Ad

Ad

27 June 2014

ກະຊວງພາຍໃນຢືນຢັນການສອບເສັງເຂົ້າລັດຖະກອນປີນີ້ ຈະໃຫ້ມີຄຸນນະພາບດີ



    ວັນທີ 26 ມິຖຸນານີ້ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີວ່າການກະຊວງພາຍໃນ ໄດ້ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາຂອງພວກເຮົາກ່ຽວກັບການສອບເສັງ ເຂົ້າ ລັດຖະກອນພາກຄວາມຮູ້ທົ່ວໄປປະຈຳປີ 2014 ນີ້ວ່າ: ໃນນາມກະຊວງພາຍໃນທັງ ເປັນຜູ້ຮັບຜິດຊອບໃນການສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປທີ່ຈະຈັດ ຂຶ້ນໃນວັນທີ 19  ກໍລະກົດທີ່ຈະມາເຖິງນີ້, ເຊິ່ງເປັນວຽກໜຶ່ງທີ່ພວກເຮົາປະຕິບັດ ມາເປັນປີທີ 2 ແລ້ວທີ່ກະຊວງພາຍໃນຈັດຂຶ້ນ, ຊຶ່ງໄດ້ຮັບການຕອບຮັບໄດ້ເປັນຢ່າງ ດີ, ໂດຍສະເພາະແມ່ນຄວາມສະເໝີພາບ, ຍຸດຕິທຳ ແລະ ຄວາມໂປ່ງໃສ່, ແຕ່ເພື່ອ ເຮັດໃຫ້ການສອບເສັງປີນີ້ມີຄຸນນະພາບດີຂຶ້ນກວ່າເກົ່າກະຊວງພາຍໃນຈະເປັນ ຜູ້ຄຸ້ມຄອງການສອບເສັງທັງໝົດທົ່ວປະເທດ, ໂດຍມີການປັບປຸງນິຕິກຳ, ປັບປຸງປຶ້ມຄຳຖາມ, ຄຳຕອບຈາກ 1329 ຄຳຖາມ- ຕອບເພີ່ມ ເປັນ 1544 ຄຳຖາມ-ຕອບ ທີ່ ນອນຢູ່ໃນ 9 ຂົງເຂດ ແລະ ຊຶ່ງແມ່ນກະຊວງພາຍໃນເປັນຜູ້ອອກເອງ, ໂດຍກົງ ພາຍຫຼັງທີ່ສອບເສັງແລ້ວຂໍ້ສອບທັງໝົດຈະຖືກນຳມີກວດຢູ່ກະຊວງພາຍໃນດ້ວຍລະບົບຄອມພິວເຕີ, ຂັ້ນຕອນດັ່ງກ່າວ ຖືວ່າຮັບປະກັນໄດ້ຄວາມຍຸດຕິທຳ ແລະ ໂປ່ງໃສ່.

   ທ່ານ ລັດຖະມົນຕີວ່າການ ກະຊວງພາຍໃນກ່າວວ່າ: ຜ່ານຈາກການເປີດຮັບສະໝັກແຕ່ວັນທີ 12 ພຶດສະພາ ມາຮອດປັດຈຸ ບັນມີຜູ້ສະໝັກສອບເສັງແລ້ວ 18 ພັນກວ່າຄົນ, ໃນນີ້ຢູ່ນະຄອນ ຫຼວງມີ 6 ພັນກວ່າຄົນ, ຕ່າງແຂວງ  12 ພັນກວ່າຄົນ, ສຳລັບ ຜົນການສອບເສັງແມ່ນໃຫ້ໄດ້ 50 % ຂອງຈຳນວນຄຳຕອບທັງ ໝົດຂຶ້ນໄປຖືວາໄດ້ຜ່ານການ ສອບເສັງ ແລະ 49 % ລົງມາ ແມ່ນເສັງບໍ່ຜ່ານ, ໂດຍຈະບໍ່ຈຳ ກັດຈຳນວນຜູ້ສະໝັກ ແລະ ຜູ້ ເສັງຜ່ານແມ່ນຈະໄດ້ຮັບໃບອະນຸຍາດ, ສາມາດໄປເສັງເຂົ້າລັດ ຖະກອນໄດ້, ຊຶ່ງໃບອະນຸຍາດ ດັ່ງກ່າວມີອາຍຸການ 2 ປີ, ພາຍ ຫລັງໄດ້ຜ່ານການສອບເສັງນີ້ ແລ້ວກໍຕ້ອງໄດ້ໄປເສັງເຂົ້າຂະ ແໜງທີ່ຕົນຢາກສັງກັດ, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງນັກສອບ ເສັງ ແລະ ຜູ້ທີ່ຕ້ອງການເຂົ້າ ສອບເສັງຈົ່ງເພີ່ມຄວາມເອົາໃຈ ໃສ່, ຄວາມດຸໝັ່ນໃນການອ່ານປຶ້ມຄຳຖາມ-ຕອບ ໃຫ້ເຂົ້າໃຈ ແລະ ປະຕິບັດກົດລະບຽບການ ສອບເສັງໃຫ້ເຂັ້ມງວດເພື່ອເຮັດ ແນວໃດໃຫ້ການສອບເສັງຄັ້ງນີ້ ໄດ້ຮັບຜົນດີ.
  ການສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປນີ້ນອກຈາກຈະເປັນການຄັດເລືອກເອົາລັດຖະກອນແລ້ວ, ຍັງເປັນການ ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ເພື່ອສົ່ງເສີມການຮຽນຮູ້ໃຫ້ຮອບດ້ານ, ໂດຍສະເພາະແມ່ນໄວໜຸ່ມ, ເພື່ອໃຫ້ເຂົາ ເຈົ້າມີຄວາມຮູ້ໃນດ້ານການເມືອງ-ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ຂ່າວ ສານ, ພົວພັນຕ່າງປະເທດ, ສາສະໜາດ ແລະ ຊົນເຜົ່າ, ອົງການຈັດຕັ້ງມະຫາຊົນ, ພູມສາດ-ປະ ຫວັດສາດ ແລະ ພາສາ ລາວ-ວັນນະຄະດີເພື່ອໃຫ້ເຂົ້າເຈົ້າສາມາດເຮັດວຽກງານຢ່າງມີຄຸນນະພາບ.

No comments:

Post a Comment