ຕອນຄ່ຳວັນທີ 15 ທັນວານີ້, ທະນາຄານກະສິກອນໄທ
ຈັດ ງານລ້ຽງສະຫຼອງ ການເປີດໃຫ້ບໍລິການຂອງຕົນໃນປະເທດລາວຂຶ້ນ. ຢູ່ໂຮງແຮມແລນມາກແມ່ຂອງລີເວີໄຊ
ນະຄອນຫຼວງ ວຽງຈັນ. ໂດຍການເຂົ້າຮ່ວມ ຂອງ ທ່ານ
ສິນລະວົງ ພຸດໄພ ທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ, ທ່ານ ນາງ ວັດທະນາ ດາລາລອຍຮອງ ຜູ້ວ່າການທະນາຄານແຫ່ງ
ສປປ ລາວ.
ທ່ານ ອຳນວຍການທະນາຄານກະສິກອນໄທມີຄຳເຫັນໃນງານລ້ຽງວ່າ:
ທະນາ ຄານກະສິກອນໄທໄດ້ຮັບອະນຸຍາດດຳ ເນີນທຸ ລະກິດຢູ່ ສປປ ລາວຢ່າງ ເປັນທາງການ, ໃນຮູບແບບທະນາຄານ ທ້ອງຖິ່ນ,
ເຊິ່ງເປັນທະນາຄານໄທແຫ່ງທຳອິດທີ່ສາ ມາດເຮັດທຸ ລະກິດໄດ້ເຕັມຮູບແບບ, ໂດຍມຸ້ງຫວັງໃຫ້ລູກຄ້າເປັນ ສູນກາງ,
ຕັ້ງ ເປົ້າໝາຍເພີ່ມການຂະຫຍາຍເຄືອຄ່າຍທຸລະກິດທັງໃນຮູບ ແບບສາຂາບໍລິການເພື່ອຕອບສະໜອງຄວາມ ຕ້ອງການຂອງລູກ
ຄ້າໃນດ້ານການເງິນ
ແລະ ບໍລິການດ້ານອື່ນໆ ໃນກຸ່ມລູກຄ້າທຸລະກິດ, ນັກລົງທຶນໄທທີ່ມາລົງທຶນໃນ ສປປ ລາວ ແລະ
ລູກ ຄ້າບຸກຄົນທົ່ວໄປ ໂດຍການໃຫ້ບໍລິການສິນເຊື່ອທຸລະກິດ, ບໍລິການເງິນ, ບໍລິການເພື່ອທຸລະກິດນຳເຂົ້າ
ແລະ ສົ່ງອອກລວມ ເຖິງບໍລິການໂອນເງິນລະຫວ່າງພາຍໃນ ແລະ ຕ່າງປະເທດ. ໂດຍຕັ້ງເປົ້າໝາຍ ໃນການປ່ອຍເງີນກູ້ປີທຳອິດ
250 ຕື້ກີບ ( 1.000 ລ້ານບາດ).
ນອກຈາກນີ້, ທະນາຄານຍັງຈະໃຫ້ຄຳປຶກສາດ້ານການຄ້າ,
ການລົງທຶນ, ການໃຫ້ບໍລິການດ້ານຂໍ້ມູນເສດຖະກິດ, ອຸດສາຫະ ກຳ ແລະ ກົດລະບຽບການລົງທຶນໃນ ສປປ
ລາວ ນຳອີກ.

No comments:
Post a Comment