Ad

Ad

19 December 2014

ສື່ມວນຊົນຂົງເຂດທະນາຄານເພີ່ມຂີດຄວາມສາມາດໃນການໂຄສະນາ



         ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການຝຶກອົບຮົມວຽກງານສື່ມວນ ຊົນໃຫ້ພະນັກງານໃນຂົງເຂດທະນາຄານຂອງລັດ ໃນທົ່ວປະເທດ ແລະ ໄດ້ສຳເລັດ ລົງໃນວັນທີ 17 ທັນວານີ້ ພາຍຫລັງດຳເນີນມາສາມວັນໂດຍການເຂົ້າຮ່ວມຂອງທ່ານ ຮອງຫົວໜ້າ ຫ້ອງການທະນາ ຄານແຫ່ງ ສປປ ລາວ ແລະ ນັກສຳມະນາກອນ ເຂົ້າຮ່ວມເພື່ອຍົກລະດັບຄວາມອາດສາມາດໃນການຂຽນຂ່າວ ແລະ ໂຄສະນາ ເພື່ອສະໜອງໃຫ້ສື່ສິ່ງພິມ, ສື່ ເອເລັກໂຕຣນິກຂອງສູນກາງ ແລະ ທ້ອງຖິ່ນ.     
   ການເຝິກອົບຮົມດັ່ງກ່າວໄດ້ຮັບບົດຮຽນຈາກນັກວິທະຍາກອນຈາກວິທະຍຸກະຈາຍສຽງ ແຫ່ງຊາດ, ໜັງສືພິມ “ປະຊາ ຊົນ” ແລະ ຈາກກອງວິທະຍຸ-ໂທລະພາບກົມໃຫຍ່ການເມືອງກອງທັບໄດ້ນໍາສະເໜີບົດຮຽນກ່ຽວ ກັບວຽກງານຂ່າວ ແລະ ການ ດຳ ເນີນລາຍການວິທະຍຸ, ໜັງສືພິມ-ວາລະສານ ແລະ ຕັດຕໍ່-ຖ່າຍ ທຳວີດີໂອ ແລະ ວິທີການຂຽນ ຂ່າວ, ການເປັນວິທະຍາ ກອນ-ພິທີກອນ ແລະ ວິທີການຖ່າຍຮູບຕ່າງໆ.

   ວຽກງານຂ່າວສານປະຈໍາ ທະນາຄານແຫ່ງ ສປປ ລາວ ໄດ້ເລີ່ມມີໜໍ່ແໜງຂຶ້ນມາໃນລະຫວ່າງປີ 2008-2009 ໂດຍໄດ້ ຈັດຕັ້ງ ໜ່ວຍງານຂ່າວສານເພື່ອນຳສົ່ງບົດ-ຂ່າວຂອງຂະແໜງທະນາຄານໃຫ້ບັນດາໜັງສືພິມ-ວາລະສານ, ວິທະຍຸ, ໂທລະ ພາບແຫ່ງຊາດ ແລະ ຂອງຂະແໜງການຕ່າງໆ, ຕົ້ນປີ 2011 ໄດ້ກຳເນີດລາຍການວິທະຍຸ “ ທະນາ ຄານແຫ່ງ ສປປ ລາວ ” ເຊິ່ງເປັນລາຍການເປົ້າໝາຍທີ່ອອກອາກາດຢູ່ສະຖານີວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ປີຕໍ່ມາກໍໄດ້ສ້າງ ລາຍການ “ ເພື່ອນທະນາຄານ ” ຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ນອກຈາກນີ້ ຍັງສົ່ງພະນັກງານໜ່ວຍງານຂ່າວ ສານທະນາຄານແຫ່ງ ສປປ ລາວ ເຂົ້າຝຶກ ອົບຮົມຢູ່ກອງວິທະຍຸ-ໂທລະພາບກົມໃຫຍ່ການເມືອງກອງທັບ, ສະຖານີວິທະ ຍຸແຫ່ງຊາດ, ສະພາແຫ່ງຊາດ ແລະ ຢູ່ສະຫະພັນນັກຮົບເກົ່າແຫ່ງຊາດລາວຂັ້ນສູນກາງອັນໄດ້ເຮັດໃຫ້ວຽກງານສື່ມວນ ຊົນຂອງທະນາຄານແຫ່ງ ສປປ ລາວ ໄດ້ຮັບການພັດທະນາດ້ວຍບາດກ້າວທີ່ໜັກແໜ້ນກາຍເປັນກະບອກສຽງສຳຄັນ ຂອງທົ່ວລະບົບທະນາຄານ.

No comments:

Post a Comment