ໃນວັນທີ 24 ເມສານີ້, ຢູ່ວິສາຫະກິດໂຕະລາວ,
ບ້ານຫາຍ ໂສກ, ເມືອງຈັນ ທະບູລີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ຖະແຫລງຂ່າວກ່ຽວກັບຄວາມເປັນມາ
ແລະ ເປົ້າໝາຍຂອງໂຕະລາວ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ສຸພາພອນ ສວນນະວົງ
ຜູ້ອຳນວຍການໂຕະລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາ ຄົມນັກຂ່າວແຫ່ງ ສປປ
ລາວ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
ໂຕະລາວ ແມ່ນສະຖານທີ່ເຮັດວຽກແບບໃໝ່
ເພື່ອໃຫ້ຫລາຍໆຄົນຈາກຫລາຍສາຂາອາຊີບມາເຮັດວຽກຮ່ວມກັນ ແລະ ຮູ້ຈັກກັນ ແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນ
ແລະ ກັນ. ພ້ອມກັນນັ້ນ, ໂຕະລາວ ຍັງ ເປັນໄດ້ທັງຫ້ອງປະຊຸມ, ຫ້ອງເຮັດວຽກຮ່ວມກັນ,
ຫ້ອງຄົ້ນຄວ້າບົດຮຽນສຳລັບນັກສຶກສາ ແລະ ອື່ນໆ. ເປົ້າໝາຍໃນການກໍ່ ສ້າງໂຕະລາວຂື້ນມາ
ເພື່ອສົ່ງເສີມຄວາມສາມັກຄີ ແລະ ຄວາມເຂັ້ມແຂງ ໃຫ້ກັບກຸ່ມຜູ້ປະກອບການ ເພື່ອໃຫ້ເຂົາ
ເຈົ້າສາມາດປະກອບສ່ວນເຂົ້າໃນການພັດ
ທະນາເສດຖະກິດຂອງລາວຢ່າງແທ້ຈິງ. ໂຕະລາວແມ່ນບ່ອນເຮັດວຽກທີ່ເອື້ອເຟື້ອຄວາມສະດວກສະບາຍ,
ຄວາມຄິດສ້າງສັນ ໃຫ້ການເຮັດວຽກຂອງທຸກຄົນ ແລະ ທັງເປັນຫ້ອງການສຳລັບຜູ້ປະ ກອບການທີ່ຫາກໍລິເລີ່ມກິດຈະການ
ຫລື ຜູ້ປະກອບອາ ຊີບອິດສະຫລະ ແລະ ອາຊີບຕ່າງໃຫ້ເຂົ້າມາເຮັດວຽກຮ່ວມກັນ, ໄດ້
ພົບປະປຶກສາຫາລືແລກປ່ຽນຄວາມຄິດ ເພື່ອເຮັດໃຫ້ວຽກງານຂອງແຕ່ລະຄົນມີການພັດ
ທະນາຍິ່ງໆຂື້ນໄປ ເໝາະສຳລັບຜູ້ທີ່ກຳລັງຊອກຫາບ່ອນນັ່ງເຮັດວຽກທີ່ຫລີກເວັ້ນສິ່ງລົບກວນອື່ນໆ.
ນອກນັ້ນໂຕະລາວຍັງມີການບໍລິການເຊັ່ນ: ໃຫ້ຄຳປຶກສາທາງທຸລະກິດ, ແປພາສາ,
ຊ່ວຍເຫລືອແນະນຳໃນການ ຈັດຕັ້ງບໍລິສັດ, ສາມາດເປັນພື້ນທີ່ພົບປະນັກທຸລະກິດ
ແລະ ອື່ນໆ.
No comments:
Post a Comment