Ad

Ad

4 December 2015

ລົດ​ໄຟລາວ-ຈີນຈະ​ຊ່ວຍ​ພັດທະນາເສດຖະກິດລາວຂະຫຍາຍຕົວ​ໄວ​ຂຶ້ນ

ຄຳເຫັນຂອງທ່ານຮອງປະທານຄະນະກຳມາທິການພັດທະນາແລະປະຕິຮູບເສດຖະກິດແຫ່ງຊາດຢູ່ໃນພິທີຖະແຫລງຂ່າວຕໍ່ສື່ມວນຊົນພາຍຫລັງພິທີວາງສີລາລືກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໃນເຊົ້າວັນທີ 2 ທັນວານີ້ຢູ່ນະຄອນຫລວງວຽງຈັນໄດ້ຢືນຢັນວ່າ: ​ໂຄງການປະຫວັດສາດນີ້ບໍ່ພຽງແຕ່​​ແມ່ນສັນຍາລັກຂອງການພົວພັນຮ່ວມມືລະຫວ່າງລາວ-ຈີນເທົ່ານັ້ນ, ມັນຍັງເປັນໂຄງ ການຄ້ຳຊູໃຫ້ການພັດທະນາເສດຖະກິດສອງປະເທດຂະຫຍາຍຕົວແຂງແຮງແລະວ່ອງໄວຂຶ້ນໂດຍສະເພາະຈະຊ່ວຍຍົກສູງປະສິດທິພາບການຂົນສົ່ງສິນຄ້າແລະຜູ້ໂດຍສານລະຫວ່າງທ້ອງຖິ່ນແລະອອກຕ່າງປະເທດດີຂຶ້ນຫລາຍເທົ່າແລະຈະປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບແລະຄູ່ຮ່ວມມືຍຸດ
ທະສາດຮອບດ້ານຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະຈະເປັນກຳລັງແຮງອັນໃໝ່ເພື່ອການພັດທະນາເສດຖະກິດໃນເຂດພາກພື້ນອາຊີຕາເວັນສຽງໃຕ້ໂດຍສະເພາະການພົວພັນການຄ້າ, ການທ່ອງທ່ຽວແລະການລົງທຶນ, ປະກອບສ່ວນສ້າງວຽກເຮັດງານທຳຢ່າງຫລວງຫລາຍໃຫ້ປະຊາຊົນສອງປະເທດແລະນຳມາພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້ານັບມື້ດີຂຶ້ນ.
ທ່ານຮອງປະທານຄະນະກຳມາທິການດັ່ງກ່າວໃຫ້ຮູ້ວ່າ: ​ໂຄງການປະຫວັດສາດຂອງສອງປະເທດທີ່ຈະເລີ່ມຈັດຕັ້ງປະຕິບັດນີ້ມັນເປັນໂຄງການທີ່ມີຄວາມໝາຍແລະຍຸດທະສາດຍາວນານເພື່ອເຮັດບົດບາດໃນການກໍ່ສ້າງເຄືອຂ່າຍເສັ້ນທາງລົດໄຟເຊື່ອມຕໍ່ປະເທດຕ່າງໆໃນທະວີບອາຊີດ້ວຍກັນແລະກະຕຸກຊຸກຍູ້ການພັດທະນາພື້ນຖານໂຄງລ່າງຂອງບັນດາປະເທດໃນພາກພື້ນໃຫ້ເຊື່ອມຈອດກັນໄວຂຶ້ນ.

          ໂຄງການລົດໄຟລາວ-ຈີນແມ່ນເລີ່ມຈາກຈຸດຊາຍແດນບໍ່ເຕັນ-ບໍ່ຫານຂອງສອງປະເທດລວມມີຄວາມຍາວປະມານ 418 ກິໂລແມັດ, ​ເຂົ້າມາຜ່ານຫລາຍແຂວງຂອງລາວເຊັ່ນ: ຫລວງນ້ຳທາ, ອຸ ດົມໄຊ, ຫລວງພະບາງ, ​ແຂວງວຽງຈັນເຂົ້າມາສູ່ນະຄອນຫລວງວຽງຈັນເຊິ່ງການກໍ່ສ້າງຈະມີຂົວແລະອຸມົງກວມເອົາ 60% ຂອງຄວາມຍາວເສັ້ນທາງ, ຄາດວ່າຈະມີມູນຄ່າການກໍ່ສ້າງສູງເກືອບ 40 ຕື້ຢວນ (ສະກຸນເງິນຈີນ) ​ເຊິ່ງເປັນການລົງທຶນຮ່ວມຂອງສອງປະເທດໃນອັດຕາສ່ວນລາວ 30% ​ແລະຈີນ 70%, ຈະສ້າງເປັນທາງປະເພດດ່ຽວໂດຍໃຊ້ລະບົບຂັບເຄື່ອນດ້ວຍພະລັງງານໄຟຟ້າດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດລົງຢ່າງສົມບູນ​​ໃນປີ 2020.

No comments:

Post a Comment