Ad

Ad

16 December 2014

ໂຮງໝໍ​ແມ່ ​ແລະ ​ເດັກ​ນຳ​ສົ່ງ​ພະນັກງານລົງ​​ເຮັດ​ວຽກ​ຢູ່​ຮາກ​ຖານ



      ວັນ​ທີ 15 ທັນວາ​ນີ້, ​ໂຮງໝໍ​ແມ່ ​ແລະ ​ເດັກ ​ໄດ້​ຈັດ​ພິທີ​ນຳ​ສົ່ງ​ພະນັກງານ​ລົງ​ເຮັດ​ວຽກ​ຢູ່​ຮາກ​ຖານ 3 ສ້າງ ​ໂດຍ​ການ​ເຂົ້າຮ່ວມ​ຂອງ ດຣ. ບົວ​ວັນ ​ແສນ​ສະຖິດ ອຳນວຍ​ການ​ໂຮງໝໍ​ດັ່ງກ່າວ ພ້ອມ​ດ້ວຍ​ພະນັກງານ​ແພດ​ໝໍ​ເຂົ້າຮ່ວມຢ່າງພ້ອມພຽງ.
     ​ໃນ​ພິທີ, ທ່ານ​ອຳນວຍ​ການ​ໂຮງໝໍ​ດັ່ງກ່າວ ​ໄດ້​ໂອ້​ລົມ​ຕໍ່​ພະ ນັກງານ​ທີ່​ຈະ​ລົງ​ປະຕິບັດ​ໜ້າ​ທີ່ຢູ່​ຮາກ​ຖານ​ວ່າ: ​ເພື່ອ​ຄວາມ​ກ້າວ ໜ້າ​ຂອງ​ພວກ​ສະຫາຍ​ເອງ ​ແລະ ຄວາມ​ຕ້ອງການຂອງ​ປະຊາຊົນ​ຢູ່​ພື້ນຖານ​ທີ່​ກຳລັງ​ລໍຖ້າ​ການ​ຊ່ວຍ​ເຫລືອ​ຕ່າງໆ​ຈາກ​ພວກ​ເຮົາ​ຢູ່​ນັ້ນ ທາງ​ໂຮງໝໍ​ຈຶ່ງ​ໄດ້​ຕັດສິນ​ໃຈ​ນຳ​ສົ່ງ​ພວກ​ສະຫາຍ​ລົງ​ໄປ ຮັບ​ໃຊ້​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ ​ແນ່ນອນ​ວ່າ​ຢູ່​ໃນ​ນີ້ຈະ​ຕ້ອງ​ໄດ້​ມີ​ການ​ເຮັດ​ວຽກ​ເພີ່ມ​ຂຶ້ນການ​ໄປ​ປະຕິບັດ​ງານ ໃນ​ຄັ້ງນີ້ຖື​ວ່າ​ມີ​ກຽດ​ສັກ​ສີ​ທີ່​ສຸດ​ທີ່​ພວກ​ສະຫາຍ​ຈະ​ໄດ້​ໄປ​ຊ່ວຍ​ເຫລືອ​ປະຊາຊົນ​ຜູ້​ທຸກ​ຍາດ​ຂາດ​ເຂີນ​ຢູ່ໃນເຂດ​ຫ່າງ​ໄກ​ສອກຫລີກ​ ​ໂດຍ​ສະເພາະ​ຢູ່ 2 ​​ແຂວງ ຄື​ແຂວງ​ຊຽງ​
ຂວາງ ​ແລະ ຫົວພັນ ໂດຍມີໜ່ວຍງານຕິດ ຕາມໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍນັ້ນ ແລະ ຂໍໃຫ້ທຸກຄົນເອົາໃຈ ໃສ່ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດ ຕາມຄາດໝາຍກ່ອນທີ່ຈະກັບມາເຮັດໜ້າທີ່ຂອງຕົນຢູ່ໂຮງໝໍເປັນປົກກະຕິ. ໂອກາດນີ້ຕາງໜ້າພະນັກງານທີ່ຈະໄປລົງຮາກຖານ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮັບໃຊ້ເບິ່ງ ແຍງສຸຂະພາບຂອງປະຊາຊົນ ດ້ວຍຄວາມຮັບຜິດຊອບສູງໂດຍ ບໍ່ມີເງື່ອນໄຂໃດໆບົນ ຈິດໃຈບ່ອນໃດຫຍຸ້ງຍາກປະຊາຊົນຮຽກຮ້ອງຕ້ອງການບ່ອນນັ້ນ ພວກເຮົາຈະພ້ອມກັນໄປຮອດ ແລະ ຈະເອົາໃຈໃສ່ຮັກສາຈັນ ຍາບັນຂອງແພດໃຫ້ສົມກັບພັກ-ລັດໄດ້ໄວ້ເນື້ອເຊື່ອໃຈ ແລະ ຂໍໃຫ້ ການຈັດຕັ້ງຈົ່ງສືບຕໍ່ກໍ່ສ້າງພວກຂ້າພະເຈົ້າໃຫ້ສົມກັບຄຳເວົ້າ ຂອງຜູ້ນຳທີ່ວ່າ: “ ແພດຄືກັບແມ່ຜູ້ໃຈດີ ”.

No comments:

Post a Comment