Ad

Ad

18 December 2014

ທາງຮ່ອມເຮັດໃໝ່ຄຸນນະພາບຕ່ຳ ​ໃຜ​ຮັບຜິດຊອບ ?



        ດັ່ງ​ທີ່​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວວ່າ​ຜ່ານ​ມາລັດຖະບານ​ເຮົາ, ໄດ້ໃຊ້ງົບຢ່າງ​ຫຼວງ ຫຼາຍເຂົ້າໃນການປັບປຸງ, ກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຢູ່ນະຄອນຫຼວງ ວຽງຈັນ, ໃນນັ້ນມີເສັ້ນທາງສຳຄັນຫຼາຍສາຍ ແລະ ເສັ້ນທາງຮ່ອມຢູ່ຕາມຄຸ້ມບ້ານ ຕ່າງໆໄດ້ຮັບ​ການກໍ່ສ້າງ ແລະ ນຳໃຊ້ສະດວກ​ສະບາຍເບິ່ງແລ້ວກໍງາມຕາດີ, ແຕ່ການ ນຳໃຊ້ບໍ່ພຽງເທົ່າໃດເດືອນ, ເສັ້ນທາງດັ່ງກ່າວເຫຼົ່າ ນັ້ນສ່ວນ​ຫຼາຍມີ​ການ​ເປ່ເພກ່ອນ ອາຍຸນຳໃຊ້ງານ, ຊຶ່ງ​ອາດ​ມາ​ຈາກ​ຄຸນ​ນະພາ​ບການ​ກໍ່ສ້າງ​ຕ່ຳ, ​ແຕ່​ໃຜ​ຈະ​ເປັນ​ຜູ້ຮັບຜິດ​ຊອບຄື: ເສັ້ນ ທາງຮ່ອມເລີ່ມຈາກສີ່ແຍກໄຟ ແດງຖະໜົນສາມແສນໄທຜ່ານທາດດຳ, ກ້ຽວຫາເສັ້ນທາງສາມແຍກຂົມບູລົມ (ດ້ານຫຼັງສະ ຖານທູດສະຫະລັດອາເມລິກາ) ເຖິງສາມແຍກເດີນກິລາເຈົ້າອານຸວົງ ແລະ ຈາກສາມແຍກຖະໜົນສາມແສນໄທ ຂ້າງໂຮງແຮມ ລາວພາຊ່າ ຕັດໄປໃສ່ສາມ ແຍກຖະໜົນຂຸນບູລົມ, ລຽບເດີນກິລາເຈົ້າອານຸວົງ ແລະ ທາງຊອຍອື່ນໆ ກໍ​ມີ​ການ​
ເປ່​ເພ​ຫຼາຍ, ພາຍ ຫຼັງເປີດການນຳ​ໃຊ້​ບໍ່​ຮອດ​ປີ​ແຕ່​ຖືກ​ເປ່​ເພໃຜຈະ​ເປັນ​ຜູ້ຮັບຜິດຊອບຄ່າໃຊ້ຈ່າຍເຂົ້າ ໃນການສ້ອມແປງຄືນ​ດັ່ງກ່າວ, ຍ້ອນ​ວ່າ​​ເສັ້ນທາງ​ໄດ້​ມອບ​ຮັບ​ແລະ ​ມີ​ການ​ກວດກາ​ເປັນ​ທີ່​ຮຽບ ຮ້ອຍ​ຈາກ​ຄະນະ​ວິຊາ​ການ​ແລ້ວ,​ໃນ​ທີ່​ສຸດ​ກໍ່​ອາດ​ແມ່ນລັດຖະບານ​ເອງ​​ເຊິ່ງຈະຕ້ອງ​​ໃຊ້​ງົບປະມານ​ຈຳນວນ​ຫຼາຍ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ ​ແລະ ປັດຈຸບັນມີຫຼາຍຈຸດກໍພວມດຳ ເນີນການສ້ອມ ແປງເພື່ອບໍ່ໃຫ້ການເປ່ ເພຂະຫຍາຍເປັນວົງກ້ວາງ, ​ແລະ ​ເຖິງ​ຈະ​ໄວ​ຫຼື​ຫຼ້າ​ຊ້າ​ກໍ​ຍັງ​ດີກ​ວ່າ​ບໍ່​ເຮັດ, ທັງ​ນີ້​ກໍ​ເພື່ອ​ສ້າງ​ໃຫ້​ໃບ​ໜ້າ​ໃບ​ຕາ​ຂອງ​ນະຄອນຫຼວງ​ວຽງ​ຈັນ​ໄດ້​ສືບ​ຕໍ່​ຍົກຍ້ອງ​ຈາກ​ຊາວ​ໂລກ.

No comments:

Post a Comment