Ad

Ad

17 December 2014

ແລກປ່ຽນຄວາມຄິດເຫັນກ່ຽວກັບການເຊື່ອມໂຍງເສດຖະກິດກັບສາກົນ



    ກົມນະໂຍບາຍການຄ້າຕ່າງ ປະເທດກະຊວງອຸດສາຫະກຳ ແລະ ການຄ້າຮ່ວມ ກັບສະຖານທູດອັງກິດປະຈຳ ສປປ ລາວ ຈັດສຳມະນາ ແລະ ແລກປ່ຽນ ຄວາມຄິດ ເຫັນກ່ຽວກັບວຽກ ງານການເຊື່ອມໂຍງເສດຖະກິດກັບສາກົນພາຍຫລັງທີ່ ສປປ ລາວເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ແລະ ກຽມ ເຂົ້າສູ່ປະ ຊາຄົມເສດຖະກິດອາ ຊຽນ (AEC) ໃນປີ 2015 ເຊິ່ງຈັດ ຂຶ້ນໃນວັນທີ 16 ທັນວານີ້ ທີ່​ນະ ຄອນຫລວງ​ວຽງ​ຈັນ.
    ທ່ານ ດຣ. ລາວຮົວ ເຈີຈິງ ຮອງຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດກະຊວງອຸດສາ ຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ການຈັດຊຸດສຳມະນາຄັ້ງນີ້ ແນໃສ່ເປີດໂອກາດໃຫ້ພາກລັດ ແລະ ພາກທຸລະກິດໄດ້ຮ່ວມສົນທະ ນາແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານນະໂຍບາຍການຄ້າຕ່າງປະເທດ, ການນຳ ເຂົ້າ-ສົ່ງອອກສິນຄ້າ, ສຸຂະນາ ໄມ ແລະ ສຸຂະນາໄມພືດ, ພາສີ, ມາດຕະຖານສິນຄ້າ ແລະ ການບໍລິການທີ່ຕິດພັນກັບການເຊື່ອມໂຍງໃນຂອບ WTO ແລະ AEC, ທັງເປັນເວທີອະທິບາຍ
ກ່ຽວກັບ ຄວາມໝາຍ, ຄວາມຈຳເປັນ ແລະ ທິດທາງຂອງການເຊື່ອມ ໂຍງ, ການເປີດກວ້າງທາງ ດ້ານການຄ້າ-ການລົງທຶນ ແລະ ເປົ້າໝາຍທັງຜົນທີ່ຄາດວ່າຈະ ເກີດຂຶ້ນຈາກການເຊື່ອມໂຍງ ຄື: ການເຄື່ອນຍ້າຍສິນຄ້າຢ່າງເສລີ, ການເຄື່ອນຍ້າຍ ການລົງທຶນ ຢ່າງເສລີ, ການເຄື່ອນຍ້າຍທຶນ ໃຫ້ເສລີຂຶ້ນ, ການເຄື່ອນຍ້າຍ ແຮງງານທີ່ມີສີມື ແລະ ອື່ນໆ. ທັງເປັນການສະໜອງຂໍ້ມູນທີ່ຈຳເປັນ ຕໍ່ການກະກຽມທຸລະກິດ ເພື່ອກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015.
      ທ່ານ ດຣ. ລາວຮົວ ເຈີຈິງ ໃຫ້ຮູ້ອີກວ່າ: ສປປ ລາວ ໄດ້ເຂົ້າ ເປັນສະມາຊິກ WTO ໃນປີ 2013 ແລະ ປັດຈຸບັນກຳລັງ ຈັດຕັ້ງ ປະຕິບັດພັນທະລວມເຖິງສັນຍາ ການອຳນວຍຄວາມສະດວກ ທາງດ້ານການຄ້າທີ່ກອງປະຊຸມ ລັດຖະມົນຕີໄດ້ຮັບ ຮອງທີ່ບາ ຫລີ. ການທີ່ຈະເຂົ້າເປັນປະຊາ ຄົມເສດຖະກິດອາຊຽນໃນປີ 2015 ຕ້ອງໄດ້ບັນລຸເປົ້າໝາຍ ຫລັກ ຄື: ການສ້າງ ເປັນຕະຫລາດ ແລະ ຖານການຜະລິດອັນດຽວ, ການເປັນພາກພື້ນທີ່ ສາມາດແຂ່ງຂັນທາງດ້ານເສດຖະກິດ, ການພັດທະ ນາເສດຖະກິດທີ່ເປັນທຳ ແລະ ການເຊື່ອມໂຍງເຂົ້າເສດຖະກິດໂລກ. ເພື່ອບັນລຸເປົ້າໝາຍດັ່ງກ່າວພັກ ແລະ ລັດຖະບານໄດ້ ສຸມໃສ່ສ້າງຄວາມຮັບຮູ້, ຄວາມ ອາດສາມາດໃຫ້ທັງພາກລັດ ແລະ ທຸລະກິດໃຫ້ສາມາດແຂ່ງຂັນກັບສະມາຊິກອາຊຽນ ອື່ນໆໄດ້.

No comments:

Post a Comment