ຂັບ​ຂີ່​ລົດ​ມາ​ຮອດ​ເມືອງ​ນາ​ໝໍ້​ແຂວງ​ອຸດົມ​ໄຊ ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້ແຕ່​ເຈົ້າໜ້າ​ທີ່​ໄດ້​ສຶກສາ​ອົບຮົມ​ຜູ້ກ່ຽພ້ອມ​ປັບ​ໄໝ​ກ່ອນ​ປ່ອຍ​ຕົວ​ໄປຍ້ອນ​ເປັນ​ການ​ກະ ທຳ​ຜິດ​ຄັ້ງທຳ​ອິດ ​ແລະ ​ໃຫ້ການ​ຮ່ວມ​ມື​ກັບ​ເຈົ້າໜ້າ​ທີ່​ເປັນ​ຢ່າງ​ດີ, ສ່ວນ​ໄມ້​ທັງ​ໝົດເຈົ້າໜ້າ​ທີ່​ໄດ້​ຢຶດ​ເພື່ອ​ໄວ້​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະດີ​ກັບ​ເຈົ້າຂອງ​ໄມ້​ຕາມ​ລະບຽບ​ກົດໝາຍ.

1 comment:

  1. ຂໍ້ມູນແມ່ນຫນ້າສົນໃຈ. ຂອບໃຈສໍາລັບການແບ່ງປັນ

    cửa lưới chống muỗi

    lưới chống chuột

    lưới chống côn trùng

    lưới chống muỗi inox

    ReplyDelete