Ad

Ad

17 December 2014

ຈັບ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດພ້ອມ​ຂອງ​ກາງ​ຢາ​ບ້າ 450 ເມັດ



        ເຈົ້າໜ້າ​ທີ່ ປກສ ​ເມືອງ​ໄຊ​ເສດ​ຖາ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 30 ກັນຍາ​ຜ່ານ​ມາ, ທ້າວ ທອງ​ສະຫວັນ ຫລື ບີ້ ອາຍຸ 25 ປີ ຢູ່​ບ້ານ​ໂພນ​ສະຫວ່າງ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຊື້ຢາ​ບ້າ​ນຳ​ທ້າວ ສຸລິຍາ ຫລື ຫວຽດ ອາຍຸ 28 ປີ ຢູ່​ບ້ານ​ດຽວ​ກັນ ຈຳນວນ 2 ຖົງ ລວມມີ 450 ​ເມັດ ​ແລະ ​ແຖມ​ຢາ​ໄອ​ໃຫ້ 1 ຖົງ​ນ້ອຍ. ມາ​ຮອດ​ວັນ​ທີ 2 ຕຸລາ​ຜ່ານ​ມາ, ຈຶ່ງ​ສາມາດເຂົ້າຈັບ​ກຸມ​ຜູ້ ກ່ຽວ​ໄດ້​ຢູ່​ບ້ານ​ວັງຊາ​ຍ ​ເມືອງ​ໄຊ​ເສດ​ຖາ ພ້ອມ​ຂອງ​ກາງ​ຢາ​ບ້າ 50 ​ເມັດ, ຢາ​ໄອ 1 ຖັງ​ນ້ອຍ​. ຜ່ານ​ການ​ສືບສວນ- ສອບ​ສວນ​ໄດ້​ຕິດຕາມ​ຜູ້​ຊັດ​ທອດ​ຄື​ທ້າວ ສຸລະ​ຍາ ​ເຊິ່ງຜູ້​ຖືກ​ຫາ​ລາຍ​ນີ້ຮັບ​ສາລະ ພາບ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮ່ວມ​ກັບ​ທ້າວ ທອງ​ສະຫວັນ ຊື້-ຂາຍ​ຢາ​ບ້າ​ນຳ​ກັນ​ແທ້, ສ່ວນ​ຢາ​ບ້າ​ທີ່​ຕົນ​ເອົາ​ມາ​ຂາຍ​ໃຫ້​ທ້າວ ທອງ​ສະ ຫວັນ ນັ້ນ​ແມ່ນ​ຊື້ນຳ​ທ້າວ ມີ ອາ ຍຸ 24 ປີ ຢູ່​ບ້ານ​ທາດ ຫລວງ ເມືອງ​ໄຊ​ເສດ​ຖາ ມາ​ຫລາຍ​ຄັ້ງ​ແລ້ວ.
     ນອກຈາກ​ນີ້, ທ້າວ ສຸລິຍາ ຍັງ​ໄດ້​ຂາຍ​ຢາ​ບ້າ​ໃຫ້​ກັບ​ທ້າວ ແຫລວ ຢູ່ບ້ານ​ໂຊກ​ຄຳ ​ເມືອງ​ໄຊ​ເສດ​ຖາ ຈຳນວນ 2 ຄັ້ງ, ຄັ້ງ ລະ​ 1 ຖົງ (ລວມ 400 ​​ເມັດ). ພໍ​ຮອດ​ທ້າຍ​ເດືອນ​ສິງຫາ 2014 ທ້າວ ແຫລວ ​ໄດ້​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ.

No comments:

Post a Comment