Ad

Ad

16 December 2014

ສາ​ເຫດ​ທີ່​ເຮັດ​ໃຫ້ການ​ສັນຈອນ​ແອ​ອັດ​ໃນ​ນະຄອນ​ຫລວງ



     ​ປັດຈຸບັນສະພາບ​ການ​ສັນຈອນ​ຕິດ​ຂັດຕາ​ມທ້ອງ​ຖະໜົນ​ຍັງ​ເປັນ​ບັນຫາ​ໃຫຍ່ ​ແລະ ຕ້ອງ​ມີ​ການ​ແກ້​ໄຂ​​ໃຫ້​ຖືກຕ້ອງ. ການ​ແກ້​ໄຂ​ບັນຫາ​ການ​ສັນຈອນ​ນີ້​ແມ່ນ​ພັນທະ​ ​ແລະ ໜ້າ​ທີ່​ຂອງ​ໝົດ​ທຸກ​ຄົນ​ໃນ​ສັງຄົມ​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຕິບັດ ​ແລະ ​ເຄົາລົບ​ກົດ​ລະບຽບ​ທີ່​ວາງ​ອອກ​ຢ່າງ​ເຂັ້ມງວດ. ຜ່ານ​ມາສັງຄົມ​ກໍ​ໄດ້​ໃຫ້ການ​ຮ່ວມ​ມື​ເປັນ​ຢ່າງ​ດີ​ໃນ​ການ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ, ​ແຕ່​ກໍ​ຍັງ​ມີ​ຄົນ​ຈຳນວນ​ໜຶ່ງ​ເມີນ​ເສີຍ​ບໍ່​ປະຕິບັດ​ກົດ​ລະ ບຽບ​ດັ່ງກ່າວ. ນອກຈາກ​ນັ້ນ ພື້ນ ຖານ​ໂຄງ​ລ່າງ​ບາງຈຸດ ຍັງ​ບໍ່​ທັນ​ຕອບ​ສະ ໜອງ ແລະ ​ບວກ​ກັບ​ປັດ​ໄຈອື່ນໆ​ທີ່​ເຮັດ​ໃຫ້ການ​ສັນຈອນ​ຕິດ​ຂັດ.
       ​ເຈົ້າໜ້າ​ທີ່​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ນະຄອນ ຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ບັນຫາ​ການ​ສັນຈອນ​ຕິດ​ຂັດ​ໃນ​ນະຄອນ ຫລວງ​ວຽງ​ຈັນມີຫລາຍ​ສາ​ເຫດ​ຄື: ປະຊາກອນ​ມີ​ຈຳນວນ​ເພີ່ມ​ຂຶ້ນ ​ເຮັດ​ໃຫ້ການ​ຍົກຍ້າຍ​ຖິ່ນ​ຖານ​ເຂົ້າມາ​ເຮັດ​ວຽກ ​ແລະ ດຳ ລົງ​ຊີວິດ​ໃນ​ຕົວ​ເມືອງ​ໃຫຍ່​ມີ​ຈຳ ນວນ​ເພີ່ມ​ຂຶ້ນ; ການ​ເພີ່ມ​ຂຶ້ນຂອງ​ພາຫະນະໃນ​ປັດຈຸບັນ​ລົດ​ທີ່​ຂຶ້ນ ທະບຽນ​ໃນ​ນະຄອນຫລວງ​ວຽງ​ຈັນ​ມີທັງ​ໝົດ 649.769 ຄັນ ​ໃນ​ນີ້ລົດຈັກມີ 434.970 ຄັນ ສະ​ເລ່ຍ 1,3 ຄົນ​ຕໍ່​ຄັນ ຖື​ວ່າ​ເປັນ​ໂຕ​
ເລກທີ່​ສູງ ​ເຊິ່ງຍັງ​ບໍ່​ນັບ​ເອົາ​ຍານພາ ຫະນະ​ຂອງ​ກຳລັງ​ປະກອບ​ອາ ວຸດ ປກຊ-ປກສ, ລົດ​ເຂົ້າມາ​ຈາກ​ຕ່າງ​ແຂວງ ​ແລະ ຕ່າງປະ​ເທດ​ທີ່​ແລ່ນ​ໃນ​ນະຄອນຫລວງ​ວຽງ​ຈັນ; ການ​ຂະຫຍາຍຕົວ​ຂອງ​ຕົວ​ເມືອງ ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ຜັງ​ເມືອງ​ມີ​ຄວາມຫຍຸ້ງຍາກ, ບັນດາ​ສຳນັກງານ-ອົງການ, ​ໂຮງ​ຮຽນ ​ແລະ ສະຖານ​ບໍລິການ​ຕ່າງໆ​ແມ່ນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ເປັນ​ສ່ວນ​ໃຫຍ່; ການ​ບໍລິການ​ຂົນ​ສົ່ງ​ລົດ​ໂດຍສານ​ມວນ​ຊົນ​ຍັງ​ບໍ່​ພຽງ ພໍ​ກັບ​ຄວາມ​ຕ້ອງການ​ຂອງ​ສັງ ຄົມ ​ແລະ ຍັງ​ມີ​ຂໍ້​ຈຳກັດ​ຫລາຍ​ດ້ານ​ເຊັ່ນ: ດ້ານ​ຈຳນວນ, ຂະ ໜາດ ​ແລະ ຄຸນ​ນະພາ​ບ, ​ເດີ່ນ​ຈອດ​ລົດ​ຍັງ​ບໍ່​ກວມ​ທຸກພື້ນທີ່, ບໍ່ກົງ​ເວລາ, ບໍ່​ຈອດ​ຕາມ​ປ້າຍ ຫລາຍ​ຄັ້ງຈອດ​ບ່ອນ​ຫ້າມ​
​ແລະ ຈອດ​ບ່ອນ​ບໍ່​ຄວນ​ຈອດ ​ເຮັດ​ໃຫ້​ກີດຂວາງ​ການ​ສັນຈອນ; ຂາດ​ລະບົບ​ການ​ຄວບ​ຄຸມ​ການຈັດ​ສັນ​ແບບ​ທັນ​ສະ​ໄໝ​ເຊັ່ນ: ສູນ​ບັນຊາ​ການ​ຈະລາຈອນ; ພື້ນຖານ​ໄຟ​ອຳນາດ​ມີ​ຫລາຍ​ລະບົບ​ທີ່​ແຕກ​ຕ່າງ​ກັນ ​ເຊິ່ງສ້າງ​ຄວາມ​ຫຍຸ້ງ ຍາກ​ໃນ​ຂອດ​ການ​ຄຸ້ມ​ຄອງ ​ແລະ ສ້ອມ​ແປງ; ພຶດຕິ​ກຳ​ຂອງ​ນັກ​ຂັບ​ຂີ່, ການລະ​ເມີດ​ຈະລາຈອນ​ມີ​ອັດຕາ​ເພີ່ມ​ຂຶ້ນ; ການ​ຈອດ​ລົດ​ຕາມ​ແຄມ​ທາງ​ບໍ່​ເປັນ​ລະບຽບ ເອົາ​ແຄມ​ທາງ​ເປັນ​ບ່ອນ​ບໍລິການ​ຮັບ​ຝາກ​ລົດ ແລະ ອື່ນໆ, ສ່ວນ ບັນດາ​ຮ້ານ​ຄ້າ, ຮ້ານ​ອາຫານ, ໂຮງ​ແຮມ ​ແລະ ຈຸດ​ບໍລິການ​ຕ່າງໆ​ບໍ່​ມີ​ບ່ອນ​ຈອດ​ລົດ. ນອກ​ນັ້ນ ບ່ອນ​ຈອດ​ລົດ​ສາທາລະນະ​ໃນ​ຕົວ​ເມືອງ​ຍັງ​ມີ​ໜ້ອຍ ບໍ່​ພຽງພໍ​ກັບ​ຈຳນວນ​ລົດ; ການ​ຂາຍ​ເຄື່ອງ​ຊະຊາຍ​ຕາມ​ແຄມ​ຖະໜົນ ເປັນ​ບັນຫາ​ທີ່​ໜຶ່ງ​ທີ່​ຍັງ​ແກ້​ໄຂ​ໄດ້​ຍາກ ​​ແລະ ​ເປັນ​ບັນຫາ​ທີ່​ເກີດ​ຂຶ້ນມາ​ເປັນເວລາ​ດົນ​ນານແລ້ວ ເຊິ່ງສ້າງ​ບັນຫາ​ໃຫ້​ແກ່​ການ​ສັນ ຈອນ​ແອ​ອັດ; ການ​ສ້າງ​ທາງ​ວົງ ວຽນ​, ທາງ​ຮ່ອມ​ຫລາຍ​ເສັ້ນ ຍັງ​ບໍ່​ໄປ​ຕາມ​ທີ່​ກຳນົດ​ໄວ້; ການ​ເຜີຍ​ແຜ່​ລະບຽບ​ກົດໝາຍ​ທີ່​ກ່ຽວຂ້ອງ ຍັງ​ບໍ່​ຕໍ່​ເນື່ອງ ​ແລະ ການ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ​ຂອງ​ນັກ​ຂັບ​ຂີ່​ຍັງ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ, ບໍ່​ມີ​ຕຳຫລວດ​ຈະລາຈອນ​ອາສາ​ສະ ໝັກ​ຕາມ​ຄຸ້ມ​ບ້ານ​ຄື​ກັບປະ​ເທດ​ອື່ນ.
     ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສາ​ເຫດ​ເຫລົ່ານີ້ ພາກສ່ວນ​ກ່ຽວຂ້ອງ​ພວມ​ຊອກ​ຫາ​ວິທີ​ແກ້​ໄຂ ​ເພື່ອ​ບໍ່​ໃຫ້ການ​ສັນຈອນ​ຕິດ​ຂັດ ​​ເຊິ່ງ​ແນ່ ນອນ​ວ່າການ​ແກ້​ໄຂ​ຕ້ອງ​ໃຊ້​ເວລາ​ພໍ​ສົມຄວນ, ຜູ້​ໃຊ້​ລົດ-​ໃຊ້​ຖະໜົນ​ຄວນ​ເປັນ​ເຈົ້າການ​ນຳ​ກັນ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງ ກ່າວ​ໃຫ້​ມີ​ປະສິດທິ​ຜົນ​ດີ​ຂຶ້ນ.

No comments:

Post a Comment