Ad

Ad

27 June 2014

ຍິງລາວເກີດລູກແຝດ 5 ຄົນ ທີ່ໂຮງຫມໍກຸງເທບແຂວງອຸດອນທານີ



     ​ສຳນັກ​ຂ່າວ​ໄທ ​ໃຫ້​ຮູ້​ວ່າ: ເມື່ອ​ເວລາ​ປະມານ 15:45 ​ໂມງ ຂອງ​ວັນ​ທີ 25 ມິຖຸນາ​ນີ້ ຢູ່​ໂຮງໝໍ​ກຸງ​ເທບ​ອຸດອນ​ແຂວງ​ອຸ ດອນ​ທານີ ປະ​ເທດ​ໄທ ໂດຍຄະນະ​ອຳນວຍ​ການ ​ແລະ ທີ​ມ​ແພດ​ຊ່ຽວຊານ​ເດັກ​ແດງ​ໂຮງໝໍ​ດັ່ງກ່າວ ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ຜົນສຳ​ເລັດ​ການ​ປະສົມ​ພັນ​ທຽມ​ໃຫ້​ກັບ​ແມ່ຍິງ​ລາວ​ຄົນ​ໜຶ່ງ​ທີ່​ມີ​ລູກ​ຍາກຈົນ​ສາມາດ​ໄດ້​ລູກ​ແຝດ 5 ຄົນ ​ແລະ ​ໄດ້​ຜ່າຕັດ​ລູກ​ທັງ 5 ຄົນ​ອອກ​ມາ​ຢ່າງ​ປອດ​ໄພ ​ໃນ​ວັນ​ທີ 25 ມິຖຸນາ​ນີ້ ​ໃນ​ນີ້​ເປັນ​ເພດ​ຊາຍ 2 ຄົນ ​ແລະ ຍິງ 3 ຄົນ ​ໂດຍ​ແມ່ ​ແລະ ລູກ 4 ຄົນ ຈະ​ໄດ້​ອອກ​ຈາກ​ໂຮງໝໍ​ພາຍ​ໃນ​ໜຶ່ງ​ອາທິດ, ສ່ວນ​ເດັກ​ອີກ 1 ຄົນ​ແມ່ນ​ຈະ​ຢູ່​ໃນການ​ເບິ່ງ​ແຍງ​ຂອງ​ແພດ​ຕື່ມ​ປະມານ 2-3 ອາທິດ ​ເນື່ອງ​ຈາກ​ມີນ້ຳໜັກ​ເບົາ.
     ທ່ານ ພົນ​ໂທ​ນາຍ​ແພດ ທະ​ວັດ​ໄຊ ອຳນວຍ​ການ​ໂຮງໝໍ​ດັ່ງ ກ່າວ​ບອກ​ວ່າ: ພໍ່​ ​ແລະ ​ແມ່​ຂອງ​ເດັກນ້ອຍ​​ແຝດ 5 ຄົນ​ນີ້ ​ເປັນ​ນັກ ທຸລະກິດ​ລາວ ອາຍຸ 37 ປີ ​ແລະ 33 ປີ​ ​ເຄີຍ​ມີ​ລູກ​ມາ​ກ່ອນ 1 ຄົນ ເປັນ​ຜູ້ຍິງ ​ແລະ ຕະຫລອດ​ເວລາ 7 ປີ ມີ​ຄວາມ
​ພະຍາ ຍາມ​ຢາກ​ໄດ້​ລູກ​ຕື່ມ​ອີກ ຈຶ່ງ​ໃຊ້​ວິທີ​ປະສົມ​ພັນ​ທຽມ (IUI) ຈົນ​ປະສົບ​ຜົນສຳ​ເລັດ​ ​ແລະ ການ​ທີ່​ພໍ່ ​ແລະ ​ແມ່​ເປັນ​ຄົນ​ລາວ ​ແຕ່​ໄປ​ເກີດ​ລູກ​ຢູ່​ປະ​ເທດ​ໄທ​ຢ່າງ​ຖືກ​ກົດໝາຍ​ ລູກ​ແຝດ 5 ຄົນ​ຈະ​ສາມາດ​ໄດ້​ຮັບ​ສິດ​ເປັນ​ຄົນ​ສັນຊາດ​ໄທ​ຕາມ​ສະຖານ​ທີ່​ເກີດ, ຂະນະ​ທີ່​ພໍ່​​ແມ່​ກໍ​ສາມາດ​ເລືອ​ກສັນຊາດ​ໃຫ້​ລູກ​ໄດ້​ເຊັ່ນ​ດຽວ​ກັນ.

No comments:

Post a Comment