Ad

Ad

25 April 2014

ອາກາດ​ຈະ​ຮ້ອນ​ຂຶ້ນຕື່ມ 1-3 ອົງສາແກ່ຍາວ​ໄປ​ຈົນ​ຮອດ​ທ້າຍ​ເດືອນ



    ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ສະພາບ​ອາ ກາດ​ແຕ່​ນີ້​ໄປ​ຈົນ​ຮອດ​ວັນ​ທີ 29 ເມສາ​ທີ່​ຈະ​ເຖິງ​ນີ້ ບໍລິ​ເວນ​ຄວາມ​ກົດ​ດັນ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຈະ​ມີ​ກຳລັງ​ປານ​ກາງ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ປະ​ເທດ​ລາວ ສົມ ທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ ແລະ ຕາ​ເວັນ​ຕົກ​ສຽງ​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່ ເຊິ່ງລັກສະ ນະ​ເຊັ່ນ​ນີ້ຈະ​ເຮັດ​ໃຫ້​ອຸນຫະພູມ​ອາກາດ​ໂດຍ​ທົ່ວ​ໄປ​ຮ້ອນ​ເອົ້າຂຶ້ນ 1-3 ອົງສາ ພ້ອມ​ມີ​ໝອກ​ແຫ້ງ​ປົກ​ຫຸ້ມ​ໃນ​ຕອນ​ກາງ​ເວັນ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ລົມ​ແຮງ​ເປັນ​ບາງ​ໂອກາດ​ຢູ່ບາງ​ທ້ອງ​ຖິ່ນ.
     ຂ່າວ​​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ເວລາ​ປະມານ 2 ​ໂມງ ຂອງ​ວັນ​ທີ 24 ເມສາ​ນີ້ ​ໄດ້​ເກີດ​ໄຟ​ໄໝ້​ຕະຫລາດ​ຂາຍ​ສັດ​ຢູ່​ສົ້ນຂົວບ້ານ​ດອນ​ແດງ ​ເມືອງ​ຈັນທະ​ບູລີ ​ເຊິ່ງ​ໄດ້​ຮັບ​ຜົນ​ເສຍ​ຫາຍສົມຄວນ ​ແລະ ​ໃນ​ຕອນ​ບ່າຍ​ຂອງ​ມື້ດຽວ​ກັນ ກໍ​ເກີດ​ໄຟ​ໄໝ້​ປ່າ​ຫຍ້າ​ຢູ່ແຄມ​ຂອງ​ເຂດ​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫລວງ​ວຽງ​ຈັນ. ດັ່ງນັ້ນ ຈຶ່ງ​ໃຫ້​ສັງຄົມ​ເພີ່ມ​ສະຕິ​ລະວັງ​ໃນ​ການ​ຊົມ​ໃຊ້​ຟືນ​ໄຟ ​ເພື່ອ​ຮັບປະ ກັນ​ບໍ່​ໃຫ້​ເກີດ​ອັກຄີ​ໄພ​ຕາມ​ມາ.

No comments:

Post a Comment