Ad

Ad

19 December 2014

ຣາຊະ​ອານາຈັກ​ໄທ​ຍັງ​ແມ່ນ​ຄູ່​ຄ້າ​ສຳຄັນ​ຂອງ​ລາວ



      ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2014 ນີ້, ຣາຊະ​ອານາຈັກ​ໄທ ຍັງ​ແມ່ນ​ຄ້າ​ຄ້າ​ສຳຄັນ​ຂອງ​ລາວ ​ເຊິ່ງສະ​ແດງ​ອອກ​ໃຫ້​ເຫັນ​ຈາກ​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ໄດ້ ຫລາຍ​ກວ່າ 3 ຕື້​ໂດ​ລາ​ສະຫະ ລັດ, ​ໃນ​ນັ້ນມູນ​ຄ່າ​ນຳ​ເຂົ້າສິນ ຄ້າ​ຈາກ​ໄທ​ມີ​ໂຕ​ເລກ​ສູງ​ເຖິງ 2 ຕື້ ກວ່າ​ໂດ​ລາ​ສະຫະລັດກວມ 61,5% ຂອງ​ມູນ​ຄ່າ​ນຳ​ເຂົ້າສິນ ຄ້າ​ຂອງ​ລາວ​ທັງ​ໝົດ, ທຽບ​ໃສ່​ປີ 2013 ຜ່ານ​ມາ​ເພີ່ມ​ຂຶ້ນ 37,4%, ສ່ວນ​ການ​ສົ່ງ​ອອກ​ສິນຄ້າ​ຂອງ​ລາວ​ໄປ​ຍັງ​ປະ​ເທດ​ໄທ​ບັນລຸ​ໄດ້ 1,18 ຕື້ກວ່າ​ໂດ​ລາ​ສະຫະລັດ ກວມ​ເອົາ 45,5% ຂອງ​ການ​ສົ່ງ​ອອກ​ທັງ​ໝົດ ​ເພີ່ມ​ຂຶ້ນ 0,25% ຈາກ​ປີຜ່ານມາ, ຮອງ​ລົງ​ມາ​ແມ່ນ ສປ ຈີນ ມີ​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ໄດ້ ຫລາຍກວ່າ 1 ຕື້ໂດລາສະຫະ ລັດ, ໃນນັ້ນຍອດມູນຄ່ານຳເຂົ້າ ສິນຄ້າຈາກ ສປ ຈີນ ມີມູນຄ່າ ຫລາຍກວ່າ 683 ລ້ານໂດລາ ສະ ຫະລັດເພີ່ມຂຶ້ນ 37,4%, ສ່ວນມູນ ຄ່າການສົ່ງອອກບັນລຸໄດ້ຫລາຍກວ່າ 420 ລ້ານໂດລາສະຫະລັດ, ສ່ວນ ສສ ຫວຽດນາມ ຢືນຢັນ ອັນດັບ 3 ເຊິ່ງມີຍອດນຳເຂົ້າ ຫລາຍກວ່າ 265 ລ້ານໂດລາ ສະຫະ ລັດ ເພີ່ມຂຶ້ນ 3,6% ຈາກປີ 2013 ຜ່ານມາ. ຈາກນັ້ນ ກໍແມ່ນ ບັນດາປະເທດອາຊີອື່ນໆເຊັ່ນ: ຍີ່ປຸ່ນ ແລະ ສ.ເກົາຫລີ ເປັນຕົ້ນ.
     ໂດຍລວມແລ້ວການພົວພັນຮ່ວມມືເສດຖະກິດການຄ້າກັບ ຕ່າງປະເທດຂອງ ສປປ ລາວ ຍັງສືບຕໍ່ມີທ່າຂະ ຫຍາຍ ໂຕຢ່າງຕໍ່ເນື່ອງເປັນຕົ້ນການພົບປະແລກປ່ຽນ, ປຶກສາຫາລືກ່ຽວກັບກົນໄກການປະສານງານໃນການຈັດຕັ້ງປະ ຕິບັດວຽກ ງານການຄ້າຂອງທັງສອງຝ່າຍ ແລະ ຫລາຍຝ່າຍອື່ນໆອີກ.

No comments:

Post a Comment