Ad

Ad

18 December 2014

ສສຊ ​ສະ​ເໜີ​ໃຫ້​ລັດຖະບານເອົາ​ໃຈ​ໃສ່​ກະຕຸກ​ຊຸກຍູ້ການຜະລິດ​ສິນຄ້າຂອງປະຊາຊົນໃຫ້ແຂງແຮງຍິ່ງຂຶ້ນ



  ດັ່ງທີ່ພວກເຮົາຮູ້ນຳກຳດີ ແລ້ວວ່າ: ​ການ​ຜະລິດ​ສິນຄ້າ​ເປັນ​ທິດ​ທາງ​ບູລິ​ມະ​ສິດ​ຂອງ​ລັດຖະ ບານ​ໃນ​ການ​ຫັນ​ເອົາ​ການ​ຜະລິດ​ແບບ​ທຳ​ມະ​ຊາດ ​ໄປ​ສູ່​ການ​ຜະ ລິດ​ເປັນ​ສິນຄ້າ​ຢ່າງ​ກ້ວາງ​ຂວາງ ແລະ ກອງ​ປະຊຸມ​ສະ​ໄໝສາມັນ ເທື່ອ​ທີ່ 8 ຂອງສະພາແຫ່ງ ຊາດ ຊຸດທີ VII ທີ່ພວມດຳເນີນການ ໃນປັດຈຸບັນ. ສະມາຊິກສະພາ ແຫ່ງຊາດຫຼາຍເຂດເລືອກຕັ້ງ, ຕ່າງກໍໄດ້ປະກອບຄຳຄິດ ຄຳເຫັນຕໍ່ບົດລາຍງານຂອງລັດຖະບານໂດຍສ່ວນໃຫຍ່ແມ່ນສະເໜີໃຫ້ລັດຖະບານເອົາໃຈໃສ່ຕຶ່ມອີກໃນການກະຕຸກ ຊຸກຍູ້ການຜະລິດປະຊາຊົນໃຫ້ແຂງແຮງກວ່າເກົ່າ.
     ຂໍ້ສະເໜີດັ່ງກ່າວ ລະບຸວ່າ: ການກຳນົດນະໂຍບາຍສິນເຊື່ອຕໍ່ການສົ່ງເສີມການຜະລິດສິນຄ້າ ຂອງລັດຖະບານໃນໄລຍະ ຜ່ານມາຍັງມີລັກສະນະລວມໆ, ບໍ່ມີຈຸດສຸມ, ບໍ່ມີລັກສະນະການສົ່ງ ເສີມສະເພາະດ້ານຂອງຂະແໜງການ, ເປັນຕົ້ນຂະແໜງ ກະສິກຳ, ອຸດສາຫະກຳລວມທັງນະໂຍບາຍສົ່ງເສີມເຂດແຄ້ວນຍັງບໍ່ທັນຊັດເຈນ, ການບໍລິການສິນເຊື່ອ ຂອງພາກລັດ, ເຖິງວ່າໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດດ້ວຍຫຼາຍຮູບແບບ, ທັງ ຂອງພາກລັດ ແລະ ເອກະຊົນ ໃນການບໍລິການສິນ ເຊື່ອໃຫ້ປະຊາຊົນ. ແຕ່ການຄຸ້ມຄອງນຳໃຊ້ບໍ່ທັນມີປະສິດທິຜົນເທົ່າທີ່ຄວນ, ການບໍລິການຍັງຫຼາຍຂັ້ນສ້າງ ຄວາມຫຍຸ້ງຍາກ ໃຫ້ປະຊາຊົນ, ການປ່ອຍສິນເຊື່ອຍັງບໍ່ຄວບຄູ່ກັບການຈັດຕັ້ງປະຕິບັດການສົ່ງເສີມດ້ານວິຊາການຫຼາຍບ່ອນ ມີເງິນປ່ອຍສິນ
ເຊື່ອແຕ່ບໍ່ຮູ້ຈະເອົາເງິນໄປເຮັດຫຍັງ, ຫຼາຍທ້ອງຖິ່ນມີຕະຫຼາດແຕ່ບໍ່ມີສິນຄ້າຂາຍອັນນີ້ແມ່ນປາກົດການທີ່ພົບເຫັນຕົວ ຈິງຈາກ ການລົງພົບປະປະຊາຊົນຢູ່ຫຼາຍ ທ້ອງຖິ່ນ, ນອກຈາກນີ້, ການປ່ອຍສິນເຊື່ອຍັງບໍ່ ທັນໄດ້ຮັບການຄົ້ນຄ້ວາລະອຽດ ຍັງສ້າງໃຫ້ ມີໜີ້ສິນຂອງປະຊາຊົນເພີ່ມຂຶ້ນ. ສ່ວນການປະຕິບັດນະໂຍບາຍທາງດ້ານພາສີ-ອາກອນ, ການຄົ້ນຄ້ວາກຳນົດນະໂຍບາຍດ້ານ ພາສີ-ອາກອນ ແລະ ຄ່າທຳນຽມ ຕ່າງໆແນໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນຍັງແບບລວມໆຫຼາຍກວ່າ, ເຊິ່ງກົດໝາຍວ່າ ດ້ວຍອາກອນກໍ ໄດ້ກຳນົດໄວ້ແລ້ວເພື່ອໃຫ້ລັດຖະບານຫັນເປັນລະອຽດໃນການສົ່ງເສີມການຜະລິດ, ການລົງທືນຂອງບັນດາ ຫົວໜ່ວຍທຸລະ ກິດທີ່ຢູ່ເຂດຫ່າງ ໄກສອກຫຼີກ, ມາເຖິງປັດຈຸບັນນີ້ ຍັງບໍ່ທັນເປັນຮູບປະທຳ. ສຳລັບການສົ່ງເສີມເຕັກນິກວິຊາການການຄຸ້ມຄອງ, ນຳໃຊ້ບັນດາສູດທົດລອງສົ່ງເສີມການຜະລິດກະສິກຳຍັງບໍ່ທັນມີປະສິດ ທິຜົນເທົ່າທີ່ຄວນ, ມີຫຼາຍສູນໄດ້ປະຫວ່າງໄວ້, ການຄົ້ນຄວ້າການສະໜອງແນວພັນພືດ-ສັດ ແລະ ການນຳ ໃຊ້ເຕັກໂນໂລຊີ ໃໝ່ທີ່ທັນສະໄໝເພື່ອເຂົ້າຊ່ວຍປະຊາຊົນ ແລະ ຈັດການຝຶກ ອົບຮົມຍັງບໍ່ທັນເຮັດໄດ້ດີ. ການຈັດຕັ້ງປະຕິບັດນະໂຍບາຍດ້ານ ການຕະຫຼາດເຖິງ ວ່າລັດຖະບານໄດ້ມີຄວາມພະຍາຍາມຂະຫຍາຍຕະຫຼາດພາຍໃນ, ສະໜອງຄວາມຮູ້ດ້ານການຕະ ຫຼາດໃຫ້ ຜູ້ຜະລິດ ແລະ ປະຊາ ຊົນໂດຍສະເພາະແມ່ນຢູ່ເຂດຊົນນະບົດໄດ້ມີການຂະຫຍາຍຕົວ, ແຕ່ໃນຕົວຈິງຍັງເຫັນປາກົດ ການສ້າງຕະຫຼາດຍັງບໍ່ທັນໄປ ຄວບ ຄູ່ກັບການຈັດຕັ້ງການຜະລິດຂອງປະຊາຊົນ, ບາງບ່ອນມີຕະຫຼາດແຕ່ບໍ່ມີສິນຄ້າ, ບາງ ບ່ອນມີສິນຄ້າແຕ່ບໍ່ຮູ້ຈະໄປຂາຍ ຢູ່ໃສ, ປາກົດການອັນນີ້ມີຫຼາຍໃນທ້ອງຖິ່ນຂອງພວກເຮົາ, ພ້ອມກັນນັ້ນການສະ ໜອງຂໍ້ ມູນຂ່າວສານທາງດ້ານການຕະຫຼາດ, ການຜະລິດໃຫ້ປະຊາຊົນຍັງບໍ່ທັນໄດ້ດີ, ການແນະນຳການຜະລິດ, ການວາງສະແດງ ສິນຄ້າ ແລະ ການບໍລິການໃນໄລຍະຜ່ານມາໄດ້ມີການຈັດຕັ້ງປະຕິບັດຫຼາຍພໍສົມຄວນແຕ່ກໍຍັງບໍ່ທັນສົມກັບການການສົ່ງເສີມ ການຜະລິດຂອງປະຊາຊົນຢ່າງແທ້ຈິງ.

No comments:

Post a Comment