Ad

Ad

16 December 2014

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຫ້ອງວ່າການທົ່ວປະເທດຄັ້ງທີ VII



         ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນວຽກງານຫ້ອງວ່າການທົ່ວ ປະເທດຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 15-16 ທັນວານີ້ ຢູ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ພາຍໃຕ້ ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະ ບານ, ມີບັນດາຮອງຫົວໜ້າຫ້ອງ ວ່າການຂັ້ນສູນກາງ; ບັນດາ ຫົວໜ້າຫ້ອງການກະຊວງ, ຂະ ແໜງຕ່າງໆອ້ອມ ຂ້າງສູນກາງ ແລະ ຫົວໜ້າຫ້ອງວ່າການປົກ ຄອງນະຄອນຫຼວງວຽງຈັນ ແລະ ແຂວງໃນຂອບເຂດທົ່ວປະ ເທດເຂົ້າ ຮ່ວມຢ່າງພ້ອມພຽງ.
   ປະທານກອງປະຊຸມໄດ້ແຈ້ງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ນັບແຕ່ໂດຍຈະໄດ້ຮັບຟັງ ບົດສະຫຼຸບຕີລາຄາການເຄື່ອນໄຫວ ວຽກງານຫ້ອງວ່າການທົ່ວປະ ເທດໄລຍະແຕ່ປີ 2011-2014 ແລະ ທິດທາງແຜນວຽກ ໃນຕໍ່ ໜ້າ; ບົດປະກອບຄຳເຫັນຂອງ ຫ້ອງວ່າການສູນກາງພັກ ແລະ ຫ້ອງການປະທານປະເທດກ່ຽວ ກັບບົດຮຽນການເປັນ ເສນາທິການຮັບໃຊ້ການນຳ; ບົດປະກອບຄຳເຫັນຂອງຫ້ອງວ່າການສະພາແຫ່ງຊາດກ່ຽວກັບການປະສານງານລະຫວ່າງຫ້ອງ
ວ່າການສະພາແຫ່ງ ຊາດກັບຫ້ອງ ວ່າການລັດຖະບານ; ບົດຮຽນ ໃນການຫັນເປັນທັນສະໄໝ ແລະ ການບໍລິຫານເອກະ ສານຢູ່ພາຍ ໃນຫ້ອງວ່າການ ລັດຖະບານ. ນອກຈາກນີ້ຍັງຈະໄດ້ຮັບຟັງ ການສະເໜີບາງບົດຮຽນຂອງ ຂະແໜງການທີ່ກ່ຽວ ຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດເພື່ອເປັນການ ປັບປຸງແບບແຜນວິທີເຮັດວຽກ, ຍົກສູງປະສິດທິ ຜົນການປະຕິບັດວຽກງານຂອງຫ້ອງ ວ່າການກໍຄືການຜັນຂະຫຍາຍຍຸດທະສາດ 4 ບຸກທະລຸຂອງພັກໂດຍສະເພາະ ການບຸກ ທະລຸໃນດ້ານການແກ້ໄຂລະບອບລະ ບຽບການບໍລິຫານຄຸ້ມຄອງທີ່ຍັງກົດໜ່ວງອັດຕັນ, ຕີລາຄາການປະຕິບັດວຽກ ງານ ຫ້ອງວ່າການແຕ່ລະຂັ້ນໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການປະຕິບັດພາລະບົດ ບາດເປັນເສນາທິການ, ປະສານ ງານ ແລະ ບໍລິການຮັບໃຊ້ເພື່ອໃຫ້ເຫັນໄດ້ອັນດີ, ອັນອ່ອນຂໍ້ຄົງ ຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະຮ່ວມກັນສ້າງແຜນການ ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ; ທັງເປັນການສ້າງ ໂອກາດເອື້ອອຳນວຍໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຖອດຖອນແລກ ປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ. ພິເສດ ກອງປະຊຸມໃຫຍ່ຄັ້ງນີ້ຍັງຈະໄດ້ຮັບຟັງການໂອ້ລົມ-ຊີ້ນຳຂອງ ທ່ານທອງສິງທຳມະ ວົງກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນ ຕີນຳອີກ.

No comments:

Post a Comment