Ad

Ad

25 April 2014

ຜົວເມົາຍາບ້າ ໃຊ້ມີດແທງເມຍຈົນເສຍຊີວິດ



    ເກີດເຫດການຄາດຕະກຳສະເທືອນຂວັນເມື່ອມີຜົວປະສາດຫຼອນຈາກອາການ ເມົາຢາ ໃຊ້ມີດແທງເມຍຕົນເອງຈົນເສຍຊີວິດ, ກ່ອນທີ່ຈະແທງຕົນເອງຈົນໄດ້ຮັບ ບາດເຈັບສາຫັດ.
    ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຫດການຄາດຕະກຳສະ ເທືອນຂວັນດັ່ງກ່າວເກີດຂຶ້ນໃນຕອນແລງ ຂອງ ວັນທີ 23 ເມສານີ້ ຢູ່ບ້ານຫ້ວຍຫຼ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍ ທ້າວ ພຸດ ອາຍຸ 28 ປີ, ໃຊ້ມີດແທງ ເມຍຂອງ ຕົນເອງ ຊື່ ນາງ ດາວ ອາຍຸ 23 ປີ ຈົນເສຍຊີວິດ.
   ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ໄດ້ໃຫ້ຮູ້ວ່າ: ທ້າວ ພຸດ ໄດ້ແຕ່ງງານກັບ  ນາງ ດາວ ມາແຕ່ປີ 2010 ມີລູກ ນຳກັນ 2 ຄົນຊຶ່ງພໍ່-ແມ່ (ຂອງເມຍ) ເອົາໄປລ້ຽງ, ໂດຍສອງຜົວເມຍປະກອບອາຊີບເຮັດນາ, ຕໍ່ມາ ທ້າວ ພຸດ ໄດ້ມີການພົວ ພັນກັບສິ່ງເສບຕິດຈົນຖືກອຳນາດການປົກຄອງໄດ້ນຳຕົວໄປຕັກເຕືອນ ແລະ ຊຶ່ງກ່ອນ ເກີດເຫດຜູ້ກ່ຽວກໍໄດ້ເກີດມີອາການ
ປະສາດຫຼອນຮຸນແຮງແລ້ວໃຊ້ມີດແທງເມຍຕົນເອງ 3 ຈຸດ ແລະ ມີການຕໍ່ສູ້ ກ່ອນທີ່ຜູ້ເປັນເມຍຈະແລ່ນໜີລົງເຮືອນແລ້ວມາ ເສຍຊີວິດຢູ່ໜ້າເຮືອນຂອງຕົນເອງ, ກ່ອນມີປະຊາຊົນ ເຮືອນໃກ້ຄຽງມາພົບເຫັນ ແລະ ທ້າວ ພຸດ ກໍໃຊ້ມີດແທງຕົນເອງຈົນ ໄດ້ຮັບບາດເຈັບສາຫັດ ແລະ ຖືກເຈົ້າໜ້າທີ່ນຳສົ່ງໂຮງໝໍ.

No comments:

Post a Comment