Ad

Ad

17 December 2014

ສະມາຊິກສະພາແຫ່ງຊາດຮັບຮອງເອົາລາຍງານການເຄື່ອນໄຫວຂອງຄະນະປະຈຳສະພາແຫ່ງຊາດ



     ວັນທີ 16 ທັນວານີ້ ເປັນມື້ທີ 6 ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ VII, ໂດຍ ການເປັນປະທານຂອງທ່ານນາງ ປາ ນີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃນຕອນເຊົ້າຂອງວັນດັ່ງກ່າວ ທ່ານ  ດຣ. ໄຊສົມ ພອນພົມວິຫານ ຮອງປະທານສະພາແຫ່ງຊາດໄດ້ຂຶ້ນລາຍງານກ່ຽວ ກັບການເຄື່ອນ ໄຫວວຽກງານ ຂອງຄະນະສະພາແຫ່ງຊາດປະ ຈຳ 6 ເດືອນທ້າຍປີ 2014 ແລະ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2015.
     ທ່ານຮອງປະທານສະພາ ແຫ່ງຊາດຍັງໄດ້ຍົກໃຫ້ເຫັນຜົນ ງານ ແລະ ຜົນສຳເລັດຫລາຍ ດ້ານໃນການຊີ້ນຳ-ນຳພາວຽກ ງານດ້ານ ຕ່າງໆຂອງສະພາແຫ່ງຊາດຕະຫລອດໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 7 ຫາ 8 ຂອງສະພາແຫ່ງຊາດ ຊຸດທີ VII ພ້ອມ ນັ້ນຍັງໄດ້ຍົກໃຫ້ເຫັນຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ແກ້ໄຂລວມທັງແຜນ ການວຽກງານ 6 ເດືອນຕົ້ນປີ 2015, ຊຶ່ງໃນນັ້ນໄດ້ກ ຳນົດແຜນການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດໃນຂົງເຂດຕ່າງໆ. ກອງປະຊຸມຂອງ
ຄະນະປະຈຳສະພາແຫ່ງ ຊາດໄດ້ພິຈາລະນາບັນຫາສຳຄັນຕ່າງໆທີ່ພົວພັນເຖິງການເຄື່ອນໄຫວວຽກງານພາຍໃນສະພາແຫ່ງຊາດ ແລະ ວຽກງານຂອງ ອົງການ ອື່ນທີ່ໄດ້ສະເໜີມາໃນໄລຍະເກືອບ 6 ເດືອນຜ່ານມາ, ເຊິ່ງໄດ້ເປີດກອງປະຊຸມທັງໝົດ 5 ຄັ້ງ, ໄດ້ພິຈາລະນາ ແລະ ຮັບ ຮອງເອົາ ບັນຫາສຳຄັນຕ່າງໆ ເຊັ່ນ: ພິຈາລະນາ ແລະ ຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ສະມາຊິກລັດຖະບານຕາມການສະເໜີຂອງ ທ່ານນາຍົກລັດຖະມົນຕີ ຄື: ການຍົກຍ້າຍທ່ານ ສຈ. ດຣ ຈະເລີຍ ເຍຍປາວເຮີ ລັດຖະ ມົນຕີວ່າການກະຊວງຍຸຕິທຳໄປ ຮັບໜ້າທີ່ ໃໝ່ຢູ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ການ ແຕ່ງຕັ້ງ ທ່ານ ບຸນ ເກີດ ສັງສົມ ສັກເປັນລັດຖະມົນຕີວ່າການກະຊວງຍຸຕິທຳ; ພິຈາລະນາ ແລະ ໃຫ້ທິດຊີ້ນຳກ່ຽວກັບການປັບປຸງ ເນື້ອໃນຂອງລັ ດຖະທຳມະນູນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຈັດກອງປະຊຸມສຳມະນາວິທະຍາສາດເພື່ອທາບທາມ ຄວາມເຫັນຂອງສັງຄົມ ຢູ່ສູນກາງ ແລະ ທ້ອງຖິ່ນ; ພິຈາ ລະນາຕົກລົງໃຫ້ສັດຕະຍະບັນແກ່ສັນຍາວ່າດ້ວຍການຫລີກເວັ້ນ ການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການລົບຫລີກ ການເສຍອາກອນ ລາຍໄດ້ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ສ. ອິນໂດເນເຊຍ; ພິຈາລະນາ ແລະ ຕົກລົງຮັບ ຮອງເອົາການກໍ່ສ້າງເຂື່ອນໄຟ ຟ້າຈຳນວນໜຶ່ງເຊັ່ນ: ເຂື່ອນໄຟ ຟ້ານ້ຳຕົກ ນ້ຳທາ 1 ຢູ່ແຂວງບໍ່ ແກ້ວ ແລະ ເຂື່ອນໄຟຟ້ານ້ຳໄຜ່ ຢູ່ ແຂວງໄຊສົມບູນ; ພິຈາລະນາ ຕົກ ລົງໃຫ້ສັນຊາດລາວແກ່ຊາວຕ່າງດ້າວ ຈຳນວນ 19 ຄົນ, ຍິງ 8 ຄົນ ໃນນັ້ນມີຄົນຫວຽດນາມ 14 ຄົນ, ຍິງ 6 ຄົນ, ຄົນຈີນ 5 ຄົນ, ຍິງ 2 ຄົນ; ພິຈາລະນາຕົກລົງ ໃຫ້ອະໄພຍະໂທດແກ່ນັກໂທດທີ່ກ້າວໜ້າທັງໝົດ 938 ຄົນ, ຍິງ 198 ຄົນ, ໃນນັ້ນ ຄົນຕ່າງປະເທດ 21 ຄົນ, ຍິງ 2 ຄົນ ແລະ ໄດ້ແກ້ ໄຂຮ້ອງຂໍຄວາມເປັນທຳ 232 ເລື່ອງ; ພິຈາລະນະຮັບຮອງເອົາ ຜົນການສ້າງ ແລະ ປັບປຸງກົດ ໝາຍທີ່ກອງປະ ຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຮັບຮອງເອົາ; ຊີ້ ນຳ, ຊຸກຍູ້ຕິດຕາມກວດກາການ ກະກຽມ ແລະ ດຳເນີນກອງປະ ຊຸມສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ ຄັ້ງທີ 35 ແລະ ກອງປະຊຸມອື່ນໆທີ່ປິ່ນ ອ້ອມ, ໂດຍສະເພາະ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບເພື່ອ ຮັບປະກັນໃຫ້ກອງປະຊຸມບັນລຸ ຕາມຄາດໝາຍທີ່ວາງໄວ້; ພິຈາ ລະນາ ຕົກລົງ ແລະ ຕິດຕາມຊຸກ ຍູ້ການກະກຽມຮອບດ້ານໃຫ້ແກ່ການດຳເນີນຢູ່ກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງ ຊາດຊຸດທີ VII; ພິຈາລະ ນາຮັບຮອງເອົາການແຕ່ງຕັ້ງ ຮອງປະທານສານພາກ 2 ທ່ານ, ຮອງປະທານ ສານແຂວງ 1 ທ່ານ ແລະ ຜູ້ພິພາກສາ 21 ທ່ານ. ນອກຈາກນີ້ ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນ ຕ່າງໆທີ່ພົວ ພັນເຖິງວຽກງານ ພາຍໃນສະພາ ແຫ່ງຊາດເປັນຕົ້ນການປັບປຸງກົງຈັກການຈັດຕັ້ງ ຂອງສະພາແຫ່ງຊາດທັງສູນ ກາງ ແລະ ເຂດເລືອກຕັ້ງຈຳ ນວນໜຶ່ງ, ການສ້າງ ແລະ ປັບ ປຸງນິຕິກຳພາຍໃນສະພາແຫ່ງ ຊາດ, ການປະຕິບັດນະໂຍບາຍ ພາຍໃນ, ບັນດາໂຄງການກໍ່ ສ້າງຂອງສະພາແຫ່ງຊາດ ແລະ ອື່ນໆ.
     ຄຽງຄູ່ກັບດ້ານດີທີ່ກ່າວມານີ້ ຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂເປັນຕົ້ນການປະຕິບັດພາລະ ບົດ ລາດເປັນອົງການປະຈຳ ການຂອງສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ດຳ ເນີນກອງປະຊຸມນັ້ນການຈັດ ວາງແຜນການ ເຄື່ອນໄຫວວຽກງານລະຫວ່າງການປະຈຳການ, ການວາງເວລາເຄື່ອນໄຫວພາຍໃນ ແລະ ຕ່າງປະເທດໃນ ບາງກໍລະນີບໍ່ທັນສອດ ຄ່ອງ, ການແກ້ໄຂວຽກງານບາງຂົງເຂດທີ່ຄະນະປະຈຳຮັບຜິດຊອບຍັງຖືກແກ່ຍາວ ຫລື ຮີບຮ້ອນເລັ່ງ ປະຕິບັດໃນເວລາທີ່ຈໍ້; ການ ປະຕິບັດພາລະບົດບາດຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດໃນສົກປີ 2014- 2015 ກໍຍັງ ບໍ່ທັນໄດ້ໄປຕາມທິດ ຫັນເປັນອັນລະອຽດຂອງຄະນະປະຈຳສະພາແຫ່ງຊາດເທື່ອ, ການຕິດຕາມກວດກາບໍ່ທັນ ລົງເລິກຢ່າງມີຈຸດສຸມ; ການຊີ້ນຳບັນດາອົງການຈັດຕັ້ງທຸກພາກສ່ວນຂອງສະ ພາແຫ່ງຊາດເຖິງດີຂຶ້ນໃນບາງ ຂົງເຂດແຕ່ບໍ່ທັນ ໄດ້ລົງເລິກເທົ່າທີ່ຄວນ. ສະນັ້ນ ການເປັນເສນາທິການບາງດ້ານບໍ່ທັນໄດ້ດີ ເຊັ່ນ: ການກະກຽມເນື້ອໃນ, ການປະສານງານ ກັບຂະແໜງການ, ການປະສານ ພາຍໃນບາງດ້ານບໍ່ທັນກົມກຽວກັນ, ການແກ້ໄຂວຽກງານບາງດ້ານບໍ່ທັນເປັນເອກະ ພາບກັນເທື່ອ ແລະ ການຊີ້ນຳວຽກງານເຂດ ເລືອກຕັ້ງບໍ່ທັນເປັນລະບົບຕໍ່ ເນື່ອງ ແລະ ບໍ່ທັນມີທິດຊີ້ນຳທີ່ ຊັດເຈນເພື່ອໃຫ້ ເຂດເລືອກຕັ້ງນຳໄປຜັນຂະຫຍາຍ. ຫລັງຈາກນັ້ນ ກໍໄດ້ມີບາງຄຳເຫັນເຈາະຈີ້ມ ຈາກທ່ານປະທານສະພາແຫ່ງ ຊາດເພື່ອເປັນ ບ່ອນອີງໃຫ້ແກ່ ການປະກອບຄຳເຫັນ ແລະ ສະ ມາຊິກ ສະພາແຫ່ງຊາດກໍໄດ້ເຫັນຮັບຮອງເອົາລາຍງານການ ເຄື່ອນໄຫວ ຂອງຄະນະປະຈຳສະພາແຫ່ງຊາດ, ເຊິ່ງມາຈາກ ສຽງສ່ວນຫລາຍ ຂອງສະມາຊິກພາຍໃນສະພາ.

No comments:

Post a Comment