Ad

Ad

24 April 2014

ປີ​ໃໝ່​ນີ້ ລາວ​ວາງ​ເປົ້າ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ເພີ່ມ​ຂຶ້ນ 15%



     ​ແຫ​ລ່ງຂ່າວ​ກະຊວງ​ອຸດສາ ຫະກຳ-ການ​ຄ້າ​ເປີດ​ເຜີຍ​ວ່າ: ສົກ​ປີ​ໃໝ່​ນີ້ ລາວ​ວາງ​ເປົ້າ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ເພີ່ມ​ຂຶ້ນ 15% ແລະ ສູ້​ຊົນ​ເຮັດ​ໃຫ້​ຜະລິດ​ຕະພັນ​ອຸດ ສາຫະກຳ​ປຸງ​ແຕ່ງ ​ແລະ ຫັດ ຖະກຳ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ 12% ກວມ​ເອົາ 10% ຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ເຮັດ​ໃຫ້​ມູນ​ຄ່າ​ການ​ຈະ ລາຈອນ​ສິນຄ້າ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ 12% ກວມ​ເອົາ 21% ຂອງ GDP.
     ປັດຈຸບັນ ທົ່ວ​ປະ​ເທດ​ມີ​ໂຮງ ງານ​ອຸດສາຫະກຳ ​ແລະ ຫັດຖະ ກຳ​ທັງ​ໝົດ​ຫລາຍ​ກວ່າ 38.000 ແຫ່ງ, ​ໃນ​ນັ້ນຂະໜາດ​ໃຫຍ່​ມີ 454 ຫົວໜ່ວຍ, ກາງ 582 ຫົວ ໜ່ວຍ ​ແລະ ຂະໜາດ​ນ້ອຍ​ມີ​ຫລາຍ​ກວ່າ 9.100 ຫົວໜ່ວຍ, ຂະໜາດ​ນ້ອຍ​ແບບ​ຄອບຄົວ 27.900 ກວ່າ​ຫົວໜ່ວຍ. ປີຜ່ານ ມາ​ນີ້ ຍອດ​ມູນ​ຄ່າ​ການ​ຜະລິດ​ຂອງ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ​ບັນລຸ​ໄດ້​ຫລາຍ​ກວ່າ 5.000 ຕື້ກີບ ທຽບ​ໃສ່​ສົກ​ປີ 2011-2012 ​ເພີ່ມ​ຂຶ້ນ 10%, ສ່ວນ​ຍອດ​ມູນ​ຄ່າ​ສົ່ງ​ອອກ​ສິນຄ້າ​ບັນລຸ​ໄດ້​ເກືອບ 2 ຕື້​ໂດ​ລາ​ສະຫະລັດ ເພີ່ມ​ຂຶ້ນ 11% ທຽບ​ໃສ່​ສົກ​ປີ 2011-2012.

    ​ແຕ່​ເຖິງ​ແນວ​ໃດ​ກໍ​ດີ, ​ເພື່ອ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ​ພາຍ​ໃນ​​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ນັ້ນ, ຂະ​ແໜງ​ການ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ປັບປຸງ​ບາງ​ລະບຽບ​ການ​ ​ເພື່ອ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ອຸດສາຫະກຳ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ, ພ້ອມ​ເອົາ​ໃຈ​ໃສ່​ພັດທະນາ​ອຸດສາ ຫະກຳ​ປຸງ​ແຕ່ງ​ທີ່​ມີ​ພື້ນຖານ​ວັດ​ຖຸດິບ​ພາຍ​ໃນ ​ແລະ ສົ່ງ​​ເສີມ​ໃຫ້​ມີ​ໜໍ່​ແໜງ​ອຸດສາຫະກຳ​ໜັກ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຈັດຕັ້ງ ແລະ ປັບປຸງ​ກຸ່ມ​ຜະລິດ​ຫັດຖະກຳ​ໃຫ້​ເຂັ້ມ​ແຂງ, ມີ​ຄຸນ​ນະພາ​ບ ແລະ ອອກ​ແບບ​ໃຫ້​​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫລາດ, ສຸມ​ໃສ່​ຜະລິດ​ເປັນ​ສິນຄ້າ ​ເພື່ອ​ສົ່ງ​ອອກ​ໃຫ້​ຫລາກ​ຫລາຍໂດຍ​ສະ​ເພາະ​ອຸດສາຫະກຳ​ປຸງ​ແຕ່ງ​ກະສິກຳ, ອຸດ ສາຫະກຳ​ປຸງ​ແຕ່ງ​ໄມ້, ສະບຽງ​ອາຫານ, ວັດ​ສະ​ດຸ​ກໍ່ສ້າງ, ອຸດສາຫະກຳ​ຕັດຫຍິບ ​ແລະ ຕ່ຳ​ແຜ່ນ​ໃຫ້​ຫລາຍ​ຂຶ້ນກວ່າ​ເກົ່າ.

No comments:

Post a Comment