Ad

Ad

27 June 2014

ຄຊກລ ທຳລາຍລູກບົມ 250 ກິໂລ



     ​ໃນ​ວັນ​ທີ 25 ມິຖຸນາ​ນີ້, ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ​ເພື່ອ​ການ​ແກ້​ໄຂ​ລະ​ເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່ ສປປ ລາວ (ຄຊ ກລ) ​ໄດ້​ທຳລາຍ​ລູກ​ບົມ​ໃຫຍ່​ນ້ຳ ໜັກ 500 ປອນ (ປະມານ 250 ກິ​ໂລ) ຮຸ້ນ GPLD ຜະລິດ​ຢູ່​ສະຫະ ລັດ​ອາ​ເມ​ລິ​ກາ ​ໂດຍ​ລູກ​ບົມ​ດັ່ງ ກ່າວ​ຖືກ​ພົບ​ເຫັນ​ໃນ​ວັນ​ທີ 25 ພຶດສະພາຜ່ານ​ມານີ້ ຢູ່​ເລິກ​ລົງ​ໄປ​ໃຕ້​ດິນ​ປະມານ 1 ​ແມັດ ​ໃນ​ເຂດ​ກໍ່ສ້າງ​ສຸກສາລາ​ບ້ານ​ໃຫຍ່​ນາ​ຈະ​ເລີ​ນ​ ​ເມືອງ​ສັງ​ທອງ ນະຄອນຫລວງ​ວຽງ​ຈັນ ​ເຊິ່ງ​ເປັນ​ລະ​ເບີດ​ຕົກ​ຄ້າງ​ມາແຕ່​ປາງ​ສົງຄາມ​.

No comments:

Post a Comment