Ad

Ad

18 December 2014

ປີ 2014 ທົ່ວ​ປະ​ເທດມີ​ຜູ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ 917 ຄົນ



     ນັບ​ແຕ່​ເດືອ​ນມັງກອນ​ຫາ​ເດືອນ​ພະຈິກ 2014 ນີ້, ທົ່ວ​ປະ​ເທດ​ມີ​ອຸປະຕິ​ເຫດ​​ເກີດ​ຂຶ້ນທັງ​ໝົດ 5.037 ກໍລະນີ, ມີ​ພາຫະນະ​ເປ່​ເພ 10.204 ຄັນ, ມີ​ຄົນ​ໄດ້​ຮັບ​ບາດ​ເຈັບ 8.212 ຄົນ ​ແລະ ມີ​ຜູ້​ເສຍ​ຊີວິດ 917 ຄົນ ທຽບ​ໃສ່​ປີ 2013 ​ເຫັນ​ວ່າ​ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ 7 ຄົນ.
    ຈາກ​ສະຖິຕິ​ການ​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ ຂອງ​ກົມ​ຕຳຫລວດ​ຈະລາ ຈອນ ​ໃຫ້​ຮູ້​ວ່າ: ໃນ​ໄລຍະ 11 ​ເດືອນ​ຂອງ​ປີ 2014 ນີ້, ການ​ເກີດ​ອຸປະຕິ​​ເຫດ​ໃນ​ທົ່ວ​ປະ​ເທດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າ 66 ຕື້ກີບ ​ແລະ ແຂວງ​ທີ່​ເກີດ​ອຸປະຕິ​ເຫດ​ຫລາຍ​ກວ່າ​ໝູ່ ​ແມ່ນນະຄອນຫລວງ​ວຽງ​ຈັນ ມີ​ອຸປະຕິ​ເຫດ​ທັງ​ໝົດ 1.322 ກໍລະນີ ​ແລະ ມີ​ຜູ້​ເສຍ​ຊີວິດ 166 ຄົນ, ຖັດລົງ​ມາ​ແມ່ນ​ແຂວງ​ສະຫວັນ​ນະ​ເຂດ ມີ​ 600 ກໍລະນີ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 103 ຄົນ; ຫລວງ​ພະ​ບາງ​ມີ 495 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ 57 ຄົນ; ຈຳປ າ​ສັກມີ 457 ກໍລະນີ, ມີ​ຜູ້​ເສຍ​ຊີ ວິດ 108 ຄົນ; ​ແຂວງ​ວຽງ​ຈັນມີ 374 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 51 ຄົນ; ​ແຂວງ​ອຸດົມ​ໄຊມີ 372 ກໍລະ ນີ, ມີ​ຜູ້​ເສຍ​ຊີວິດ 44 ຄົນ; ບໍລິ​ຄຳ​ໄຊມີ 324 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 72 ຄົນ; ​ອັດ​ຕະປືມີ 220 ກໍລະນີ, ມີ​ເສຍ​ຊີວິດ 38 ຄົນ; ສາລະ​ວັນ​ມີ 137 ກໍລະນີ, ​ມີ​ຜູ້​ເສຍ​ຊີວິດ 38 ຄົນ; ​ເຊ​ກອງມີ 130
ກໍລະນີ, ມີ​ຜູ້​ເສຍ​ຊີວິດ 24 ຄົນ; ຫລວງ​ນ້ຳ ທາມີ 116 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 27 ຄົນ; ຜົ້ງສາລີ​ມີ 101 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 15 ຄົນ; ບໍ່​ແກ້ວ​ມີ 93 ກໍລະ ນີ, ມີ​ຜູ້​ເສຍ​ຊີວິດ 40 ຄົນ; ຄຳ​ມ່ວນ​ມີ 92 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 34 ຄົນ; ຊຽງ​ຂວາງມີ 76 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 17 ຄົນ; ໄຊ​ຍະ​ບູລີ​ມີ 63 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 57 ຄົນ;​ ຫົວພັນ​ມີ 43 ກໍລະ ນີ, ມີ​ຜູ້​ເສຍ​ຊີວິດ 24 ຄົນ ​ແລະ ແຂວງ​ໄຊ​ສົມບູນ​ມີ 12 ກໍລະນີ, ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ເປັນ​ແຂວງ​ທີ່​ມີ​ຜູ້​ເສຍ​ຊີວິດ​ໜ້ອຍ​ກວ່າ​ໝູ່.
      ຈາກ​ການ​ສັງ​ລວມ​ແລ້ວ ສາ​ເຫດຫລັກ​ທີ່​ພາໃຫ້​ເກີດ​ອຸປະຕິ​ເຫດ​ ​ແມ່ນ​ມາ​ຈາກ​ການດື່ມ​ສິ່ງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່​ມີ 1.448 ຄົນ, ບໍ່​ມີ​ໃບ​ອະນຸຍາດ​ຂັບ​ຂີ່​ລົດ 3.986 ຄົນ ​ແລະ ສ່ວນ​ໃຫຍ່​ແມ່ນກຳມະ ກອນ 2.923 ຄົນ ​ແລະ ນັກຮຽນ- ນັກ​ສຶກສາ 2.502 ຄົນ.
       ​​ເພື່ອ​ໃຫ້​ບັນຫາ​ການ​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ​ຫລຸດຜ່ອນທາງ​ກົມ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຈຶ່ງ​ໄດ້​ວາງ​​ມາດຕະການ​ແກ້​ໄຂ​ທີ່​ສຳຄັນ ​ຄື​ໃຫ້​ບັນດາ​ແຂວງ​​ເອົາ​ໃຈ​ໃສ່​​ແກ້​ໄຂ​ສະພາບ​ການ​ສັນ ຈອນ ​ແລະ ປະກອບ​ອຸປະກອນ​ສະໜັບສະໜູນ​ການ​ເຮັດ​ວຽກ​ຂອງ​ເຈົ້າໜ້າ​ທີ່​ໃຫ້​ພຽງພໍ. ນອກ​ນັ້ນ ກໍ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເຜີຍ​ແຜ່​ກົດ​ລະບຽບ​ຈະລາຈອນ​ໃຫ້​ທົ່ວ​ເຖິງ ​ໂດຍ​ສະ​ເພາະ​ສະ​ຖາ​ບັນ​ການ​ສຶກສາ ​ແລະ ​ໂຮງຮຽນ​ຕ່າງໆ​ ​ແລະ ຕ້ອງ​ຖື​ສຳຄັນ​ໃນ​ການ​ສຶກສາ​ອົບຮົມ​ກົດ​ລະບຽບ​ຈະລາຈອນ​ໃຫ້​ກວ້າງຂວາງ ແລະ ​ເລິກ​ເຊິ່ງກວ່າ​ເກົ່າ.

No comments:

Post a Comment