Ad

Ad

4 December 2015

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ຈະໄຂຂຶ້ນແຕ່ວັນທີ 7-25 ທັນວານີ້

 ໃນຕອນບ່າຍວັນທີ 3 ທັນວານີ້ທ່ານຮອງປະທານສະພາແຫ່ງຊາດສົມພັນ ແພງຄໍາມີ, ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນທີ່ສະພາແຫ່ງ ຊາດນະຄອນຫລວງວຽງຈັນກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊູດທີ VII ວ່າ:ກອງປະຊຸມດັ່ງກ່າວຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 7 ທັນວາໄປຈົນຮອດວັນທີ 25 ທັນວາ 2015, ຊຶ່ງເປັນກອງປະຊຸມເທື່ອສຸດທ້າຍຂອງສະພາແຫ່ງ ຊາດຊຸດທີ VII, ໂດຍຈະໄດ້ຮັບຟັງການລາຍງານພິຈາລະນາແລະຕົກລົງບັນຫາສຳຄັນຕ່າງເຊັ່ນພິ ຈາລະນາຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ,ກົດໝາຍສ້າງໃໝ່ແລະກົດໝາຍສະບັບປັບປຸງຈຳນວນ
ໜຶ່ງ,ຮັບຟັງລາຍງານກ່ຽວກັບການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະສາມາຊິກສະພາປະຊາຊົນຂັ້ນແຂວງ, ຈະໄດ້ຮັບຟັງແລະປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີVIII, ຮັບຟັງການລາຍງານຂອງ 4 ຂະແໜງການກ່ຽວຂ້ອງກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຄື: ທະນາຄານແຫ່ງສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ,ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ, ນອກນີ້ຍັງຈະໄດ້ຮັບຟັງການລາຍງານວຽກງານຂອງອົງການກວດສອບແຫ່ງລັດ ແລະ ພິຈາລະນາບັນຫາສໍາຄັນອື່ນໆຕາມການສະເໜີຂອງສະພາແຫ່ງຊາດຫລືລັດຖະບານ.

No comments:

Post a Comment