Ad

Ad

17 December 2014

ສາຍ​ດ່ວນ​ເຖິງ​ສະພາ​ຕົ້ນຕໍ​ແມ່ນ​ບັນຫາ​ເສັ້ນທາງ ​ແລະ ການ​ຈະລາຈອນ​ໃນ​ນະຄອນຫຼວງວຽງຈັນ



        ໃນ​ລະຫວ່າງ​ດຳ​ເນີນ​ກອງ​ປະຊຸມສະ​ໄໝສາມັນເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດຊຸດທີ VII ຊຶ່ງພວມດຳ​ເນີນ​ໃນ​ປັດຈຸບັນ​ນີ້​ກໍ​ມີ ປະຊາຊົນບັນດາເຜົ່າຢູ່ເຂດແຂວງຕ່າງໆໃນທົ່ວປະເທດ​ໃຫ້ການຕິດຕາມບັນຫາ​ຕ່າງໆທີ່​ນຳ​ສະເໜີຕໍ່ກອງປະຊຸມ ດັ່ງກ່າວຢ່າງໃກ້ຊິດ ແລະ ພ້ອມໄດ້ສົ່ງຈົດໝາຍ ແລະ ​ໂທລະສັບ​ຜ່ານສາຍດ່ວນຂອງ​ສະພາເພື່ອຮ້ອງ ຂໍໃຫ້ມີການແກ້ໄຂ ຜົນກະທົບ ແລະ ສິ່ງທີ່ ເປັນ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ຕາມທ້ອງຖິ່ນ  ​ແລະ ຂົງ​ເຂດ​ວຽກງານ​ຕ່າງໆ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ທະໜົນຫົນທາງ​ອື່ນໆ ເພື່ອ​ໄດ້ຮັບການແກ້ໄຂຄື: ສາຍ ດ່ວນຈາກປະ ຊາຊົນບ້ານທ່າ ງ່ອນ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ໄດ້ບອກວ່າ: ບັນຫາການກໍ່ສ້າງເສັ້ນທາງເລກ 10 ແຕ່ດອນໜູນ ໄປຫາທ່າງ່ອນ ມີ ຄວາມຍາວພຽງ 20 ກິໂລແມັດ, ເຊິ່ງໄດ້ດຳເນີນການກໍ່ສ້າງມາປະມານ 2 ປີ ກ່ວາແລ້ວ ແລະ ມາຮອດດຽວ ນີ້ ກໍຍັງບໍ່ສຳເລັດ ຍ້ອນຫຍັງໃນປັດຈຸບັນເສັ້ນທາງ ສາຍ ນີ້ຕົກຢູ່ໃນສະພາບມີບວກຂຸມ ແລະ ເປັນຝຸ່ນໄງໄປທົ່ວບໍລິ ເວນສ້າງ ຄວາມກັງວົນໃຈໃຫ້ ກັບຜູ້ຕັ້ງບ້ານເຮືອນຢູ່ແຄມທາງ ແລະ ຄົນທຽວທາງໂຊກບໍ່ດີບາງຄັ້ງກໍໄດ້ເກີດອຸປະຕິເຫດ ລົດ ຕຳກັນ ເປັນປະຈຳ, ໂດຍສະເພາະ ແມ່ນຍາມຄໍ່າຄືນຊາວບ້ານຈຶ່ງ ໄດ້ສະ ເໜີໃຫ້ພາກສ່ວນກ່ຽວ ຂ້ອງລົງກວດກາ ແລະ ແນະນຳ ຜູ້ຮັບເໝົາມີວິທີແກ້ໄຂ. ສ່ວນປະ ຊາຊົນຢ ູ່ບ້ານ ຊໍ່  ເມືອງສັງທອງ ນະຄອນຫຼວງວຽງຈັນ ສະເໜີ ກ່ຽວກັບການຕິດຕັ້ງໄຟ
ເຍືອງ ທາງຢູ່ເຂດບ້ານດັ່ງກ່າວໄດ້ມີ ການກໍ່ສ້າງ ແລະ ຕິດຕັ້ງມາແຕ່ປີ 2013 ແຕ່ມາຮອດປັດຈຸບັນນີ້ ກໍຍັງບໍ່ທັນສຳເລັດຈຶ່ງ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ ແລະ ສືບຕໍ່ແກ້ໄຂດ້ວຍ, ເສັ້ນດຽວກັບສາຍດ່ວນຈາກພະນັກງານທະ ຫານກະຊວງປ້ອງກັນ ປະເທດມີຄຳເຫັນສະເໜີໃນ 3 ບັນຫາຄື ໃຫ້ແກ້ໄຂໄຂກ່ຽວກັບສະພາບຈອດລົດຊະຊາຍບໍ່ເປັນ ລະບຽບຕາມແຄມທາງ, ໃນນະ ຄອນຫຼວງອັນເປັນສາເຫດໃຫ້ ລົດຕິດຫຼາຍໃນເວລາເລັ່ງດ່ວນ ເຂົ້າການເລີກ ການໂດຍສະ ເພາະແມ່ນເສັ້ນທາງບໍລິເວນຕະຫຼາດ ເຊົ້າ, ການຂາຍເຄື່ອງທີ່ລະນຶກ ຢູ່ດ້ານໜ້າເດີ່ນພະທາດຫຼວງວຽງຈັນ, ບໍ່ຄວນ ໃຫ້ຕັ້ງເຕັ້ນ ເພາະມັນບໍ່ງາມປານໃດຂໍໃຫ້ຄະນະຮັບຜິດຊອບກຳນົດເຂດລະ ອຽດ ແລະ ສ້າງຮ້ານຂາຍໂດຍ ອອກແບບໃຫ້ເປັນຮູບ ແນວ ຊົງລາວຈິ່ງເໝາະສົມ ແລະ ງາມຕາຕໍ່ຜູ້ມາທ່ອງທ່ຽວລາຄາຝາກລົດງານບຸນໃຫຍ່ໃນນະຄອນ ຫຼວງວຽງຈັນບຸນ ອອກພັນສາ, ຊ່ວງເຮືອແມ່ນມີລາຄາທີ່ແຕກຕ່າງກັນ ແລະ ແພງເກີນກຳນົດໄວ້, ຂໍໃຫ້ຄະນະຮັບຜິດຊອບເອົາໃຈໃສ່ຄຸ້ມຄອງ ແລະ ມີວິທີແກ້ ໄຂ.
  ຂະນະດຽວກັນກໍມີສຽງ ຈົ່ມຈາກຊາວບ້ານນາທົ່ມ ເມືອງ ໄຊທານີນະຄອນຫຼວງວຽງຈັນ ສະເໜີ ເລື່ອງລົດບັນທຸກແຮ ຊາຍ ແລະ ດິນແດງ ແລ່ນຜ່ານເສັ້ນ ທາງນາທົ່ມ ຫາບ້ານໜອງ ວຽງຄຳ ເຂົ້າສູ່ສະຖານທີ່ຕ່າງໆ ໃນເມືອງເຮັດໃຫ້ຖະໜົນເປ່ເພ ຍ້ອນບັນທຸກ ເກີນນ້ຳໜັກ ແລະ ບໍ່ປະຕິບັດກົດລະບຽບຈະລາຈອນເຊັ່ນ: ແລ່ນໄວເກີນກຳນົດ, ບໍ່ມີຜ້າປົກເຮັດໃຫ້ຫີນ, ດິນຕົກ ເຮ່ຍຕາມຖະ ໜົນຫົນທາງພາໃຫ້ ເກີດອຸປະຕິເຫດ, ຖະໜົນເປ່ເພເປີເປື້ອນສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດກາ ແລະ ມີວິທີ ການສະ ກັດກັ້ນ ແລະ ແກ້ໄຂ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ.

No comments:

Post a Comment