Ad

Ad

18 December 2014

ຮອງປະທານສະພາແຫ່ງຊາດສະເໜີການປັບປຸງລັດຖະທຳມະນູນ ປີ 2003 ຕໍ່ກອງປະຊຸມສະພາແຫ່ງຊາດ



     ວັນທີ 17 ທັນວານີ້ ເປັນມື້ທີ 7 ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ VII, ທ່ານ ສົມ ພັນ ແພງຄຳມີ ຮອງປະ ທານສະພາແຫ່ງຊາດ ໄດ້ຂຶ້ນສະເໜີກ່ຽວກັບການຈັດຕັ້ງປະຕິບັດລັດຖະ ທຳມະນູນ 23 ປີຜ່ານມາ ​ແລະ ທ່ານສະເໜີວ່າ: ລັດຖະທຳມະນູນສະບັບທຳອິດຂອງ ສປປ ລາວ ໄດ້ພິຈາລະນາ ແລະ ຮັບ ຮອງເອົາໂດຍກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດຊຸດທີ II ແລະ ປະ ທານປະເທດອອກລັດຖະດຳລັດ ປະກາດໃຊ້ຢ່າງເປັນ ທາງການໃນວັນທີ 15 ສິງຫາ 1991 ໄດ້ຮັບການປັບປຸງເທື່ອທຳອິດໃນປີ 2003 ຄື 1. ລັດແຫ່ງສາທາລະ ນະລັດ ປະຊາທິປະໄຕ ປະຊາ ຊົນລາວແມ່ນລັດປະຊາທິປະໄຕປະຊາຊົນ, ອຳນາດທັງໝົດ ແມ່ນຂອງປະຊາຊົນ, ໂດຍປະ ຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເພື່ອ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນພາລະກິດ
ປົກປັກຮັກສາ ແລະ ພັດທະນາປະ ເທດຊາດໃນໄລຍະໃໝ່ໃຫ້ເຂັ້ມ ແຂງກວ່າເກົ່າ, ໂດຍສະເພາະ ແມ່ນເພື່ອປະຕິບັດຈິດໃຈ ເນື້ອໃນສາມສ້າງໃຫ້ປາກົດເປັນຈິງ, ຈຳ ເປັນຕ້ອງສ້າງຕັ້ງອົງການຕົວ ແທນສິດອຳນາດ ແລະ ຜົນປະ ໂຫຍດຂອງປະຊາຊົນໃຫ້ ລົງເຖິງປະຊາຊົນຫລາຍກວ່າເກົ່ານັ້ນ ແມ່ນ ສະພາປະຊຊົນທ້ອງຖິ່ນ, ຢາກສ້າງຕັ້ງຂຶ້ນໄດ້ກໍຕ້ອງກຳ ນົດໄວ້ໃນລັດຖະທຳມະ ນູນ; 2. ນັບແຕ່ປີ 2003 ເປັນຕົ້ນມາເສດ ຖະກິດ-ສັງຄົມຂອງປະເທດເຮົາ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງ ແຂງແຮງຕໍ່ເນື່ອງ, ຊີວິດການ ເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະ ຊາຊົນໄດ້ຮັບ ການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຊຶ່ງມັນຮຽກຮ້ອງ ໃຫ້ມີການບູລະນະອົງການອຳນາດລັດໃຫ້ເຂັ້ມແຂງມີຄວາມ ສາມາດຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມກົດ ໝາຍ, ເຮັດໃຫ້ເສດຖະກິດ-ສັງຄົມສືບ ຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອໃຫ້ປະເທດຊາດຫລຸດພົ້ນອອກຈາກປະເທດດ້ອຍ ພັດທະນາໃນປີ 2020 ແລະ 3. ເພື່ອສືບຕໍ່ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກໃຫ້ສຳເລັດຜົນ ແລະ ເພື່ອຮອງຮັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ວິໄສທັດເຖິງປີ 2030 ຍຸດທະສາດພັດທະນາ ເສດຖະກິດ-ສັງຄົມໄລຍະ 10 ປີ (2016​-2025) ໃນຕໍ່ໜ້ານີ້ ຈຳເປັນຕ້ອງປັບປຸງລັດຖະທຳມະ ນູນປີ 2003 ເພື່ອແກ້ໄຂ ບ່ອນບໍ່ສອດຄ່ອງ ແລະ ເພີ່ມຕື່ມບ່ອນບໍ່ຄົບຖ້ວນ ພຽງພໍເພື່ອເຮັດໃຫ້ລັດຖະທຳມະນູນມີເນື້ອໃນຄົບ ຖ້ວນສົມບູນກວ່າເກົ່າ, ເຊິ່ງເນື້ອໃນປັບປຸງ ລັດຖະທຳມະນູນສະບັບໃໝ່ນີ້ມີ ຄື ລັດຖະທຳມະນູນສະບັບປີ 2003 ມີ 11 ໝວດ 98 ມາດຕາ ໄດ້ປັບປຸງ 5 ໝວດຄື ໝວດສະ ພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ການປົກຄອງ ທ້ອງຖິ່ນ, ສານປະຊາ ຊົນ ແລະ ອົງການໄອຍະການປະຊາຊົນ, ເຊິ່ງໄດ້ເພີ່ມເຂົ້າໃໝ່ 3 ໝວດຄື ສະພາປະຊາຊົນທ້ອງຖິ່ນ, ການ ກວດສອບແຫ່ງລັດ, ຄະນະກຳ ມະການເລືອກຕັ້ງແຫ່ງຊາດພ້ອມນີ້ກໍໄດ້ປັບປຸງເນື້ອໃນບາງມາດຕາທີ່ເຫັນວ່າມີຄວາມຈຳ ເປັນ; ການປັບປຸງໝວດ ເກົ່າ ແລະ ເພີ່ມເຂົ້າໃໝ່ນີ້ຕົ້ນຕໍແມ່ນໄດ້ກຳນົດເນື້ອໃນກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະອົງການ ໃຫ້ຈະ ແຈ້ງຊັດເຈນກວ່າເກົ່າ, ໄດ້ຊັບຊ້ອນຈັດວາງການຂຽນສິດ ແລະ ໜ້າ ທີ່ຂອງແຕ່ລະອົງການບໍ່ໃຫ້ຄຸມ ເຄືອຊ້ຳຊ້ອນກັນ. ສຳລັບການ ປັບປຸງເນື້ອໃນບາງມາດຕານັ້ນ ຕົ້ນຕໍແມ່ນໄດ້ເພີ່ມເນື້ອໃນເຂົ້າ ຕື່ມເພື່ອໃຫ້ຄົບຖ້ວນສອດຄ່ອງ ກັບການເຕີບໃຫຍ່ ຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງເສດຖະກິດກັບ ພາກພື້ນ ແລະ ສາກົນ. ສະຫລຸບ ແລ້ວ ລັດຖະ ທຳມະນູນສະບັບ ປັບປຸງໃໝ່ນີ້ ມີທັງໝົດ 14 ໝວດ 119 ມາດຕາ.
     ພິເສດຍັງມີອີກ 2 ມາດຕາ ທີ່ຄະນະປັບປຸງລັດຖະທຳມະນູນ ສະເໜີໃຫ້ສະມາຊິກສະພາແຫ່ງ ຊາດຊ່ວຍພິຈາລະນາຄື ມາດຕາ 17 ກ່ຽວກັບທີ່ດິນທີ່ກຳນົດວ່າ: ທີ່ດິນແມ່ນກຳມະສິດຂອງວົງຄະນາຍາດແຫ່ງຊາດ, ລັດຮັບປະ ກັນສິດນຳໃຊ້, ສິດໂອນ ແລະ ສິດ ສືບທອດຕາມກົດໝາຍ, ຊຶ່ງມີ ຫລາຍຄຳເຫັນໃຫ້ມີການປັບປຸງ ປ່ຽນຄຳວ່າ: “ແມ່ນກຳມະສິດ ຂອງວົງ ຄະນາຍາດແຫ່ງຊາດ” ມາເ ປັນ “ແມ່ນກຳມະສິດຂອງ ຊາດ; ແມ່ນກຳມະສິດຂອງລັດ, ແມ່ນກຳມະສິດຂອງປວງຊົນ ລາວທັງຊາດ”  ແລະ ມາດຕາ 116 ນະຄອນຫລວງມີຄຳເຫັນ ສະເໜີວ່າໃຫ້ປັບປຸງປ່ຽນວ່າ: “ເມືອງເອກ” ເຫລົ່ານີ້ເປັນຕົ້ນ.

No comments:

Post a Comment