Ad

Ad

19 December 2014

ເກີດອຸປະຕິເຫດລົດບັນທຸກຕຳລົດຈັກເສຍຊີວິດ 2 ລາຍ



ພາບຈາກ ກາແດງລາວ
      ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນຕອນກາງຄືນຂອງວັນທີ 16 ຜ່ານມາ, ຢູ່ຖະໜົນທ່າເດື່ອ ເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນ ໄດ້ເກີດເຫດ ລົດບັນທຸກໝາຍເລກທະບຽນ ບກ 2211 ຂັບຂີ່ ໂດຍທ້າວ ບຸນ ຕາ ອາຍຸ 24ປີ, ຢູ່ບ້ານ ຖິ່ນ ຕົມ, ເມືອງຫາດຊາຍຟອງ ໄດ້ຕຳກັບລົດຈັກໜາຍເລກທະບຽນ ຈວ 0753 ເຊິ່ງຂັບຂີ່ໂດຍທ້າວ ແພ ອາຍຸ 37 ປີ, ອາຊີບກຳມະ ກອນ, ຢູ່ບ້ານທ່າເດື່ອ ເມືອງ ຫາດຊາຍຟອງ ແລະ ຜູ້ຊ້ອນທ້າຍທ້າວ ໃຜ່ ອາຍຸ 37ປີ, ອາຊີບກຳມະ ກອນຢູ່ບ້ານ ດຽວກັນ, ເສຍຊີ ວິດຄາທີ່ທັງ 2 ຄົນ, ຕາມການສືບສວນຂອງເຈົ້າ ໜ້າທີ່ໃຫ້ເຫດ ຜົນວ່າ ຄົນຂັບລົດບັນທຸກຄັນດັ່ງກ່າວ ແມ່ນມີອາກາດມືນເມົາຈຶ່ງ ເຮັດໃຫ້ເສຍຫລັກໄປຕຳແລ້ວຢຽບເອົາລົດຈັກຄັນດັ່ງ ກ່າວ ທີ່ສວນທາງມາແຕ່ວັດຊຽງຄວນ.
     ເຈົ້າໜ້າທີ່ຈະລາຈອນຍັງ ໃຫ້ຮູ້ຕື່ມອີກວ່າ: ນັບແຕ່ວັນທີ 8​-14 ທັນວານີ້ ມີອຸປະຕິເຫດເກີດ ຂຶ້ນຢູ່ນະຄອນຫລວງວຽງ ຈັນ 34 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ, ສາເຫດສ່ວນໃຫຍ່ແມ່ນເກີດຈາກການຂັບຂີ່ແບບປະໝາດ, ບໍ່ເຄົາ ລົບກົດຈະລາ ຈອນ, ຂັບຂີ່ລົດດ້ວຍຄວາມມືນເມົາເຫລົ່ານີ້ເປັນຕົ້ນ.

No comments:

Post a Comment