Ad

Ad

27 June 2014

ສຽງກ້ອງຈາກຄວາມງຽບ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ກໍຄົງຈະຄືກັບເອື້ອຍອ້າຍນ້ອງພະນັກງານຫລາຍໆຄົນຫັ້ນລະ, ຈານແຍ່ຂັບລົດໄປ ການມາການເອງຍ້ອນບໍ່ມີໂຊເຟີສະ ເພາະ. ແຕ່ຂັບລົດເອງກໍມີຄວາມສຸກໄປອີກແບບ ໜຶ່ງ, ບໍ່ໄດ້ກັງວົນເລື່ອງໃຈເພິ່ນໃຈໂຕໂດຍສະເພາະກໍແມ່ນ ຍາມເຂົ້າຍາກ- ໝາກແພງ ຄືສູ່ມື້ນີ້. ໂຊເຟີເຂົາກໍມີປາກມີທ້ອງຄືກັນ. ອີກໃຈໜຶ່ງ, ຈານແຍ່ກໍຮູ້ສຶກມ່ວນໃນທາດ ໃນຂັນທີ່ໄດ້ປະຢັດຊ່ວຍ ພັກ-ລັດ ເພາະທາງການຂອງຫລາຍພາກສ່ວນກໍຮຽກຮ້ອງ ໃຫ້ໃຜພໍຂັບເອງໄດ້ກໍໃຫ້ຊ່ວຍຕົນເອງ ໄປກ່ອນ, ເມື່ອໃດລັດເຮົາຖົງ ຕຶ່ງກໍ ຈຶ່ງຄ່ອຍ ຍານສາຍແອວລົງ. ຫວ່າງແລ້ວນີ້ ຈານແຍ່ໄປເມືອງຈີນ, ໄປຮຽນຮູ້ທິດສະດີ ແລະ ພຶດ ຕິກຳວ່າບ້ານເພິ່ນເຮັດ ກັນແນວ ໃດ ? ມີຫລາຍເລື່ອງຍາກເອົາມາເລົ່າ ແຕ່ໜ້າເຈ້ຍ ຂອງຄໍລຳນີ້ມັນ ຈຳກັດ ກໍເລີຍຢາກເວົ້າຈຸດໜຶ່ງທີ່ ເຫັນແລ້ວຕິດ ໃຈແຮງ ຄື ເລື່ອງ “ປະຢັດ-ປະຢັດທັງວັດຖຸ ແລະ ເວລາ” ໃນງານລ້ຽງອາຫານທ່ຽງຢູ່ ເມືອງນ້ອຍໆແຫ່ງໜຶ່ງ, ພະນັກງານສາວ ຂັ້ນຫົວໜ້າພະແນກເຮັດໜ້າທີ່ເຫຍັ້ນເຫລົ້າ ແລະ ຊວນ ເພື່ອນລາວ-ເພື່ອນຈີນຍົກ, ແຕ່ກ່ອນຍົກນາງເວົ້າຂຶ້ນວ່າ: ດຽວນີ້, ພວກເຮົາມີລະບຽບການໃໝ່ຄືຫ້າມດື່ມເຫລົ້າຕອນກາງ ເວັນເດັດຂາດ, ດື່ມແລ້ວຄົນຊິບໍ່ເຮັດວຽກ. ສຳລັບການດື່ມເຫລົ້າໃນງານລ້ຽງແຂກຕ່າງປະເທດນັ້ນຄົນຈີນຕ້ອງດື່ມຂະໜາດ ໜຶ່ງສ່ວນສາມ (1/3) ຂອງເຫລົ້າທີ່ແຈກ ແຂກ. ຍິນແນວນັ້ນປາກົດວ່າລົດຊາດຂອງເຫລົ້າໃນຈອກຈານແຍ່ຫລຸດຄວາມແຮງ ລົງຖ່ອງໜຶ່ງ.

     ບັດນີ້ມາຟັງຕໍ່ເລື່ອງຂັບລົດເອງ. ທ່ານຜູ້ອ່ານເປັນຄືຈານແຍ່ ບໍ່ ? ຄືທຸກຄັ້ງເມື່ອໄດ້ຍິນເລື່ອງປະເທດຜູ້ຜະລິດເອີ້ນລົດ ຄືນຈຳນວນຫລາຍພັນ-ຫລາຍໝື່ນຄັນ ຍ້ອນຄວາມບົກຜ່ອງທາງດ້ານເຕັກນິກນັ້ນ. ຍິນເລື່ອງນີ້, ຈານແຍ່ຮູ້ສຶກບໍ່ສະບາຍໃຈ, ເວົ້າແຈ້ງໄປກວ່ານັ້ນກໍຄືຫົວໃຈມັນເຕັ້ນ, ຖ້າວັດແທກກໍຄົງຈະໄດ້ຂະໜາດ 0,5 ຫາ 1 ເຣັກເຕີ (ເຄື່ອງວັດແທກຄວາມ ສັ່ນສະ ເທືອນຂອງແຜ່ນດິນໄຫວ) ໂດຍສະເພາະໃນເວລາທີ່ຂ່າວ ບອກວ່າ: ລົດທີ່ຮຽກຄືນນັ້ນແມ່ນ ຍີ່ຫໍ້ດຽວກັບຄັນທີ່ຈານແຍ່ຂັບ. ບໍ່ເຊື່ອທ່ານລອງປືດເບິ່ງໜັງສືພິມປະຈຳເດືອນນີ້ຄືນ ປາກົດວ່າແຕ່ ລະທິດມີຂ່າວເລື່ອງເອີ້ນລົດຄືນ ແລະ ບັນດາລົດຍີ່ຫໍ້ທີ່ ຮຽກຄືນນັ້ນ ມີແລ່ນບໍ່ອຶດບໍ່ຢາກຕາມເສັ້ນທາງ ບ້ານເຮົາ. ມີບາງຂ່າວກໍບອກວ່າ: ໄດ້ຮຽກຄືນຈາກປະເທດນັ້ນເທົ່າ ນັ້ນຄັນ, ປະເທດນີ້ເທົ່ານີ້ຄັນ ແລະ ຈາກປະເທດ “ອື່ນໆ” ອີກເທົ່ານັ້ນ ຄັນ. ຈານແຍ່ເລີຍຖາມຕົນເອງ ວ່າ: ຄຳວ່າ: “ອື່ນໆ” ມີປະເທດ ລາວຢູ່ນຳ ຫລື ບໍ່ ? ການຮຽກລົດ ຄືນນີ້ນັ້ນ ສ່ວນຫລາຍແມ່ນຍ້ອນ ຄວາມບົກຜ່ອງທາງເຕັກນິກເຊັ່ນ: ຟະແລັງ (ເບກ) ບໍ່ດີ, ນ້ຳມັນຊຶມ, ລະບົບໂອໂຕມາຕິກຂັດຂ້ອງ. ຫວ່າງແລ້ວນີ້ ຮຽກຄືນຍ້ອນສົງ ໄສຢ້ານຖົງລົມນິລະໄພອາດບໍ່ເຮັດວຽກໄດ້ມາດ ຖານ. ເມື່ອມີຂ່າວນີ້ອອກມາເລື້ອຍໆຄືແນວນີ້ ຈານແຍ່ກໍເລີຍຕັ້ງເປັນຂໍ້ສົງໄສ ວ່າ: ອາດເປັນຍ້ອນຄວາມລະເລີຍຂອງໂຮງ ງານບ່ອນຜະລິດ ແລະ ສອງອາດເປັນຍ້ອນວ່າທາງໂຮງງານມີຄວາມເປັນຫ່ວງເປັນໄຍເລື່ອງຄວາມປອດໄພໂພດ. ການຮຽນລົດ ຄືນນັ້ນ ຕາມຄວາມເຂົ້າໃຈແມ່ນຮຽກເຂົ້າອູ່ ເພື່ອກວດກາຄືນບ່ອນບົກຜ່ອງ. ຄຳຖາມທີ່ຈານແຍ່ຖາມຕົນເອງມີ ຢູ່ວ່າ: ຢູ່ບ້ານ ເຮົາຄືວ່າມິດເລື່ອງ ນີ້ ? ຫລືວ່າ ລົດທຸກຄັນປອດໄພ ? ຫລືວ່າ ທາງຮ້ານຂາຍລົດ ຫລື ອູ່ລົດມີວິທີຕິດຕໍ່ກັບລູກຄ້າເອງ ແບບ ມິດໆຈົນຈານແຍ່ບໍ່ຮູ້ນຳ. ແຕ່ຈານແຍ່ວ່າເລື່ອງນີ້ບໍ່ຄວນມິດ, ຖ້າລົດຍີ່ຫໍ້ນັ້ນມີ ຫລື ບໍ່ມີບັນຫາ, ພາກສ່ວນກ່ຽວຂ້ອງກໍຕ້ອງ ອອກແຈ້ງການ ຫລື ປະກາດວ່າ ໃຫ້ສັງຄົມຮັບຮູ້, ບໍ່ຕ້ອງຄິດຢ້ານວ່າຖ້າເປັນຂ່າວບໍ່ດີມັນຊິກະທົບຕໍ່ຍອດຂາຍ.
     ຜ່ານມາຈານແຍ່ໄດ້ແຕ່ຄິດເອົາເອງວ່າ: ບ້ານເຮົາຄົງບໍ່ມີບັນຫາເລື່ອງນີ້ ເພາະໄດ້ເລືອກເອົາແຕ່ຄັນດີໆມາຂາຍ. ແຕ່ການຄິດ ເອົາເອງກັບການໄດ້ຍິນການຢັ້ງຢືນຢ່າງເປັນທາງການນັ້ນຄົງມີນ້ຳໜັກຕ່າງກັນແນ່ນອນ. ຂໍຈົບເລື່ອງພຽງເທົ່ານີ້ ຊິເອີ້ນວ່າແຍ່ ຫລື ບໍ່ນັ້ນ ກໍສຸດແລ້ວແຕ່ໃຈທ່ານແລ !.

No comments:

Post a Comment