Ad

Ad

18 December 2014

​ປກສ ແຂວງ​ບໍລິ​ຄຳ​ໄຊ​ ສາມາດສະກັດ​ກັ້ນການ​ຄ້າຂາຍ​​​ເຮ​ໂຣອິນ​ຈຳນວນ​ຫລາຍ



       ​ເຈົ້າໜ້າ​ທີ່​ສະກັດ​ກັ້ນ ​ແລະ ປາບ​ປາມ​ຢາ​ເສບ​ຕິດ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 13 ທັນວາ​ນີ້, ​ໄດ້​ສົມທົບ​ກັບ​ເຈົ້າໜ້າ​ທີ່ ປກສ ກຸ່ມ​ບ້ານ​ທົ່ງ​ໃຫຍ່ ​ເມືອງ​ປາກ​ຊັນ ​ເຂົ້າຈັບ​ກຸມ​ກຸ່ມ​ເປົ້າ ໝາຍ​ຄ້າຂາຍ​ຢາ​ເສບ​ຕິດ ປະ​ເພດ​ເຮ​ໂຣອິນ ຢູ່​ບ້ານ​ທົ່ງ​ໃຫຍ່ ​ແລະ ​ກວດພົບ​ຂອງ​ກາງ ມີເຮ​ໂຣອິນ ຈຳນວນ 46 ຄູ່ ​ເທົ່າ​ກັບ 92 ​ແທ່ງ, ​ເງິນສົດ​ 20.000 ບາດ (ສະກຸນ​ເງິນ​ໄທ) ພ້ອມ​ກັກ​ຕົວ​ຜູ້​ຖື​ກຫາທັງ​ໝົດ 6 ຄົນ ຄືນາ​ງ ພອນ​ສະ ຫວັນ (​ເຈນນີ) ອາຍຸ 22 ປີ ຢູ່​ບ້ານ​ໝາກ​ມຸກ ​ເມືອງ​ໄຊ ​ແຂວງ​ອຸດົມ​ໄຊ, ທ້າວ ຕໍ​ລໍ ອາຍຸ 17 ປີ ຢູ່​ບ້ານ​ເຈຍ​ຕອງ ​ເມືອງ​ປາກ​ທາ ​ແຂວງ​ບໍ່​ແກ້ວ, ທ້າວ ສອນ​ວື ອາຍຸ 44 ປີ ຢູ່​ບ້ານ​ໜອງ​ພະຍາ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ, ທ້າວ ຕົວ (ບີ​ດາວ) ຢູ່​ບ້ານ​ຕາ​ຈີ່​ລີກ ຈັງຫວັດ​ຊຽງ​ຕຸ​ງ ​ແຂວງ​ຊຽງ​ຕຸ​ງ ປະ​ເທດ​ມຽນມາ, ທ້າວ ລາວ​ຕ້າ ອາຍຸ 40 ປີ ຢູ່​ບ້ານ​ວຽງ​ແກ່ນ ​ເມືອງ​ວຽງ​ແກ່ນ ຈັງ ຫວັດ ຊຽງ​ລາຍ ປະ​ເທດ​ໄທ, ທ້າວ ນໍ​ເນັງ (ບົງ​ກົດ) ອາຍຸ 37 ປີ ຢູ່​ບ້ານ​ໄທ​ສາມັກຄີ ​ເມືອງ​ວຽງ​ແກ່ນ ຈັງ ຫວັດ​ຊຽງ​ລາຍ ປະ​ເທດ​ໄທ.
     ຜ່ານ​ການ​ສືບສວນ-ສອບ​ສວນ ຜູ້​ຖືຫາຮັບ​ສາລະພາບ​ວ່າ: ເຮ​ໂຣອິນຈຳນວນ​ດັ່ງກ່າວ​ໄດ້​ເອົາ​ມາ​ຈາກ​ປະ​ເທດ​ເພື່ອນ​ບ້ານ ແລະ ຈະ​ເອົາ​ມາ​ສົ່ງ​ໃຫ້​ພໍ່ຄ້າ​ຢູ່​ເຂດ​ບ້ານ​ທົ່ງ​ໃຫຍ່ ​ເມືອງ​ປາກ​ຊັນ.
     ປັດຈຸ​ບັນ ​ເຈົ້າໜ້າ​ທີ່​ພວມ​ປະກອບ​ສຳນວນ​ຄະດີ​ສັ່ງ​ຟ້ອງ​ສານເພື່ອ​ດຳ​ເນີນ​ຄະດີ​ຕາມ​ຂັ້ນຕອນຂອງ​ກົດໝາຍ ສປປ ລາວ.

No comments:

Post a Comment