Ad

Ad

17 December 2014

ຫາລືແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາບໍ່ຖືກລະບຽບຕາມ ຊາຍແດນລາວ-ຫວຽດນາມ



    ກອງປະຊຸມຄະນະຊີ້ນຳການ ຈັດຕັ້ງປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ວ່າ ດ້ວຍການແກ້ໄຂບັນຫາຜູ້ຍົກ ຍ້າຍຕັ້ງ ພູມລຳເນົາຕາມລຳພັງ ໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ບໍລິເວນຊາຍແດນ ລາວ- ຫວຽດນາມ ​ໄດ້ຈັດຂຶ້ນ​ໃນວັນທີ 15-16 ທັນວານີ້ ຢູ່ສູນ​ເຝິກອົບຮົມ ແລະ ການຮ່ວມມືສາກົນ (ICTC) ຫລັກ 5 ນະຄອນຫລວງ​ວຽງ​ຈັນ ພາຍໃຕ້ການເປັນ ປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະ ຊວງການຕ່າງປະເທດ, ປະ ທານຄະນະກຳມະ ການຊາຍ ແດນລາວ-ຫວຽດນາມ, ມີບັນ ດາຮອງເຈົ້າແຂວງຈາກ 10 ແຂວງທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

     ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດກໍໄດ້ໃຫ້ ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມທີ່ໄດ້ເນັ້ນໃຫ້ທຸກຂະແໜງການກ່ຽວຂ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັ ດຂໍ້ຕົກລົງສະ ບັບດັ່ງກ່າວໃຫ້ມີ​ຜົນສຳເລັດ ຕາມແຜນການເພື່ອເຮັດໃຫ້ຊາຍແດນສອງ​ປະ​ເທດລາວ-ຫວຽດນາມມີຄວາມ ສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍດີຂຶ້ນ.
    ໃນກອງປະຊຸມໄດ້ເປັນເອກະ ພາບກັນບາງບັນຫາທີ່ມີຄວາມ ຈຳເປັນເພື່ອປັບປຸງກົນໄກການ ຈັດຕັ້ງປະຕິບັດຂໍ້​ຕົກລົງ​ດັ່ງກ່າວ ຄືປັບປຸງກົນໄກການປະສານ ງານ, ການຄຸ້ມຄອງຢ່າງເປັນ ລະບົບ, ແບ່ງໜ້າທີ່ ແລະ ພາລະບົດບາດໃຫ້ແຕ່ລະ ພາກສ່ວນ ຢ່າງຈະ​ແຈ້ງ. ນອກນີ້ ຍັງມີ ຄວາມຈຳເປັນຕ້ອງສ້າງເປັນ ໂຄງການແບບຍືນຍົງ ​ແລະ ຕ້ອງ ໄດ້ເພີ່ມທະວີການ ສຶກສາອົບຮົມການເມືອງ ແນວຄິດ, ໂຄສະນາ​ເຜີຍ​ແຜ່ບັນດານິຕິກຳ ແລະ ເອກະສານທີ່ກ່ຽວຂ້ອງຕ່າງໆ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ ​ແລະ ຕ້ອງໄດ້ຍົກສູງ ພາລະບົດບາດຂອງກຳລັງທະຫານຊາຍແດນ ແລະ ເຈົ້າໜ້າທີ່ຕຳຫລວດທີ່ປະຈຳຢູ່ບໍລິເວນ ຊາຍແດນຕື່ມອີກ. ທັງ​ນີ້ກ​ໍ​ເພື່ອ​ແນ​ໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນຊາຍແດນສ້າງ ສາພັດທະນາບໍລິເວນຊາຍແດນ ຂອງສອງປະເທດລາວ-ຫວຽດນາມກາຍເປັນຊາຍແດນສັນຕິພາບ, ມິດຕະພາບ ແລະ ການພັດທະນາແບບຍືນ ຍົງ.

No comments:

Post a Comment