Ad

Ad

18 December 2014

ຜູ້​ຮັບຜິດຊອບ​ລ້ຽງສັດ​ ​ແລະ ປະມົງ​ຕອບ​ຂໍ້ຂ້ອງ​ໃຈ​ກ່ຽວກັບ​ການ​ແບ່ງ​ເຂດ​ການ​ລ້ຽງສັດ​



    ​ໃນ​ຕອນ​ເຊົ້າ​ວັນ​ທີ 17 ທັນວານີ້, ຫົວໜ້າກົມ​ລ້ຽງສັດ ​ແລະ ການ​ປະມົງ​ກະຊວງ​ກະສິກຳ ແລະ ປ່າ​ໄມ້ ທ່ານ ດຣ ບຸນ​ຂວາງ ຄຳ​ບຸນ​ເຮືອງ ​ໄດ້​ຮັບ​ກຽດຂຶ້ນ​ຊີ້​ແຈງ​ກ່ຽວ ກັບ​ບັນຫາ​ການ​ແບ່ງ​ເຂດການ​ລ້ຽງສັດ ​ແລະ ລ້ຽງປາ ຢູ່​ຕາມ​ພາກ​ຕ່າງໆຂອງ​ປະ​ເທດຜ່ານ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ ຊຸດ​ທີ 7 ເຊິ່ງພວມ ດຳ​ເນີນ​ຢູ່ໃນ​ປັດຈຸ ບັນ, ມີປະຊາຊົນເຂດເມືອງ ໄຊທານີ ນະ ຄອນຫຼວງວຽງຈັນ ມີ ຄວາມສົນໃຈ ແລະ ໂທລະສັບສາຍດ່ວນເຂົ້າມາຖາມບັນຫາດັ່ງກ່າວຜ່ານກອງປະ ຊຸມຄັ້ງນີ້.
    ທ່ານຫົວໜ້າກົມລ້ຽງສັດ ໄດ້ໃຫ້ຄຳຊີ້ແຈງວ່າ: ແຂວງ ຊຽງຂວາງໄດ້ກຳນົດທ່າແຮງ ການຜະລິດກະສິກຳແມ່ນ​ໄດ້​ດີ ເອົາ ການລ້ຽງສັດເປັນປາຍແຫຼມ, ໄດ້ມີການສ້າງເປັນຟາມ ງົວ 10 ແຫ່ງ, ມີງົວປະ ມານ 956 ໂຕ.  ນອກນັ້ນຍັງມີກຸ່ມ ແລະ ລ້ຽງແບບຄອບຄົວ ກໍ​ມີຫຼາຍຖ້າທຽບໃສ່ແຂວງອື່ນຄື ຢູ່ເຂດ ເມືອງໜອງແຮດ, ພູກູດ, ຜາໄຊ ແລະ ອື່ນໆ  ​ໂດຍ​ມີ​ການປູກ
ຫຍ້າລ້ຽງສະເພາະມີເກືອບ 1 ພັນ ກວ່າແຮັກຕາ. ດັ່ງນັ້ນແຂວງໄດ້ສົມທົບກັບກະຊວງ​ກະສິກຳ-ປ່າ​ໄມ້ໄດ້ສ້າງເຂດປອດພະຍາດ ຕົ້ນຕໍຂອງສັດໃຫຍ່​ເຊັ່ນ: ພະ ຍາດເຕົ້າໂຮມເລືອດ, ປາກເປື່ອຍ ລົງເລັບ, ຄາດຄະເນວ່າຮອດ ປີ 2018 ຈະກາຍເປັນເຂດ ປອດພະຍາດໃນທົ່ວແຂວງ​ແຫ່ງທຳ ອິດ ຂອງ ສປປ ລາວ. ສຳຫຼັບ ເນື້ອທີ່ລ້ຽງປາທົ່ວແຂວງມີທັງ ໝົດ 1.580 ແຮັກຕາ, ຊະນິດ ປາ ທີ່ນິຍົມລ້ຽງປະກອບດ້ວຍ: ປາ ນິນ, ປາໄນ, ປາມາລິການ, ປາ ກິນຫຍ້າ, ປາດຸກພັນ ແລະ ປາ ປາກ, ​ເຊິ່ງໃນປີ 2014 ນີ້ ແຂວງ ສາມາດຜະລິດປາ ​ໄດ້ທັງໝົດ 5.106 ໂຕນ.
    ເຖິງຢ່າງໃດກໍຕາມກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ກຳນົດ ເຂດການລ້ຽງສັດຢູ່ໃນຍຸດທະສາດການ ຜະລິດກະສິກຳຮອດ ປີ 2020-2025 ໂດຍສະເພາະສັດ ໃຫຍ່ງົວ, ຄວາຍ ​ແມ່ນອີງໃສ່ຈຸດ ພິເສດທ່າແຮງ ແລະ ມູນເຊື້ອມີ​ໄວ້​ຄື ໃນວົງກວ້າງນັບ ແຕ່ ແຂວງໄຊສົມບູນ ຂຶ້ນເມືອເຖິງ ແຂວງຜົງສາລີ ( 10 ແຂວງ ພາກເໜືອ)  ​ແມ່ນ​ເຂດສົ່ງເສີມ ການລ້ຽງສັດໃຫຍ່ (  ງົວ, ຄວາຍ). ແລະ ນອກນັ້ນກໍ​ແມ່ນ​ບັນດາເມືອງໃຕ້ລຽບຊາຍແດນ ລາວ-ຫວຽດຕີນສາຍພູຫຼວງ, ພູ ພຽງ, ທົ່ງພຽງກໍແມ່ນເຂດສົ່ງ ເສີມລ້ຽງສັດ, ນັບທັງບໍລິເວນ ລຽບແຄມຂອງປະສົມປະສານ ກັບການປູກຫຍ້າ ແລະ ເກັບຮັກ ສາເຟືອງເຂົ້າ, ຜ່ານການສຳ ຫຼວດທົ່ງຫຍ້າປ່າຄັງ ສຳຫຼັບສັດຄ້ຽວເອື້ອງຢູ່ 18 ແຂວງ ມີ 7 ແສນກວ່າເຮັກຕາ, ມີຟາມງົວ 72 ແຫ່ງ ມີງົວທັງໝົດປະມານ 15.600 ໂຕ.

No comments:

Post a Comment