Ad

Ad

18 December 2014

ອາກາດເລີ່ມໜາວເຢັນຈົ່ງເອົາໃສ່ຮັກສາສຸຂະພາບ



  ປັດຈຸບັນອາກາດໄດ້ເລີ່ມມີການປ່ຽນແປງ ແລະ ໜາວ​ເຢັນ​ລົງຫຼາຍໂດຍສະເພາະບັນດາແຂວງພາກເໜືອ, ຊຶ່ງອາດເຮັດ ໃຫ້ສຸຂະ ພາບຂອງຄົນເຮົາໄດ້ຮັບຜົນກະທົບເຊັ່ນກັນ ​ແລະ ມັກ​ມີ​ພະຍາດ​ຕາມ​ລະດູ​ການ​ເກີດ​ຂື້ນ​ເຊັ່ນ: ພະຍາດ ລະບົບ​ທາງ​ເດີນ​ຫານ​ໃຈ, ປອດ​ອັດ​ເສບ,​ ໄຂ້ ຫວັດ, ພະຍາດ​ຜິວໜັງ ​ແລະ ພະ ຍາດ​ທີ່​ມາ​ກັບ​ພາຫະນະ​ນຳ​ເຊື້ອ​ອື່ນໆ, ດັ່ງ​ນັ້ນຈຶ່ງ ເຕືອນ​ໃຫ້ປະ ຊາຊົນຢູ່​ທ້ອງຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດຈົ່ງ​ເອົາ​ໃຈ​ໃສ່​ຮັກສາ​ສຸ​ຂະ​ພາບ, ດ້ວຍ​ການ​ປະຕິບັດ​ຕາມ​ຫຼັກ​ສຸຂະ​ອະນາ​ໄມ ​ແລະ ຫຼັກ ການ​ອະນາ​ໄມ 3 ສະອາດ​​ຄື: ນຸ່ງ ເຄື່ອງໃຫ້ອົບອຸ່ນຢູ່ສະເໝີ, ໂດຍ ສະເພາະເດັກນ້ອຍ, ກິນອາຫານ ທີ່ມີປະໂຫຍດ, ສະອາດ, ສຸກ, ສົົດໃໝ່, ອອກກຳລັງກາຍເລື້ອຍໆ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ລ້າງມືທຸກຄັ້ງກ່ອນ ແລະ ຫຼັງການກິນ ອາຫານ, ປະຕິບັດຕາມມາລະຍາດໄອຈາມຕ້ອງ ອັດປາກ ແລະ ສິ່ງສຳຄັນແມ່ນ ຕ້ອງອະນາໄມຕົນເອງ ແລະ ທີ່ຢູ່ອາໄສໃຫ້ສະ ອາດຢູ່ສະເໝີ, ຖ້າເຂດແຂວງຫຼືທ້ອງຖ່ິນໃດຫາກເກີດມີກໍລິນີເກີດລະບາດຂອງພະຍາດໃດໜຶ່ງໃຫ້ຮີບຮ້ອນໄປພົບແພດ ໝໍທັນທີເພື່ອມີວິທີການປິ່ນປົວຮັກສາໃຫ້ດີ.

No comments:

Post a Comment