Ad

Ad

17 December 2014

ສາທາ​ປະ​ເມີນ​ການຈັດ​ຕັ້ງ​ປະຕິບັດມາດ​ຕະການ​ປ້ອງ​ກັນ ​ແລະ ​ສະກັດ​ກັ້ນ​ພະຍາດ​ອີ​ໂບລາ



       ວັນ​ທີ 16 ທັນວາ​ນີ້​ ກະຊວງ​ສາທາລະນະ​ສຸກ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ ແລະ ​ປະ​ເມີນ​​ການຈັດ​ຕັ້ງ​ປະຕິບັດ​ມາດ​ຕະ ການ​ປ້ອງ​ກັນ​ແລະ​ສະກັດ​ກັ້ນ​ພະຍາດ​ອີ​ໂບລາ​ຂຶ້ນ​ຢູ່ນະຄອນຫຼວງ​ວຽງ​ຈັນ,​​ ໂດຍ​ການ​ເປັນ​ປະທາ​ນ ຂອງ​ທ່ານ ດຣ ບຸນ​ຫຼາຍ ພົມມະ​ສັກ ຫົວໜ້າ​ກົມ​ຄວບ​ຄຸມພະ​ຍາດ ຕິ​ດຕໍ່​ກະຊວງ​ສາທາລະນະ​ສຸກ, ມີ​ຜູ້​ຕ່າງ​ໜ້າ​ຈາກ​ກະຊວງ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກສ່ວນ​ກ່ຽວຂ້ອງອື່ນໆເຂົ້າ​ຮ່ວມນຳ​ອີກ.
         ກອງ​ປະຊຸມ​ຕີ​ລາຄາວ່າ: ສະພາບການ​ລະບາດ​ຂອງ​ພະຍາດ​ອີ​ໂບລາ​ຢູ່​ບັນດາ​ປະ​ເທດ​ອາ​ຟຣິກາ​ໃຕ້​ນັບ​ມື້​ຍິ່ງ​ຮ້າຍ​ແຮງ​ຂຶ້ນ, ຊຶ່ງ​ມາ​ຮອດ​ປັດຈຸບັນ​ມີ​ຈຳນວນ​ຜູ້​ຕິດ​ເຊື້ອ​ສູງ​ເຖິງ 17 ພັນ​ກວ່າ​ຄົນ,​ ໃນ​ນີ້​ເສຍ​ຊີວິດ​ແລ້ວ 6 ພັນ​ກວ່າ​ຄົນ ​ແລະ ປະ​ເທດ​ເຮົາ​ກໍ​ມີ​ຄວາມ​ສ່ຽງ​ຕໍ່​ພະຍາດ​ດັ່ງກ່າວ​ຈາກ​ການ​ເຂົ້າ​ອອກ​ຂອງ​ຜູ້​ໂດນ​ສານ​ທີ່​ເດີນທາງ​ມາ​ຈາດ​ປະ​ເທດ​ທີ່​ມີ​ການລະບາດ​, ຜ່ານ​ມາ​ພວກ​ເຮົາ​ກໍ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ເພື່ອ​ປ້ອງ​ກັນ ​ແລະ ​ສະກັດ​ກັ້ນ​​ຢູ່​ຕາມ​ດ່ານ​ຊາຍ​​ແດນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຕິດຕາມ​ເຝົ້າ​ລະວັງບໍ່​ໃຫ້​ມີ​ການ​ແຜ່​ລະ ບາດ​ຂອງ​ພະຍາດ​ດັ່ງກ່າວ​ໃນ​ປະ​ເທດ​ເຮົາ,​ ໂດຍ​ອີງ​ການ​ຄຳ​ສ່ັງ​ແນະນຳ​ຂອງ​ທ່ານ ນາ​ຍຍົກ​ລັດຖະ
ມົນຕີ​ທີ່​ໄດ້​ເນັ້ນ ໃຫ້​ກະຊວງ​ສາທາ ລະນະ​ສຸກ​ເປັນ​ຈຸດປະ​ສານ​ງານ​ໃນ​ການ​ສະກັດ​ກັ້ນ​ພະຍາດ​ອີ​ໂບລາ, ​ໂດຍ​ເອົາ​ໃຈ​​ໃສ່​ຕິດຕາມ​ການລະບາດ​ຂອງ​ພະຍາດ​ດັ່ງກ່າວ​ໃນ​ທົ່ວ​​ໂລກ​ຢ່າງ​ໃກ້ຊິດ, ປະສານ​ສົມທົບ​ກັບ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ​ ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ​ ແລະ​ ມາດ​ຕະການ​ກັນ​ພະ​ຍາດ​ຕາ​ມລະບຽບສາທາລະນະ​ສຸກ​ສາກົນ​ເຜີຍ​ແຜ່​ຄວາມ​ຮູ້​ ແລະ​ ວິທີ​ປ້ອງ​ກັນ​ຕົນ​ເອງໃຫ້​ປະຊາຊົນ​ໄດ້​ກວ້າງຂວາງ ​ແລະ ທົ່ວ​ເຖິງ,​ ເພີ່ມ​ທະວີ​ການ​ເປົ້າ​ລະວັງ​ໃນ​ທົ່ວ​ປະ​ເທດ, ຮັບປະກັນ​ໃຫ້​ມີ​ແພດປະຈຳ​ຢູ່​ດ່ານ​ສາກົນ​ຕ່າງໆ,​ ໂດຍ​ສະ​ເພາະ​ໃນ​ສະໜາມ​ບິນ​ສາກົນ​ວັດ​ໄຕ, ​ຫຼວງ​ພະ​ບາງ, ສະຫວັນ​ນະ​ເຂດ, ຈຳປາ​ສັກ​ ​ແລະ​ ຂົວ​ມິດຕະພາບ 1,2,3,4, ​ເພື່ອ​ຕິດຕາມ ແລະ ​ກວດກາ​ທຸກໆ​ຜູ້​ໂດຍສານ​ທີ່​​ເດີນທາງ​ມາ​ຈາກ​ປະ​ເທດ​ທີ່​ມີ​ການລະບາດ​ຂອງ​ພະຍາດ​ອີ​ໂບລາ.
          ທ່ານ​ປະທານ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ຜ່ານ​ການ​ເຝົ້າ​ລະວັງ​ມາ​ຮອດ​ປັດຈຸບັນ​ແມ່ນຍັງ​ບໍ່​ພົບ​ກໍ​ລະ​ນີຜູ້​ຕິດ​ເຊື້ອ​​ແຕ່​ຢ່າງ​ໃດ,​ແຕ່​ເພື່ອ​ເຮັດ​ໃຫ້​ວຽກງານ​ປ້ອງ​ ແລະ ສະກັດ​ກັ້ນ​ພະຍາດ​ດັ່ງກ່າວ​ມີ​ປະ ສິດ​ຕິ​ພາບ​ດີ​ຂຶ້ນ, ພວກ​ເຮົາ​ຈະ​ໄດ້ ຮ່ວມ​ກັນ​ປຶກສາ​ຫາລື​ ແລະ ປະ​​ເມີນ​ຄືນ​ການຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ ​ແລະ ສະ ກັດ​ກັ້ນ​ພະຍາດ​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ,​ ເພື່ອ​ຈະ​ໄດ້​ແກ້​ໄຂ​ຂໍ້​ບົກ​ພ່ອງຕ່າງໆ​ເຮັດ​ໃຫ້​ການປ້ອງ​ກັນ ​ແລະ​ ສະກັດ​ກັ້ນ​ມີ​ປະສິດທິ ພາບຈົນ​ກ່າວ​ການລະບາດ​ຂອງ​ພະຍາ​ດັ່ງກ່າວ​ຫຼຸດ​ໜ້ອຍລົງ ​ແລະ ​ດັບ​ສູນ.

No comments:

Post a Comment