Ad

Ad

25 April 2014

ສະພາບອຸປະຕິເຫດເກີດຂຶ້ນໄລຍະປີໃໝ່ຮ້າຍແຮງກວ່າຫຼາຍປີຜ່ານມາ



                ທ່ານ ພັນເອກ ຄຳຖະຫວາຍ ເພັດອຸໄທ ຫົວໜ້າກົມຕຳຫຼວດ ຈະລາ ຈອນ ໄດ້ແຈ້ງຕໍ່ກອງປະຊຸມຖອດຖອນບົດຮຽນວຽກງານປ້ອງກັນໃນໄລຍະປີໃໝ່ ທີ່ຈັດຂຶ້ນໃນວັນທີ 23 ເມສານີ້ວ່າ: ການຫຼິ້ນບຸນປີໃໝ່ລາວຜ່ານມານີ້ເຫັນວ່າມີການ ລ່ວງລະເມີດລະບຽບ ແລະ ຂໍ້ຫ້າມຕ່າງໆຂອງເຈົ້າໜ້າທີ່ເປັນຕົ້ນແມ່ນການຫົດນ້ຳ ຕາມແຄມທາງ ແລະ ມີການດື່ມສິ່ງມຶນເມົາ ຊຶ່ງເປັນສາເຫດພາໃຫ້ເກີດອຸປະຕິເຫດ ຕາມທ້ອງຖະໜົນຄື: ນັບແຕ່ວັນທີ 13 ຫາ 17 ເມສານີ້ ທົ່ວປະເທດມີອຸປະ ຕິເຫດ ເກີດຂຶ້ນ 238 ກໍລະນີສົ່ງຜົນໃຫ້ມີຜົວເສຍຊີວິດ 27 ຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາມີຈຳນວນເພີ່ມຂຶ້ນໂດຍສະເພາະ ແມ່ນລົດຕຳຄົນທີ່ຫົດ ນ້ຳແຄມ ທາງ, ມີຜູ້ເສຍຊີວິດ 4 ຄົນ ແລະ ອື່ນໆ, ສາເຫດສ່ວນ ໃຫຍ່ແມ່ນດື່ມສິ່ງມຶນເມົາແລ້ວ ຂັບຂີ່ ລົດ 38,79%, ຂັບຂີ່ລົດໄວ ເກີນກຳນົດ 27,29%, ລ້ຽວບໍ່ຮັບປະກັນຄວາມປອດໄພ 18,39%, ແຊງບໍ່ຮັບປະກັນ 9,19% ແລະ ບໍ່ປ່ອຍສິດ 6,32%.
    ທ່ານ ພັນເອກ ຄຳຖະຫວາຍ ເພັດອຸໄທ ກ່າວວ່າ: ກ່ອນການ ຈັດຕັ້ງປະຕິບັດວຽກງານປ້ອງກັນກົມຕຳຫຼວດຈະລາຈອນ
ພວກເຮົາໄດ້ລົງເຮັດວຽກງານໂຄສະນາກ່ອນການສະເຫຼີມສະຫຼອງມາແລ້ວປະມານໜຶ່ງອາທິດ, ໂດຍປະສານສົມທົບກັບພາກ ສ່ວນບໍລິສັດລາວໂທລະຄົມ, ເບຍລາວ ແລະ ບໍລິສັດ ໂຄລາວ ເພື່ອສ້າງກິດຈະກຳຂັບຂີ່ປອດໄພ, ຕັ້ງຈຸດໂຄສະນາຕາມເສັ້ນ ທາງໃຫ້ຜູ້ຂັບຂີ່ມີສ່ວນຮ່ວມ, ປະສານສົມທົບກັບກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງລົງກວດກາຄືນຕົວຈິງ ແລະ ໄດ້ ແນະນຳວາງແຜນປ້ອງກັນໃນ 8 ແຂວງຢູ່ຕິດກັບເສັ້ນທາງ 13 ເໜືອ ແລະ 13 ໃຕ້, ພິເສດປີນີ້ ກົມຕຳຫຼວດຈະລາຈອນ ໄດ້ວາງມາດຖານຂໍ້ແຂ່ງຂັນໃຫ້ພະແນກຕຳຫຼວດຈະລາຈອນໃນທົ່ວປະ ເທດເຮັດວຽກງານສະກັດກັ້ນອຸປະຕິເຫດໃຫ້ຫຼຸດລົງ ເພື່ອຍາດເອົາຂອງຂວັນລາງວັນຊຶ່ງເຮັດໃຫ້ການສະຫຼອງບຸນປີໃໝ່ລາວ ປີນີ້ມີຄວາມມ່ວນຊື່ນ ແລະ ເປັນລະບຽບຮຽບຮ້ອຍດີ. ແຕ່ຄຽງ ຄູ່ກັນນັ້ນຍັງເຫັນວ່າສະພາບອຸປະຕິເຫດຍັງເພີ່ມຂຶ້ນ ແລະ ຮ້າຍ ແຮງຍ້ອນຄວາມເປັນເຈົ້າການສະຕິປະຕິບັດລະບຽບ ຈະລາຈອນຂອງສັງຄົມຍັງບໍ່ທັນເຂັ້ມງວດ ແລະ ເຈົ້າໜ້າທີ່ຈຳນວນ ໜຶ່ງຍັງບໍ່ເອົາໃຈໃສ່ເທົ່າທີ່ຄວນ ໃນການປະຕິບັດໜ້າທີ່ ວຽກງານຂອງຕົນຍັງຝ່າຝືນໄປຮ່ວມຫຼິ້ນ ສະເຫຼີມສະຫຼອງກັບປະຊາຊົນ ມີການດື່ມສິ່ງມຶນມເມົາໃນເວ ລາປະຕິບັດໜ້າທີ່ກໍມີ
      ທ່ານ ພັນໂທ ພົວມະຈັນ ສວນບຸນມາຫົວໜ້າພະແນກຕຳຫຼວດຈະລາຈອນນະຄອນຫຼວງ ວຽງຈັນ ໃຫ້ທັດສະນາວ່າ: ການ ສະຫຼອງບຸນປີໃໝ່ລລາວນີ້ ສະພາບອຸປະຕິເຫດຢູ່ນະຄອນຫຼວງວຽງຈັນກໍມີລັກສະນະຮ້າຍແຮງຂຶ້ນສ່ວນໃຫຍ່ແມ່ນຈະ ເກີດໃນ ໄລຍະເວລາ 18 ໂມງ ຂຶ້ນໄປ, ຍ້ອນເຈົ້າໜ້າທີ່ບໍ່ປະຈຳການ ແລະ ເປັນຊ່ວງຄ່ຳຄືນ, ຜູ້ຂັບ ຂີ່ມີການດື່ມສິ່ງມືນເມົາ ແລະ ຂັບຂີ່ລົດໄວ, ສະນັ້ນ ຈຶ່ງຕ້ອງໄດ້ມີການປັບປຸງແຜນງານຄືນໃໝ່ເພື່ອເຮັດໃຫ້ການສະກັດກັ້ນອຸປະຕິເຫດໃນໄລຍະດັ່ງ ກ່າວມີປະສິດທິຜົນ.

No comments:

Post a Comment