Ad

Ad

17 December 2014

ຫລາຍ​ພາກສ່ວນ​ຕ້ອງ​​ເປັນ​ເຈົ້າການ​ຮ່ວມ​ກັນ​ແກ້​ໄຂ​ອຸປະຕິ​ເຫດ



        ປັດຈຸບັນ ການ​ຈະລາຈອນ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເຫັນ​ວ່າ​ມີ​ຄວາມ​ສັບສົນ​ຫລາຍ ຍ້ອນ​ຜູ້​ຂັບ​ຂີ່​ຈຳນວນ​ບໍ່​ໜ້ອຍ​ຍັງ​ລະ​ເມີດ​ກົດ​ລະບຽບ​ຈະລາຈອນ ອັນ​ກໍ່​ໃຫ້​ເກີດ​ມີ​ສະພາບ​ອຸປະຕິ​ເຫດ​ເພີ່ມ​ຂຶ້ນ​ເລື້ອຍໆ ​ແລະ ​ໄດ້​ກາຍ​ເປັນ​ໄພອັນຕະລາຍ​ຕໍ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ ຄືສະ​ເພາະ​ສົກ​ປີ 2013-2014 ຢູ່​ນະ ຄອນຫລວງມີ​ຜູ້​ເສຍ​ຊີວິດຈາກ​ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນ​ທັງ​ໝົດ 175 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບກວ່າ 2.200 ຄົນ ລວມມູນ​ຄ່າ​ເສຍ​ຫາຍ​ຫລາຍ​ກວ່າ 15,6 ຕື້ກີບ.
      ​ເຈົ້າໜ້າ​ທີ່​ພະ​ແນ​ກຕຳຫລວດ​ຈະລາ​ຈອນ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ມາ​ຈາກ​ຫລາຍ​ປັດ​ໄຈ​ເຊັ່ນ: ການ​ບໍ່​ປະຕິ ບັດ ຫລື ລະ​ເມີດ​ກົດ​ລະບຽບ​ຈະ ລາຈອນ, ຂັບ​ຂີ່​ລົດ​ໄວ​ເກີນ​ກຳ ນົດ, ​ເສັ້ນທາງ​ເປ່​ເພ ​ແລະ ບັນຫາ​ໄຟ​ເຍືອງ​ທາງ​ບໍ່​ພຽງພໍ ​ເຊິ່ງມີ​ສ່ວນ​ກໍ່​ໃຫ້​ເກີດ​ອຸປະຕິ​ເຫດ. ຄຽງ​ຄູ່​ກັນນັ້ນການ​ເພີ່ມ​ຂຶ້ນຂອງ​ພາ ຫະນະ​ກໍ​ເປັນ​ອີກ​ສາ​ເຫດ​ໜຶ່ງ​ທີ່​ເຮັດ​ໃຫ້​ສະພາບ​ການ​ສັນຈອນ​​ແອ​ອັດ ​ແລະ ພາ​ໃຫ້​ເກີດ​ອຸປະຕິ​ເຫດ ​ແລະ ສາ​ເຫດ​ຕົ້ນຕໍ​​ແມ່ນ​ມາ​ຈາກ​ການ​ບໍ່​ປະຕິບັດ​ກົດ​ລະບຽບ ຈະລາ ຈອນ​ ​ແລະ ຄວາມ​ປະ ໝາດ​ຂາດ​ສະຕິ​ໃນ​ເວລາ​ຂັບ​ຂີ່.

         ຜູ້​ໃຊ້​ລົດ-​ໃຊ້​ຖະໜົນ​ຈຳ ນວນ​ບໍ່​ໜ້ອຍ​​ໃຫ້​ທັດສະນະ​ວ່າ: ເຈົ້າໜ້າ​ທີ່ ​ແລະ ພາກສ່ວນ​ກ່ຽວ ຂ້ອງ​ບໍ່​ຄວນ​ຖື​ເບົາ​ປ່ອຍ​ໃຫ້​ຜູ້​ດື່ມ​ສິ່ງ​ມຶນ​ເມົາ​ຂັບ​ລົດ​ຕາມ​ທ້ອງ​ຖະໜົນ.
        ກ່ອນ​ໜ້ານີ້, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກໍ​ໄດ້​ອອກ​ຄຳ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ວຽກ​ງານ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ປາກົດ ການ​ຫຍໍ້​ທໍ້​ໃນ​ສັງຄົມ ​ເຊິ່ງ​ໄດ້​ກຳ ນົດ​ໃຫ້​ທຸກ​ທ້ອງ​ຖິ່ນ​ເຂດ​ແຂວງ​ໃນ​ທົ່ວ​ປະ​ເທດ​ຈັດຕັ້ງ ​ແລະ ວາງ​ກຳລັງ​ແກ້​ໄຂ​ກຸ່ມ​ແກ໋ງຂີ່​ລົດກວນ​ເມືອງ, ລົດ​ດັດ​ແປງ​ສະພາບ​ເຕັກນິກ ​ແລະ ອື່ນໆ ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ສະພາບ​ການ​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ.
       ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ອະນາຄົດ ລາວກໍ​ຈະ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າອອກ​ມາ​ນຳ​ໃຊ້ ເພາະ​ໃນ​ກອງ​ປະຊຸ​ມສະ​ໄໝ​ສາ ມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ທີ່​ພວມ​ດຳ​ເນີນ​ຢູ່​ນັ້ນ ຈະ​ໄດ້​ມີ​ການ​ພິຈາລະນາ​ ແລະ ຮັບຮອງ​ເອົາ​ກົດໝາຍ ວ່າ​ດ້ວຍ​ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫລົ້າ ​ເຊິ່ງ​ເຊື່ອ​ວ່າ​ຈະ​ມີ​​ມາດຕາ​ເປັນ​ມາດ​ຕະການ​ຕໍ່​ຜູ້​ດື່ມ​ສິ່ງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່ ​ເຊິ່ງຈະ​ຊ່ວຍ​ເຮັດ​ໃຫ້ການ​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ​ຫລຸດ​ໜ້ອຍ​ລົງ.

No comments:

Post a Comment