Ad

Ad

19 December 2014

ປະຊຸມ​ຜ່ານ​ແບບ​ຮູບ​ປັ້ນອົງ​ແກ້ວ​ເພື່ອປະດິດສະຖານ​ໄວ້​ທີ່​ສວນ​ອານຸສອນ​ສະຖານທີ່​ແຂວງ​ເຊ​ກອງ



     ບ່າຍ​ວານ​ນີ້, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ຮ່ວມ​ກັບ​ແຂວງ​ເຊ​ກອງຈັດ​ກອງ​ປະຊຸມ​ລະດັບ​ວິຊາ​ການເພື່ອ​ຜ່ານ​ແບບ​ຮູບ​ປັ້ນອົງ​ແກ້ວ​ເພື່ອ​ຈະ​ນຳ​ໄປ​ປະດິດສະ ຖານ​ໄວ້​ຢູ່​ສວນ​ອານຸສະຖານ ແຂວງ​ເຊກອງ ພາຍ​ໃຕ້​ການ​ເຂົ້າຮ່ວມ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ ​ແລະ ທ່ານ ຖາ ວອນ ພົມມະ​ໄລ​ລຸນ ຮອງ​ເຈົ້າ​ແຂວງ​ເຊ​ກອງພ້ອມ​ຄະນະ​ກົມ ​ແລະ ນັກວິຊາການ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ​ເຂົ້າຮ່ວມ​ຈຳນວນ​ຫລາຍ.
      ​ໃນ​ກອງ​ປະຊຸມ, ທ່ານ​ຮອງ​ເຈົ້າ​ແຂວງ ​ໄດ້​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ພັດທະນາ​ສວນສາທາລະນະ​​ແຂວງ​ເຊ​ກອງ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ປະດິດສະຖານ​ຮູບ​ປັ້ນ ອົງ​ແກ້ວ ​ໄວ້​ໃນ​ສວນສາທາລະນະ​ດັ່ງກ່າວ ​ເພື່ອ​ເປັນ​ມິ່ງຂວັນ​ເມືອງ​ຂອງ​ທ້ອງ​ຖິ່ນ ເພາະອົງ​ແກ້ວ ຜູ້​ເປັນ​ວິລະ​ບູລຸດ ທີ່​ໄດ້​ກຳ​ເນີ​ດຢູ່​ແຂວງ​ບໍ່​ແກ້ວນີ້​ເອງ. ຈາກ​ນັ້ນ ທ່ານ​ຫົວໜ້າ​ກົມ​ວິ ຈິດ​ສິນ ກໍ​ໄດ້​ນຳ​ສະ​ເໜີ​ລັກສະນະ​ຕ່າງໆ​ຂອງ​ຮູບ​ປັ້ນດັ່ງກ່າວ, ​ເປັນ​ຮູບ ອົງ​ແກ້ວ​ຂີ່​ມ້າ​ຍົກ​ຂາ​ໜ້າ​ຂຶ້ນ, ມື​ຂວາ​ຈັບ​ງ້າວ, ມີ​ລວງ​ສູງ 4,50 ​ແມັດ ຢູ່​ໃນ​ທ່າ​ກຽມພ້ອມ​ບຸກ​ໂຈມ​ຕີ​ສັດຕູ​ຢ່າງ​ພິລະ​ອາດ​ຫານ ​ແລະ ຈາກ​ນັ້ນບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງ​ກໍ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ຫລາກ​ຫລາຍນັບ​ທັງ​ຮູບ​ແບບ​ດ້ານ​ສິລະ​ປະ​ລວດລາຍ​ຕ່າງໆ ​ແລະ ​ໃນ​ດ້ານ​ເຕັກນິກ​ການ​ປັ້ນຫລໍ່ ເພື່ອ​ໃຫ້​ຮັບປະກັນ​ໄດ້​ຄວາມ​ງາມ ແລະ ຄວາມ​ແຂງ​ແກ່ນ​ຂອງ​ຮູບ​ປັ້ນ.

      ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກໍ​ໄດ້​ມີ​ຄຳ​ເຫັນ​ແນະນຳ​ພາກສ່ວນ​ຈະ​ຈັດຕັ້ງປະຕິບັດ​ຮູບ​ຫລໍ່​ດັ່ງ ກ່າວ ຈົ່ງ​ເອົາ​ໃຈ​ໃສ່​ເຮັດ​ແນວ​ໃດ​ໃຫ້​ຮູບ​ປັ້ນ ອົງ​ແກ້ວ ມີ​ລັກສະນະ​ທ່າ​ທາງ​ພິລະ​ອາດ​ຫານ​ໃນ​ຂະ​ບວນການ​ລຸກຂຶ້ນຕໍ່ສູ້​ກັບ​ສັດຕູ​ໃນ​ສະ​ໄໝ​ນັ້ນ, ພ້ອມ​ຮັບປະກັນ​ໄດ້​ໃນ​ດ້ານ​ສິລະ​ປະ​ລວດລາຍ​ຕ່າງໆ ​ແລະ ​ເຕັກນິກ​ໃຫ້​ມີ​ຄວາມ​ແຂງ​ແກ່ນ.

No comments:

Post a Comment