Ad

Ad

28 July 2015

ທສກ ແລະ ທິບພະຍະປະກັນໄພຮ່ວມມືທາງທຸລະກິດຮອງຮັບການເຊື່ອມໂຍງອາຊຽນ



ໃນວັນທີ 27 ກໍລະກົດນີ້, ຢູ່ສານັກງານໃຫຍ່ທະນາຄານສົ່ງເສີມກະ ສິກໍາ(ທສກ), ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມຮ່ວມມື ທາງທຸລະກິດລະຫວ່າງ ທ່າ ນບຸນລ້ອມ ພົງຈະເລີນ ອຳນວຍກາ ນທະນາຄານດັ່ງກ່າວ ແລະ ທ່ານ ບຸນໄຊ ບຸນຍານຸຣັກ ກຳມະການ ຜູ້ຈັດການໃຫຍ່ບໍລິສັດທິບພະຍະປະກັນໄພ, ໂດຍມີພະນັກງານກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມເປັນຈໍານວນຫລາຍ, ເຊິ່ງການຮ່ວມມື ດັ່ງກ່າວນີ້ແນໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າໃນດ້ານການເສີມສ້າງຫລັກປະກັນຄຸນນະພາບຊີວິດໃຫ້ກວ້າງຂວາງດີກວ່າເກົ່າ ແລະ ເປັນບາດກ້າວໃໝ່ທີ່ສໍາຄັນໃນການຮ່ວມທຸລະກິດເພື່ອຮອງຮັບການກ້າວສູ່ການເປັນປະຊາຄົມ ເສດຖະກິດອາຊຽນ(AEC) ໃນທ້າຍປີ 2015 ນີ້.

ທ່ານຜູ້ຈັດການໃຫຍ່ບໍລິສັດທິບພະຍະປະກັນໄພກ່າວວ່າ: ການຮ່ວມມືລະຫວ່າງທະນາຄານ ສົ່ງເສີມກະສິກໍາ ແລະ ບໍລິສັດພວກເຮົາໃນຄັ້ງນີ້ແມ່ນເພື່ອສະໜອງການບໍລິການດ້ານປະ ກັນໄພທີ່ ຫລາກຫລາຍ ແລະ ທົ່ວເຖິງດ້ວຍການນຳສະ ເໜີຂໍ້ມູນຂ່າວສານປະກັນໄພ, ປະກັນຊີວິດແກ່ລູກຄ້າ, ການຊົດເຊີຍສິນໄໝ ແລະ ການແກ້ໄຂຄະດີຕ່າງໆໄດ້ຢ່າງວ່ອງໄວ ແລະ ພາຍ ຫລັງລົງນາມສັນຍາ, ຈະມີທິມງານຂອງສອງຝ່າຍຮ່ວມກັນຝຶກອົບຮົມ ແລະ ພັດທະນາບຸກຄະລາກອນໃຫ້ມີທັກສະ, ຄວາມຊໍານານໃນການບໍລິການລູກຄ້າຢ່າງມີປະສິດທິພາບສູງ, ໂດຍຄາດວ່າຈະໄດ້ເລີ່ມໃຫ້ບໍລິການ ລູກຄ້າຢ່າງເປັນທາງການໃນກາງເດືອນສິງຫາທີ່ຈະເຖິງນີ້.

No comments:

Post a Comment