Ad

Ad

28 July 2015

ຊາວຕ່າງດ້າວຫາກິນຢູ່ລາວສ່ວນຫລາຍບໍ່ຖືກລະບຽບ.



ພະແນກອຸດສະຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ :ໃນແຕ່ລະ ປີມີຊາວຕ່າງດ້າວເຂົ້າ ມາທຳມາຫາກິນ, ຄ້າຂາຍ ແລະ ອອກແຮງງານຢູ່ລາວເພີ່ມ ຂຶ້ນເລື້ອຍໆ ແລະ ສ່ວນຫລາຍເຫັນວ່າມີການເຄື່ອນໄຫວ ແບບບໍ່ຖືກລະບຽບ ກົດໝາຍ.
     ພະແນກດັ່ງກ່າວໃຫ້ຮູ້ວ່າ: ໃນຫລາຍປີຜ່ານມາ, ຂະແໜງການຕົນໄດ້ປະສານ ສົມທົບກັບຫລາຍພາກສ່ວນກ່ຽວ ຂ້ອງເພື່ອພ້ອມກັນແກ້ໄຂບັນຫາຊາວຕ່າງດ້າວ ທີ່ເຂົ້າມາເຄື່ອນໄຫວທຳມາຫາກິນ ແລະ ອອກແຮງງານທີ່ຜິດລະບຽບ ໃນ ຫລາຍຮູບການ, ຕາມສະຖິຕິຂໍ້ມູນເກັບກຳຫລ້າສຸດໃຫ້ຮູ້ວ່າ:ປັດຈຸບັນຢູ່ນະຄອນຫລວງວຽງຈັນມີແຮງງານຊາວ ຕ່າງ ດ້າວເກືອບ 7 ພັນຄົນ, ຍິງປະມານ 1.700 ກວ່າຄົນ, ໃນນັ້ນສັນຊາດຈີນ 2.300 ກວ່າຄົນ, ຫວຽດນາມ 3.200 ກວ່າຄົນ, ໄທເກືອບ 700 ຄົນ ແລະ ໃນນີ້ມີພຽງ 2 ພັນກວ່າຄົນມີບັດອະນຸຍາດເຮັດວຽກຖືກຕ້ອງຕາມລະບຽບກົດໝາຍ.
ສ່ວນການດຳເນີນທຸລະກິດຄ້າຂາຍຂອງຊາວຕ່າງດ້າວສ່ວນຫລາຍບໍ່ຖືກລະບຽບຫລັກການທີ່ກຳນົດອອກເຊັ່ນ: ບໍ່ມີໃບ ອະນຸຍາດດຳເນີນທຸລະກິດ, ວົງເງິນການລົງທຶນບໍ່ສອດຄ່ອງກັບລະບຽບ ແລະ ອື່ນໆດັ່ງຕົວຢ່າງຢູ່ 9 ຕົວເມືອງ ໃນນະ ຄອນຫລວງວຽງຈັນມີຮ້ານຄ້າຊາວຕ່າງດ້າວທັງໝົດ 885 ຮ້ານ, ໃນນັ້ນຮ້ານຄົນຈີນ 681ຮ້ານ, ຫວຽດນາມ 287 ຮ້ານ, ໄທ 4 ຮ້ານ ແລະ ເກົາຫລີ 3 ຮ້ານ, ໃນນີ້ໄດ້ອອກໃບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍມີພຽງ 293 ຮ້ານ ແລະ ຢູ່ບັນດາແຂວງໃນທົ່ວປະເທດກໍເຫັນວ່າມີລັກສະນະຄ້າຍຄືກັນ.
   ພະແນກດັ່ງກ່າວໃຫ້ຮູ້ວ່າ: ສຳລັບການແກ້ໄຂບັນຫາແຮງງານຊາວຕ່າງດ້າວເຄື່ອນໄຫວບໍ່ຖືກລະບຽບຢູ່ປະເທດ ເຮົາໃນໄລຍະຜ່ານມານີ້, ດ້ານດີແມ່ນໄດ້ມີຄະນະກຳມະການຮັບພິຊອບຊີ້ນຳແຕ່ສູນກາງຈົນຮອດທ້ອງຖິ່ນ ແລະ ມີຫລາຍນິຕິກຳເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດ, ແຕ່ຄຽງຄູ່ກັນນັ້ນກໍເຫັນວ່າມີບັນຫາຫຍຸ້ງຍາກບາງດ້ານ ຄື: ການປະສານສົມທົບຂອງຄະນະຮັບພິຊອບແຕ່ລະຂັ້ນບໍ່ທັນກົມກຽວດີເທົ່າທີ່ຄວນ, ການກວດກາອອກໃບອະນຸຍາດມີ
ຫລາຍຂັ້ນຫລາຍຂອດ ຈຶ່ງເຮັດໃຫ້ການເກັບກຳຂໍ້ມູນຊັກຊ້າແກ່ຍາວ ແລະ ອອກໃບອະນຸຍາດໄດ້ໜ້ອຍ, ການປະຕິບັດ ມາດຕະການຕໍ່ຜູ້ລະເມີດ ຫລື ຜູ້ບໍ່ມີເງື່ອນໄຂໄດ້ຮັບອະນຸຍາດບໍ່ທັນຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດແທ້, ເຊິ່ງເຫັນວ່າ ບັນຫານີ້ຈະຕ້ອງໄດ້ສຸມໃສ່ແກ້ໄຂໂດຍໄວ.

No comments:

Post a Comment