Ad

Ad

16 December 2014

ຮອບປີຜ່ານມາການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໄດ້ຮັບການສົ່ງເສີມດີຂຶ້ນ



     ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ໃນຮອບປີ ຜ່ານມາວຽກງານ ສົ່ງເສີມ ແລະ ຜະລິດເປັນສິນຄ້າເຫັນວ່າຍັງຢູ່ ໃນ ທ່າຂະຫຍາຍຕົວດີພໍສົມຄວນ ມັນສະແດງອອກມາຮອດປັດຈຸ ບັນໄດ້ມີບາງປະເພດສິນຄ້າໄດ້ ກາຍເປັນທ່າແຮງ ແລະ ເປັນເອ ກະ ລັກຂອງທ້ອງຖິ່ນຫລາຍຂຶ້ນ ນັບທັງດ້ານປະລິມານ ແລະ ຄຸນ ນະພາບເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ສົ່ງ ອອກຈຳນວນ ໜຶ່ງເຊັ່ນ: ສິນຄ້າ, ຢາ, ຜະລິດຕະ ພັນປຸງແຕ່ງກະສິກຳ, ໄໝມ້ອນ ລາວ, ເຄື່ອງນຸ່ງຫົ່ມ, ເຄື່ອງຫັດ ຖະກຳ ຈັກສານ, ຫັດຖະກຳໄມ້, ອາຫານ, ເຄື່ອງ ດື່ມ ແລະ ອື່ນໆ. ສິນຄ້າເຫລົ່ານີ້ສ່ວນໃຫຍ່ແມ່ນ ຕິດພັນກັບຊີວິດການເປັນຢູ່ຂອງ ທ້ອງ ຖິ່ນ ແລະ ໄດ້ສ້າງວຽກເຮັດ ງານທຳ ໃຫ້ແກ່ປະຊາຊົນບັນດາ ເຜົ່າ ແລະ ສາມາດຫລຸດພົ້ນອອກ ຈາກຄວາມທຸກຍາກໂດຍພື້ນ ຖານຕາມນະໂຍບາຍຂອງພັກ- ລັດຖະບານວາງອອກ ແລະ ຂະ ບວນການສົ່ງເສີມຜະລິດເປັນ ສິນຄ້າອັນພົ້ນເດັ່ນກວ່າໝູ່ແມ່ນ ການສ້າງຂະບວນການສິນຄ້າ
ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຕິດພັນກັບວຽກ 3 ສ້າງ ເຊິ່ງທັງໝົດໄດ້ 30 ຫົວໜ່ວຍ, ຫລາຍກວ່າ 120 ສິນຄ້າ ໃນ 10 ແຂວງ, 18 ເມືອງ ແລະ 30 ບ້ານ ເພື່ອໃຫ້ແນໃສ່ໃຫ້ 18 ແຂວງໃນ ຂອບເຂດທົ່ວປະເທດມີສິນຄ້າຫລາກຫລາຍນັບ ທັງປະລິມານ ແລະ ຄຸນນະພາບຮອງລົງມາ ແມ່ນການປະສານສົມທົບກັບ ພາກທຸລະກິດຈັດວາງສະແດງ ສິນຄ້າ ທັງພາຍໃນ ແລະ ຕ່າງປະ ເທດເຊັ່ນ: ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ ພ້ອມທັງຈັດ ຕະຫລາດນັດຕ່າງໆຢູ່ເຂດຊາຍ ແດນ ແລະ ທ້ອງຖິ່ນ ເພື່ອສ້າງ ໂອກາດໃຫ້ຜູ້ຜະລິດໄດ້ນຳຜົນ ງານ ແລະ ສິນຄ້າຂອງຕົນເຂົ້າ ຮ່ວມວາງສະແດງ ແລະ ຈຳໜ່າຍ, ສ້າງໂອ ກາດໃຫ້ເຂົາເຈົ້າ ຈັບຄູ່ເຈລະຈາຮ່ວມທຸລະກິດ ແລະ ເປີດຕະຫລາດສິນຄ້າໃຫ້ ນັບມື້ກວ້າງອອກ, ແຕ່ຄຽງຄູ່ກັນນັ້ນ, ການຜະ ລິດສິນຄ້າຂອງເຮົາຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດເພາະວ່າການ ຜະລິດຍັງມີລັກສະນະກະແຈກກະຈາຍ, ຍັງບໍ່ຕິດພັນກັບຕະຫລາດ ຫລື ປຸງແຕ່ງ, ຄຸນນະພາບ, ເຕັກນິກ, ເຕັກໂນໂລຊີ ຍັງຕ່ຳລວມເຖິງ ນະໂຍບາຍຜະລິດເປັນສິນຄ້າຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທຶນຊຸກຍູ້ສົ່ງເສີມການຜະລິດ ເປັນສິນ ກໍຍັງຈຳກັດຈຶ່ງເຮັດໃຫ້ການຕອບສະໜອງການຜະລິດເປັນສິນຄ້າພາຍໃນປະເທດບໍ່ພຽງພໍກັບຄວາມຕ້ອງການຂອງຕະ ຫລາດພາຍໃນ ແລະ ຕ່າງປະເທດໄດ້.

No comments:

Post a Comment