Ad

Ad

19 December 2014

ອຸຕຸແຈ້ງອາກາດຍັງຈະສືບຕໍ່ເຢັນລົງ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດ ນັບແຕ່ວັນທີ 17-20 ທັນວານີ້, ບໍລິເວນຄວາມກົດດັນອາ ກາດສູງຂອງອາກາດເຢັນຍັງຈະມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ, ສົມທົບກັບ ລົມຕາເວັນອອກສ່ຽງເໜືອ ພັດປົກ ຄຸມເປັນສ່ວນໃຫຍ່, ເຮັດໃຫ້ອຸນຫະພູມອາກາດຈະໜາວລົງ, ໂດຍສະເພາະແຂວງພາກເໜືອ ດ້ານຕາເວັນອອກ, ແຂວງໄຊສົມບູນ, ຫລັກ 20, ປາກຊ່ອງ, ນິຄົມ 34, ທ່າແຕງ ແລະ ເມືອງ ດາກຈືງ, ພ້ອມມີໝອກໜາປົກ ຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 21-23 ທັນວາ  ບໍລິເວນຄວາມກົດດັນສູງຂອງອາກາດຍັງຈະສືບຕໍ່ປົກຄຸມດ້ວຍກຳລັງປານກາງຫາແຮງ, ເຮັດ ໃຫ້ອາກາດໜາວລົງຕື່ມອີກ ແລະ ຈະມີຝົນຕົກກະຈາຍພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະ ພາກ.
     ສະພາບອຸນຫະພູມໃນທ້າຍອາທິດນີ້ອາກາດຍັງຈະໜາວ ເຢັນຕື່ມອີກຢູ່ຫລາຍແຂວງພາກເໜືອຫາພາກກາງດ້ານຕາເວັນ ອອກ, ເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ປາກຊ່ອງ, ທ່າ ແຕງ ແລະ ເມືອງດາກຈຶງ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ມີໝອກໜາປົກຫຸ້ມ ຫລາຍຂຶ້ນ. ໃນໄລຍະໜຶ່ງອາທິດຕໍ່ໜ້ານີ້ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນທາງ ດ້ານຕາເວັນອອກຂອງແຕ່ລະພາກພ້ອມມີລົມພັດແຮງເປັນບາງໂອກາດສະນັ້ນ, ຈຶ່ງ​ເຕືອນໃຫ້ປະຊາຊົນເຮົາມີສະຕິຮັກສາ ສຸຂະພາບ, ນຸ່ງຫົ່ມໃຫ້ອົບອຸ່ນ ແລະ ເອົາໃຈໃສ່ປະຕິບັດຫລັກການອະນາໄມສາມສະອາດໃຫ້ເຂັ້ມງວດຕື່ມ.

No comments:

Post a Comment