Ad

Ad

19 December 2014

4 ແຂວງຂອງລາວ ແລະ 3 ຈັງຫວັດຂອງໄທຮ່ວມຫາລືການພັດທະນາສາທາລະນະສຸກຊາຍແດນ



     ວັນທີ 18 ທັນວານີ້ອຳນາດ ການປົກຄອງ, ພ້ອມດ້ວຍຜູ້ ຕ່າງໜ້າພະແນກສາ ທາລະນະສຸກຈາກ 4 ແຂວງຂອງ ລາວຄື: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ບໍລິຄຳໄຊ ແລະ ໄຊຍະ ບູລີ, ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືການພັດທະນາສາ ທາລະນະສຸກຊາຍແດນກັບ 3 ຈັງ ຫວັດຂອງໄທມີ: ຈັງຫວັດໜອງ ຄາຍ, ບຶງການ ແລະ ຈັງຫວັດເລີຍ, ກອງປະຊຸມດັ່ງກ່າວ ຈັດຂຶ້ນຢູ່ໂຮງແຮມບ້ານຊຽງແຂວງ ອຸດອນທານີ, ປະເທດໄທ, ກອງປະຊຸມຄັ້ງນີ້ໄດ້ທັບທວນຄືນບັນດາ ແຜນຍຸດ ທະສາດການຮັບມືກັບເຫດການສຸກເສີນທາງດ້ານ ສາທາລະນະສຸກ ແລະ ບັນຫາ ພະຍາດຕິດຕໍ່ລະຫວ່າງຊາຍແດນທີ່ມີຢູ່ ແລະ ປັບປຸງບາງບັນ ຫາທີ່ມີຂໍ້ຄົງຄ້າງອື່ນໆອີກ, ພ້ອມ ນີ້ກອງປະຊຸມຍັງໄດ້ຫາລືການ ພັດທະນາສາທາລະນະສຸກເຂດຊາຍແດນ ໃຫ້ສາມາດປະຕິບັດ ໜ້າທີ່ໄດ້ຢ່າງມີປະສິດທິຜົນ, ກໍ ຄືການເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນພະຍາດຕ່າງໆຢູ່ຕາມ ຊາຍແດນໄດ້ເປັນຢ່າງດີ.

No comments:

Post a Comment