Ad

Ad

16 December 2014

ປະທານກຳມາທິການກົດໝາຍສະເໜີປັບປຸງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກຕໍ່ກອງປະຊຸມສະພາແຫ່ງຊາດ



     ວັນທີ 15 ທັນວານີ້ ເປັນມື້ທີ 5 ແຫ່ງການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະ ພາແຫ່ງຊາດຊຸດທີ VII ໂດຍ ຕອນບ່າຍຂອງວັນດັ່ງກ່າວ ທ່ານ ສຈ. ດຣ ດາວອນຫວ່າງ ວິຈິດ ປະທານກຳມາທິການກົດໝາຍສະພາແຫ່ງ ຊາດໄດ້ ຂຶ້ນສະເໜີ ກ່ຽວກັບຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍ ການແກ້ໄຂຄຳ ຮ້ອງທຸກຕໍ່ສະພາແຫ່ງຊາດເພື່ອພິຈາລະນາທ່ານ ສະເໜີວ່າ: ກົດໝາຍວ່າດ້ວຍການ ແກ້ໄຂຄຳຮ້ອງທຸກສະບັບ ປັດຈຸບັນເຖິງວ່າໄດ້ກຳນົດໂດຍພື້ນຖານກ່ຽວກັບປ ະເພດຄຳ ຮ້ອງທຸກ, ຫລັກການ, ຂັ້ນຕອນ, ອົງການໃນການພິຈາລະນາແກ້ ໄຂແລ້ວກໍຕາມ, ແຕ່ຜ່ານການປະຕິບັດການ ຈັດຕັ້ງປະຕິບັດຕົວຈິງຜ່ານມາ, ຍັງເຫັນວ່າບໍ່ທັນຄົບຖ້ວນ ແລະ ຮັດກຸມເທົ່າທີ່ຄວນເປັນຕົ້ນ: ການກຳນົດເນື້ອໃນ ແລະ ຂັ້ນຕອນການແກ້ໄຂ ຄຳສະເໜີຂອງອົງ ການບໍລິຫານຍັງບໍ່ທັນເໝາະສົມ ແລະ ບໍ່ທັນຮັບປະກັນການແກ້ໄຂເທົ່າທີ່ຄວນ, ການກຳນົດເນື້ອໃນຄຳ ຮ້ອງຂໍຄວາມເປັນທຳ ທີ່ເປັນພາລະບົດບາດຂອງສະພາແຫ່ງຊາດໃນການພິຈາລະນາຍັງບໍ່ທັນຮັດກຸມ,
ເນື້ອໃນໃນຂອບ ເຂດພິຈາລະນາຄຳຮ້ອງຂໍຄວາມ ເປັນທຳຂອງຄະນະປະຈຳສະພາແຫ່ງຊາດ, ຂອງບັນດາກຳມາ ທິການ ແລະ ຄະນະສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ຫລື ສະພາປະຊາຊົນທ້ອງຖິ່ນຍັງບໍ່ໄດ້ກຳນົດຢ່າງຊັດເຈນ, ເງື່ອນໄຂ ການຮັບ ແລະ ການບໍ່ຮັບຄຳຮ້ອງຂໍຄວາມເປັນທຳມາພິຈາລະ ນາຍັງບໍ່ທັນລະອຽດ ແລະ ອື່ນໆ. ຈາກບັນຫາຄວາມຈຳເປັນໃນ ການປັບປຸງ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກທີ່ກ່າວມາ ນັ້ນຜ່ານມາຮ່າງປັບປຸງເນື້ອໃນກົດໝາຍສະບັບນີ້ກໍໄດ້ນຳ ສະເໜີຜ່ານບັນດາທ່ານປະກອບຄຳຄິດເຫັນໃນກອງປະຊຸມແລ້ວຫລາຍ ຄັ້ງ, ທັງກອງປະຊຸມສະໄໝສາມັນເທື່ອທີ 7 ຜ່ານມາ ແລະ ສຸດທ້າຍກໍໄດ້ກຳນົດນຳສະເໜີຕໍ່ກອງປະຊຸມສຳມະນາເພື່ອຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ແລະ ທັງຜ່ານກອງປະຊຸມການປະກອບ ຄຳຄິດເຫັນກັບອົງການກ່ຽວຂ້ອງໃນ ການແກ້ໄຂຄຳຮ້ອງທຸກ. ຈາກເນື້ອໃນປະກອບຄຳຄິດຄຳເຫັນຂອງບັນດາທ່ານຮັບຜິດຊອບກໍ ໄດ້ເອົາໃຈໃສ່ໃນການປັບປຸງຊັບ ຊ້ອນເນື້ອໃນຕ່າງໆເປັນແຕ່ລະ ໄລຍະມາ ແລະ ຂໍສະເໜີໂດຍ ຫຍໍ້ດັ່ງນີ້: 1.ໂຄງປະກອບກົດ​ ໝາຍ ວ່າດ້ວຍການແກ້ໄຂຄຳ ຮ້ອງທຸກສະບັບປັດຈຸບັນປະກອບມີ 9 ພາກ ແລະ ມີ 48 ມາດຕາ, ສ່ວນການປັບປຸງນີ້ກຳນົດ 9 ພາກຄື ເກົ່າ ແລະ ໃຫ້ມີ 64 ມາດ ຕາ ເຊິ່ງເພີ່ມຂຶ້ນ 16 ມາດຕາ, 2. ສຳລັບການປັບປຸງເນື້ອໃນລະ ອຽດໄດ້ກຳນົດໄວ້ໃນຮ່າງກົດ ໝາຍສະ ບັບນີ້, ບາງມາດຕາກໍ ໄດ້ມີການເພີ້ມເນື້ອໃນ ແລະ ເພີ່ມ ບາງມາດຕາເຂົ້າໃໝ່ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມຊັດ ເຈນ ເປັນຕົ້ນມາດຕາ 19 ໄດ້ປັບ ປຸງຂັ້ນຕອນການແກ້ໄຂຄຳສະ ເໜີໃຫ້ມີສາມ ຫລື ສອງຂັ້ນ; ມາດຕາ 20 ໄດ້ກຳນົດສິດ ແລະ ໜ້າທີ່ ຂອງອົງການແກ້ໄຂຄຳສະເໜີ; ມາດຕາ 27 ແລະ 28 ໄດ້ກຳ ນົດອົງການ ແລະ ຂັ້ນຕອນການ ແກ້ໄຂຄຳຮ້ອງຂໍຄວາມ ເປັນທຳ; ມາດຕາ 29 ໄດ້ກຳນົດສິດ ແລະ ໜ້າທີ່ຂອງອົງການແກ້ໄຂຄຳ ຮ້ອງຂໍຄວາມເປັນທຳໄດ້ປັບປຸງການຍື່ນ ແລະ ເນື້ອໃນຄຳຮ້ອງ ຂໍ ຄວາມເປັນທຳ; ມາດຕາ 31 ແລະ 35 ໄດ້ກຳນົດຄຳຮ້ອງຂໍ ຄວາມເປັນທຳທີ່ຮັບ ແລະ ບໍ່ຮັບ ມາກວດກາ ແລະ ແກ້ໄຂ; ມາດ ຕາ 42 ແລະ 43 ໄດ້ກຳນົດຫລັກ ການ ແລະ ແບບແຜນວິທີເຮັດ ວຽກ; ມາດຕາ 51-59 ໄດ້ກຳນົດ ການຄຸ້ມຄອງ ແລະ ການກວດ ກາວຽກງານຄຳຮ້ອງທຸກ, ການ ປັບປຸງກົດໝາຍວ່າດ້ວຍຄຳຮ້ອງທຸກທີ່ສະເໜີມານີ້ຂໍໃຫ້ບັນດາ ທ່ານຄະນະສະມາຊິກສະພາແຫ່ງ ຊາດໄດ້ຄົ້ນຄວ້າ ແລະ ມີຄຳຄິດເຫັນເພື່ອເຮັດແນວໃດໃຫ້ກົດໝາຍ ປັບປຸງສະບັບນີ້ມີຄຸນ ນະພາບຍິ່ງຂຶ້ນ ແລະ ເຮັດໃຫ້ການແກ້ໄຂ ຄຳຮ້ອງທຸກຂອງປະຊາຊົນໄດ້ຮັບຄວາມຖືກຕ້ອງເປັນ ທຳ.

No comments:

Post a Comment