Ad

Ad

25 April 2014

ໃນ​ສົກ​ໜ້າ 7 ​ແຂວງ​ມີ​ຄວາມ​ຕ້ອງການ​ຂຸດ​ຄົ້ນ​ໄມ້​ຫລາຍ​ກວ່າ​ແສນ​ແມັດ​ກ້ອນ



    ກະຊວງ​ກະສິກຳ-ປ່າ​ໄມ້ ​ໃຫ້​ຮູ້​ວ່າ: ຜ່ານການ​ສັງ​ລວມ​ແຜນ ການ ​ແລະ ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ໄມ້​ສຳລັບ 7 ​ແຂວງ ປະກອບ​ມີ​ແຂວງ​ຜົ້ງ ສາລີ, ບໍ່​ແກ້ວ, ຫົວພັນ, ຫລວງ​ພະ​ບາງ, ​ໄຊ​ຍະ​ບູລີ, ວຽງ​ຈັນ ແລະ ຈຳປາ​ສັກ ​ໃນ​ສົກ​ປີໜ້າ (2014-2015) ມີ​ເຖິງ 106.000 ແມັດ​ກ້ອນ.
      ທ່ານ ວິ​ໄລ​ວັນ ພົມ​ເຂ ລັດ ຖະມົນຕີ​ວ່າການ​ກະຊວງ​ກະສິ ກຳ-ປ່າ​ໄມ້ ລາຍ​ງານ​ຕໍ່​ກອງ​ປະ ຊຸມ​ເປີດ​ກວ້າງ​ລັດຖະບານ​ປີ 2014 ​ໂດຍ​ຊີ້​ໃຫ້​ເຫັນ​ກ່ຽວ​ກັບ​ແຜນ​ຂໍ​ອະນຸມັດ​ຂຸດ​ຄົ້ນ​ໄມ້ ປະຈຳ​ສົກ​ປີ 2014-2015 ຈາກ​ເຂດ​ກໍ່ ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເຂດ​ບຸກ​ເບີກ​ເນື້ອທີ່​ປູກ​ໄມ້, ພືດ​ກະສິກຳ ແລະ ​ເຂດ​ເນື້ອທີ່​ການ​ຜະລິດ​ຂອງ​ປະຊາຊົນ​ໃນ 7 ​ແຂວງ ລວມທັງ​ໝົດ 105.940 ກວ່າ​ແມັດ​ກ້ອນ, ​ໃນ​ນັ້ນ ຫລາຍ​ກວ່າ​ໝູ່​ແມ່ນ​ແຂວງ​ຫລວງ​ພະ​ບາງ 50 ພັນ​ແມັດ​ກ້ອນ, ​ແຂວງ​ຈຳປາ​ສັກ 32 ພັນ​ແມັດ​ກ້ອນ, ຫົວ ພັນ 20 ພັນ​ແມັດ​ກ້ອນ, ບໍ່​ແກ້ວ 1.231 ແມັດ​ກ້ອນ, ​ໄຊ​ຍະ​ບູລີ 1.106 ແມັດ​ກ້ອນ, ວຽງ​ຈັນ 1.066 ​ແມັດ​ກ້ອນ ​ແລະ ຜົ້ງສາ ລີ 400 ​ແມັດ​ກ້ອນ. ສຳລັບ​ແຜນ​ຂຸດ​ຄົ້ນ​ໄມ້​ໃນ​ທົ່ວ​ປະ​ເທດ ສົກ​ປີ 2013-2014 ມີ​ທັງ​ໝົດ 580.071 ​ແມັດ​ກ້ອນ, ປະຕິບັດ​ໄດ້​ພຽງ 69.888 ​ແມັດ​ກ້ອນ ​ເທົ່າ​ກັບ 12% ຂອງ​ແຜນ ການ. ສ່ວນ​ແຜນ​ຂຸດ​ຄົ້ນ​ໄມ້ 6 ເດືອນ​ຕົ້ນສົກ​ປີ 2013- 2014 ພາຍ ຫລັງ​ທີ່​ລັດຖະບານ​ມີ​ມະຕິ​ໃຫ້​ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້​ມອບ​ແຜນ​ໃຫ້​ບັນດາ​ແຂວງ ​ແລະ ນະ ຄອນຫລວງ​ວຽງ​ຈັນ​ຈັດຕັ້ງ ປະຕິບັດ​ເລີ່​ມ​ແຕ່​ທ້າຍ​ປີຜ່ານມາ​ຈຳນວນ 133.288 ​ແມັດ​ກ້ອນ ເຊິ່ງລວມມີ​ໄມ້​ໃນ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​
ລ່າງ​ເຊັ່ນ: ​ແລວ​ທາງ, ​ແລວ​ໄຟຟ້າ, ອ່າງ​ເກັບ​ນ້ຳ ຊົນລະປະທານ, ​ເຂດ​ຈັດ​ສັນພູ​ມ ລຳ​ເນົາ​ໃໝ່ ລວມທັງ​ເຂດ​ກໍ່ສ້າງ​ເຂື່ອນ​ໄຟຟ້າ, ​ໂຄງການ​ຂຸດ​ຄົ້ນ​ແຮ່​ທາດ, ​ເຂດ​ບຸກ​ເບີກ​ປູກ​ໄມ້​ອຸດສາຫະກຳ ​ແລະ ພືດ​ເສດຖະ ກິດ​ອື່ນໆ. ມາ​ຮອດ​ປັດຈຸບັນສາ ມາດ​ປະຕິບັດ​ພຽງ​ແຕ່ 11.745 ແມັດ​ກ້ອນ ຫລື ​ເທົ່າ​ກັບ 9% ຂອງ​ແຜນການ. ທັງ​ນີ້​ເນື່ອງ​ຈາກ​ການ​ປະຕິບັດ​ແຜນ​ຂຸດ​ຄົ້ນ​ໄມ້​ຕົວ​ຈິງມີ​ລັກສະນະ​ຊັກ​ຊ້າ ຍ້ອນ​ຫລາຍ​ຂອດ​ປະສານ​ງານ ຈຶ່ງ​ເຮັດ​ໃຫ້​ຫລາຍ​ແຂວງ​ເລີ່​ມປະຕິບັດ​ໃນຕົ້ນປີ 2014. ນອກ ຈາກ​ໂກ​ຕາ​ປົກກະຕິ​ແລ້ວ ບາງ​ແຂວງ​ຍັງ​ສືບຕໍ່​ຂຸດ​ຄົ້ນ​ໄມ້​ທີ່​ລັດຖະບານ​ອະນຸມັດ​ໃນ​ເຂດ​ກໍ່ ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ແຂວງ ​ໃນ​ສົກ​ປີຜ່ານມາ​ຈຳນວນ 446.783 ​ແມັດ​ກ້ອນ, ມາ​ຮອດ​ປັດຈຸບັນສາມາດ​ປະຕິບັດ​ໄດ້​ພຽງ 58.142 ​ແມັດ​ກ້ອນ ​ເທົ່າ​ກັບ 13% ຂອງ​ແຜນການ.
     ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ-ປ່າ​ໄມ້ ​ໃຫ້​ຮູ້​ຕື່ມ​ວ່າ: ການຈັດຕັ້ງປະຕິບັດ​ແຜນ​ຂຸດ​ຄົ້ນ​ໄມ້​ໃນ​ສົກ​ນີ້ ​ໄດ້​ດຳ​ເນີນ​ໄປ​ຕາມ​ການ​ຊີ້ນຳ​ຂອງ​ລັດຖະບານ ​ໂດຍ​ມີ​ການ​ຕິດຕາມ​ກວດກາ ​ແລະ ຄຸ້ມ​ຄອງ​ຢ່າງ​ໃກ້ ຊິດ, ສ່ວນ​ໂຕ​ເລກ​ຄາດໝາຍ​ໃນ​ວຽກ​ງານ​ເກັບ​ແກ່ນ, ກ້າ​ເບ້ຍ​ໄມ້-ປູກ​ໄມ້, ການ​ຂຸດ​ຄົ້ນ​ໄມ້ ​ແລະ ການ​ເກັບ​ກູ້​ເຄື່ອງ​ປ່າ​ຂອງ​ດົງ​ແມ່ນ​ບໍ່​ທັນ​ສາມາດ​ສະຫລຸບ​ໄດ້ ເນື່ອງ​ຈາກ​ຢູ່​ໃນ​ລະຫວ່າງ​ການ​ຕີ​ລາຄາ​ຂອງ​ທ້ອງ​ຖິ່ນ. ນອກຈາກ​ນັ້ນ ທ່ານ​ຍັງ​ໃຫ້​ຮູ້​ບາງ​ບັນຫາ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ ​ເຊິ່ງມີ​ຫລາຍ​ແຂວງ​ຂໍ​ອະນຸມັດ​ເກັບ​ກູ້​ໄມ້​ກິ່ງ​ງ່າ, ​ໄມ້​ທ່ອນ​ສັ້ນ ​ແລະ ​ໄມ້​ທ່ອນ​ປາຍ; ການ​ຂຸດ​ຄົ້ນ​ໄມ້​ເປັນ​ທຶນ ເພື່ອ​ຊະ​ລຳ​ໂຄງການ​ກໍ່ສ້າງ​ພື້ນ ຖານ​ໂຄງ​ລ່າງ ​ແລະ ຍັງ​ມີ​ບາງ​ແຂວງ​ສືບຕໍ່​ຂຸດ​ຄົ້ນ​ໄມ້​ໃນ​ເຂດ​ປ່າ​ຜະລິດ​ແມ່ນ​ເຫັນ​ວ່າ​ບໍ່​ແທດ​ເໝາະ, ຍັງ​ອະນຸຍາດ​ໃຫ້​ບັນດາ​ບໍລິ ສັດ ຫລື ​ເຈົ້າຂອງ​ໂຮງງານ​ປຸງ​ແຕ່ງ​ໄມ້​ເກັບຊື້​ໄມ້​ຂະ​ຍຸງ​ທີ່​ລັກ ລອບ​ນຳ​ເຂົ້າຈາກ​ປະ​ເທດ​ເພື່ອນ​ບ້ານ​ແບບ​ເປີດ​ກວ້າງອາດ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ອັນ​ບໍ່​ດີ ​ແລະ ສວຍ​ໂອກາດ​ລັກລອບ​ຕັດ​ໄມ້​ຂະ​ຍຸງ​ພາຍ​ໃນ​ແຂວງ​ມາ​ແອບ​ອ້າງ. ເຊັ່ນ​ດຽວ​ກັບ​ການ​ອະນຸຍາດ​ຂຸດ​ຄົ້ນ​ໄມ້​ແລວ​ທາງ​ໃນ​ໄລຍະ​ຍາວ​ເປັນ​ຈຳນວນ​ຫລາຍ ​ເຊິ່ງອາດ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຄຸ້ມ​ຄອງ ​ແລະ ອາດ​ເປັນ​ຊ່ອງ​ວ່າງ​ໃຫ້​ຜູ້​ທີ່​ໄດ້​ຮັບ​ອະນຸຍາດ​ສວຍ​ໂອກາດ​ລັກລອບ​ຕັດ​ໄມ້​ທີ່​ມີ​ລາຄາ​ແພງ ​ແລະ ມີ​ຕະຫລາດ​ຕ້ອງການ​ຫລາຍ​ເທົ່າ​ນັ້ນ.

No comments:

Post a Comment