Ad

Ad

25 April 2014

ເສັ້ນທາງ​ດອນ​ໜູນ-ທ່າ​ງ່ອນ ການ​ກໍ່ສ້າງ​ຫລ້າ​ຊ້າອາດສ້າງຄວາມລຳບາກໃນ​ລະດູ​ຝົນ



      ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ເລກ 10 ຈາກສາມ​ແຍກ​ດອນ​ໜູນໄປ​ຫາ​ທ່າ​ງ່ອນ ເມືອງ​ໄຊ​ທານີ ອອກ​ສູ່​ເມືອງທຸລະຄົມ, ​ແຂວງ​ວຽງ​ຈັນ, ​ເຊິ່ງ​ແມ່ນ​ບໍລິສັດ​ຂອງ​ເອກະ​ຊົນ ໄດ້​ຮັບ​ອະນຸຍາ​ດ​ໃຫ້​ລົງ​ທຶນ​ກ່ອນ, ມາ​ຮອດ​ປັດຈຸບັນ​ໂຄງການ​ດັ່ງກ່າວໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ຫລາຍ​ເດືອນ​ເຫັນ​ວ່າ​ຍັງ​ມີ​ຄວາມ​ຄືບ​ໜ້າ​ໜ້ອຍ​ເປັນ​ຕົ້ນ​ແມ່ນ​ການ​ວາງ​ທໍ່​ລະບາຍ​ນ້ຳ​ສອງ​ຟາກ​ທາງ ​ແລະ ທໍ່​ລອດ ທາງ​ຕາມ​ຈຸດ​ຕ່າງໆ. ຂະນະ​ທີ່ ການ​ຍົກຍ້າຍ​ສິ່ງ​ກີດຂວາງ​ອອກ​ຈາກ​ເສັ້ນທາງ​ທີ່​ຈະ​ຂະຫຍາຍ​ກໍ​ໄດ້​ເລີ່​ມ​ເຂົ້າ​ສູ່ເຂດ​ບ້ານ​ທ່າ​ງ່ອນ​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່ເຖິງ​ຢ່າງ​ໃດ​ກໍ​ດີຖ້າ​ໂຄງການ​ນີ້​ຫາກ​ມີ​ການຫລ້າ​ຊ້າ​ແກ່ຍາວ​ການ​ທົມດິນ​ຢຽບ​ແໜ້ນ​ໃນ​ການຂະ ຫຍາຍ​ໜ້າ​ທາງ​ອາດສົ່ງຜົນສະທ້ອນຫຍຸ້ງ ຍາກ​ແກ່​ການ​ໄປມາຫາສູ່​ຂອງ​ປະຊາຊົນ​ໃນ​ລະດູຝົນທີ່ນັບ​ມື້​ຄືບ​ຄານ​ໄກ້​ເຂົ້າ​ມາ​ເຖິງ.
      ​ເສັ້ນທາງ​ເລກ 10 ຈາກ​ສາມ​ແຍກ​ດອນ​ໜູນ​ອອກ​ໄປ​ສູ່​ເມືອງ​ທຸລະຄົມ​, ​ແຂວງ​ວຽງ​ຈັນ ມີ​ຄວາມ​ຍາວ​ປະມານ 70 ກ່ວາກິ​ໂລ​ແມັດ. ​ໃນ​ນີ້, ຈາກ​ດອນ​ໜູນ​ໄປ​ຫາ​ທ່າ​ງ່ອນ​ປະມານ 20 ກວ່າ​ກິ​ໂລ​ແມັດ, ​ເຊິ່ງກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ​ ໄດ້​ອະນຸ ຍາດ​​ໃຫ້​ບໍລິສັດ​ເອກະ​ຊົນດຳ​ເນີນ​ການ ແລະ ລົງທຶນ​ໄປ​ກ່ອນ​ຖ້າ​ໂຄງການ​ດັ່ງກ່າ​ວສຳ​ເລັດຈະ​ເປັນ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສັນ
ຈອນ​ໄປມາ​ຂອງ​ຍານພາຫະ​ນະ​ຕ່າງໆມີ​ຄວາມ​ສະ​ດວກ​ສະບາຍ​ກ່ວາ​ເກົ່າ, ​​ນອກຈາກ​ສິ່ງ​ທີ່​ກ່າວ​ມາ​ນີ້​ແລ້ວນະຄອນຫລວງ​ວຽງ​ຈັນ ຍັງ​ໄດ້​ລົງທຶນ​ຂະຫຍາຍ​ໂຄງ​ລ່າງ​ເສັ້ນທາງ​ຄົມມະ​ນາ​ຄົມ​ລຽບ​ຊານ​ເມືອງ​ຕື່ມ​ອີກ​ຫລາຍ​ເສັ້ນ ເຊິ່ງ​ໃນ​ປັດ​ຈຸ​ບັນ​ໄດ້​ມີ​ເສັ້ນ ທາງ​ຕໍ່​ຈາກຖະໜົນ​ເລກ 10 ທ່າ​ງ່ອນ​ຜ່າ​ນນ້ຳ​ເຄັມ, ນາ​ຄູນ​ນ້ອຍ​ອອກ​ສູ່​ທາງ​ເລກ 13 ເໜືອ​​ເຂດ​ເມືອງ​ນາ​ຊາຍ​ທອງ ມີ​ຄວາມ​ຍາວ​ປະມານ 10 ກວ່າ​ກິ​ໂລ​ແມັດ​ໂດຍ​ການ​ປູ​ຢາງ​. ມາ​ຮອດ​ປັດ ຈຸບັນ​ເສັ້ນທາງ​ດັ່ງກ່າວ​​ໄດ້​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່ ແລະ ຈະ​ເປີດ​ນຳ​ໃຊ້​ໃນ​ໄວໆ​ນີ້.
      ສຳລັບ​ການ​ພັດທະນາ​ໂຄງ​ລ່າງ​ເສັ້ນທາງ​ຄົມມະນາຄົມ​ຢູ່ ແຂວງ​ວຽງ​ຈັນ​ໂດຍ​ສະ​ເພາະ ໂຄງການ​ຂະຫຍາຍ​ປັບປຸງ​ເສັ້ນ ທາງ​ໃໝ່​ໃນ​ເຂດ​ເທດສະບານ​ ແຂວງ​ວຽງ​ຈັນ ເລີ່​ມ​ແຕ່​ປາກ​ແຈ້ງ-ສາມ​ແຍກ​ໂພນ​ໝີໄປ​ຫາ​ເທດສະບານ​ເມືອງ​ໂພນ​ໂຮງ  ແລະ ຈາກ​ສາມ​ແຍກ​ໂພນ​ໝີ​ເຂົ້າ​ທ່າ​ລາດ, ​ເມືອງ​ແກ້ວ​ອຸດົມ ແຂວງ​ວຽງ​ຈັນ ເຊິ່ງ​ໂຄງການ​ນີ້​ໄດ້​ດຳ​ເນີ​ນມາ​ນັບ​ແຕ່​ປີ 2013 ຮອດ​ປັດຈຸບັນ​ໂຄງການ​ກໍ່ສ້າງ​ແມ່ນ​ນັບ​ວ່າ​ມີ​ຄວາມ​ຄືບ​ໜ້າ​ໄປ​ຫລາຍ​ສົມຄວນ​ ແຕ່​ຫາກ​ການ​ປະຕິບັດ​ວຽກ​ງານ​ມີ​ການ​ລ່າ​ຊ້າ​ແກ່ຍາວ ເສັ້ນທາງ​ດັ່ງກ່າວຍິ່ງ​ຈະ​ສ້າງ​ຄວາ​ມຫຍຸ້ງຍາກ​ຊັບ​ຊົນ​ຕໍ່​ກັບ​ການ​ສັນຈອນ​ໄປມາ​ໃນ​ລະດູຝົນ​ຕໍ່ໜ້າ​ນີ້​ຢ່າງ​ເຊັນ​ກັນ.

No comments:

Post a Comment