Ad

Ad

18 December 2014

ວຽກ​ງານ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ຍັງ​ມີ​ບາງດ້ານຈະ​ຕ້ອງ​ໄດ້​ປັບປຸງແກ້​ໄຂ



     ກະຊວງ​ຊັບພະຍາກອນ​ທຳ​ມະຊາດ​ແລະ​ສິ່ງ​ແວດ​ລ້ອມ​ໃຫ້​ຮູ້​ວ່າ:​ ໃນ​ຮອບ​ປີຜ່ານມາ​ຂະ​ແໜງການ​ຂອງ​ຕົນ​ໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິ​ບັດ​ໜ້າ​ທີ່​ວຽກງານຂອງ​ຕົນ​ເປັນ​ຢ່າງ​ມີ​ຜົນສຳ​​ເລັດ​ໂດຍ ສະເພາະແມ່ນ​ວຽກ​ງານ​ການ​ເມືອງ​ແນວ​ຄິດ, ວຽກ​ງານ​ກວດ ກາ, ການຈັດສັນ​ແລະ​ພັດທະນາ​ທີ່​ດິນ, ວຽກ​ງານ​ຊັບພະຍາກອນ​ນ້ຳ,​ ສົ່ງເສີມ​ຄຸນ​ນະພາ​ບສິ່ງ​ແວດ​ລ້ອມ, ວຽກງານ​ຄວບ​ຄຸມ​ມົນ​ລະ​ພິດແລະຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້, ໄພພິບັດ​ແຫ່ງ​ຊາດ ​ແລະ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ວຽກ​ງານ​ພັດທະ ນາ​ຊັບພະຍາ ກອນ​ທຳ​ມະ​ຊາດ​ ແລະ ​ສິ່ງ​ແວດ​ລ້ອມອື່ນໆອີກ​, ຊຶ່ງ​ໃນ​ແຕ່ລະ​ໜ້າ​​ລ້ວນ​ແລ້ວ​ແຕ່​ມີ​ຜົນສຳ​ເລັດ​,​ ແຕ່​ຄຽງ​ຄູ່​ກັນນັ້ນກໍ່ຍັງ​ມີບາງ​ຈຸດ​ອ່ອນ​ຄົງຄ້າງ​ຈະໄດ້​ພ້ອມ​ກັນ​ປັບ ປຸງ​ແກ້​ໄຂ​ເຊັ່ນ: ​ໂຄງ​ປະກອບ​ການຈັດ​ຕັ້ງ​ ​ແລະ​ ພະນັກງານຍັງ​ບໍ່​ທັນ​ຄົບ​ຊຸດ​ແຕ່​ຂັ້ນ​ສູນ​ກາງ​​ຮອດ​ທ້ອງ​ຖິ່ນ,​ ການຈັດ​ສັ​ນ​ ແລະ ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ສຳ​ຫຼວດຈັດ​ສັນ​ທີ່​ດິນ ​ແລະ​ຊັບ ພະຍາກອນ​ແຮ່​ທາດ, ພະນັກ ງານ​ທີ່​ຈະ​ປະຈຳການ​ຢູ່​ພາກ​ສະ ໜາມປ່າ​ປ້ອງ​ກັນ​ ແລະ​ ປ່າ​ສະ ຫງວນ​ໃນ​ແຕ່ລະ​ເຂດຍັງຂາດ ເຂີນ, ການປະຕິບັດຄາດໝາຍ​ຂອງ​ແຜນ​ພັດທະນາ​ເສດ​ຖະ ກິດ-ສັງຄົມຄັ້ງ​ທີ 7 ​ເຫັນ​ວ່າ​ຍັງ​ບໍ່​ທັນ​ໄດ້​ດີ​ເທົ່າທີ່ຄວນຍ້ອນ​ຂາດ​ງົບປະມານ​, ​ໂດຍ​ສະ​​ເພາະ​ການ ອອກ​ໃບ​ຕາດ​ິນ, ການ​ຍົກ​ລະດັບ​ປ່າ​ໄມ້​ປົກ​ຫຸ້ມ​ໃຫ້​ໄດ້ 65%
ຂອງ​ເນື້ອ​ທີ່​ທົ່ວ​ປະ​ເທດ​ໃນ​ປີ 2015, ການ​ກຳ​ກົດ​ເຂດ​ສະຫງວນ​ແຮ່​ທາດ​ໃຫ້​ໄດ້ 65%ແລະບັນດາ​ນິຕິ​ກຳ​ຂອງກະຊວງ ກໍຍັງ​ບໍ່​ທັນ​ຄົບ​ຊຸດ ແລະ ສ່ວນໜຶ່ງ​ຍັງ​ຢູ່​ໃ​ນ​ໄລຍະ​ປັບປຸງ ​ແລະ​ ສ້າງ​ຂຶ້ນ​ໃໝ່​, ພ້ອມ​ທັງ​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ດ້ານ​ຕ່າງໆ​ດັ່ງ​ໃຫ້​ກາຍ​ເປັນ​ແຜນ​ງານ, ​ແຜນການ,​ໂຄງການ​ນັ້ນ​ຍັງ​​ເຮັດ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວນ ​ແລະ​ ຂາດ​ຂໍ້​ມູນ​ໃນ​ບາງ​ດ້ານ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ວາງ​ແຜນ​, ໂດຍ​ສະ​ເພາະ​ຂົງ​ເຂດ​ ວຽກ​ງານ​ທີ່​ດິນ, ທໍລະນີ​ສາດ​ແລະ ​ແຮ່​ທາດ, ອຸ​ຕຸ​ນິຍົມ-ອຸ​ທົກ ກະສາ​ດ, ການ​ໂຄສະນາ​​ເຜີຍ​ແຜ່, ການ​ບັງຄັບ​ໃຊ້​ ແລະ ​ການ​ຕິດ ຕາມ​ກວດກາ, ການຈັດ​ຕັ້ງ​ປະຕິ ບັດບັນດາ​ກົດໝາຍ​ ແລະ​ ນິຕິ​ກຳ​ຕ່າງໆ​ທີ່​ມີ​ຢູ່​ແລ້​ວກໍ​ຍັງ​​ເຮັດ​ບໍ່​ທັນ​ໄດ້​ດີ, ຊຶ່ງທັງ​ໝົດ​ເຫຼົ່ານັ້ນ​ຂະແໜງ​ຊັບພະຍາກອນ​ທຳ​ມະ​ຊາດ​ ແລະ​ ສິ່ງ​​ແວດລ້ອມ​ຈະ​ຕ້ອງ​ໄດ້​ເອົ​າ​ໃຈ​ໃສ່​ປັບ​ປຸງ​ແກ້​ໄຂ້​ເພື່ອ​ໃຫ້ການ​ຈັ້ງ​ຕັ້ງ​ປະຕິບັດ​ໜ້າ​ທີ່​ໃນຕໍ່ໜ້າມີ​ປະສິດທິ​ຜົນ​ກວ່າ ເກົ່າ.   

No comments:

Post a Comment