Ad

Ad

18 December 2014

ຜົນຜະລິດເຂົ້າປີນີ້ທົ່ວປະເທດບັນລຸໄດ້ປະມານ 3,2 ລ້ານໂຕນ



       ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ, ທົ່ວ​ປະ​ເທດ​ສາ ມາດເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາປີ​ແລ້ວ​100% ຂອງ​ເນື້ອທີ່​ 772.600 ​ເຮັກຕາ, ຄາດຄະເນຜົນຜະລິດບັນລຸໄດ້ປະມາດ 3.2 ລ້ານໂຕນ, ໃນນີ້ພາກ ເໜືອປະຕິບັດ ໄດ້ 476 ພັນກວ່າ ໂຕນ, ພາກກາງປະຕິບັດໄດ້ ຫຼາຍກວ່າ 1,84 ລ້ານໂຕນ, ພາກ ໃຕ້ປະຕິບັດໄດ້ 958 ພັນໂຕນ ແລະ ຜູ້ລາຍງານໃຫ້ຮູ້ອີກ ວ່າ : ການຜະລິດເຂົ້າ ນາປີປີນີ້​ເມື່ອ​ທຽບ​ໃສ່​ປີຜ່ານມາ​ແລ້ວ​ເຫັນ​ວ່າ: ມີຂະ​ບວນກາ​ນ​ດີຂຶ້ນ, ສຳລັບ​ການ​ເກັບ​ກ່ຽວ​ເຂົ້າຢູ່ເຂດ​ເນີນ​ສູງ ແມ່ນສຳເລັດແຕ່ທ້າຍເດືອນພະ ຈິກຜ່ານມາ, ສ່ວນຂະ ບວນການ​ປູກ​ພືດອື່ນໆສາມາດປະຕິບັດໄດ້ ແລ້ວໃນ​ເນື້ອທີ່​ປະມານ 5 ແສນ ກວ່າ​ເຮັກຕາ ​ເທົ່າ​ກັບ 80% ຂອງເນື້ອທີ່ແຜນ ການ, ສຳລັບພຶດອາຍຸສັ້ນປູກໄດ້ຫຼາຍຮອບ ວຽນກໍມີການເກັບກູ້ເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫຼາດພາຍ ໃນ ແລະທ້ອງຖິ່ນໄດ້ເປັນຢ່າງດີ​, ໃນສະເພາະໜ້ານີ້ ຂະ​ແໜງ​ກະສິກຳຈະ​ໄດ້​ສືບຕໍ່​​ສົມທົບ​ກັບ​ທ້ອງ​ຖິ່ນ​ສັງ​ລວມ​ແຜນ ການ ​ແລະ ຊຸກຍູ້ການ​ຜະລິດ​ເຂົ້ານາ​ແຊງ ​ແລະ ພືດ​ລະດູ​ແລ້ງສົກ​ປີ 2014-2015 ​ໃຫ້​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ໂດຍ​ເນັ້ນ​ໃສ່​ປັດ​ໄຈ​ທີ່​ກ່ຽວຂ້ອງ​ເຊັ່ນ: ນ້ຳ, ຝຸ່ນປຸ໋ຍ, ​ແນວ​ພັນ ​ແລະ ອື່ນໆໃຫ້ຮັບປະກັນດີກວ່າເກົ່າ.

No comments:

Post a Comment